ບົດທີ 1 ຄວາມຮູ້ທັ່ວໄປກ່ຽວກັບງານວິໄຈ ຄວາມນຳ ໃນປະຈຸບັນການວິໄຈມີຄວາມສຳຄັນຢ່າງຫລາຍ ສຳລັບລັບຄວາມຈະເລີນກ້າວໜ້າໃນທຸກໆ ສາດ ເພາະສາມາດນຳເອົາການວິໄຈມາໃຊ້ໃນການຕັດສິນໃຈແກ້ບັນຫາຕ່າງໆ ທີ່ເກິດຂື້ນ ໃນ ຂະນະດຽວກັນການພັດທະນາຄວາມຮູ້ໃນສາຂາວິຊາຕ່າງ ໆ ເປັນໄປຢ່າງວ່ອງໄວທັງນີ້ເພາະເນື່ອງຈາກມີ ການວິໄຈ ປະກອບທັງບັນຫາທາງທຸລະກິດໃນປະຈຸບັນມີຄວາມສະລັບຊັບຊ້ອນ ມີຄວາມສ່ຽງໃນການ ດໍາເນີນງານຫລາຍຂຶ້ນ ດັ່ງນັ້ນ, ເພື່ອໃຫ້ອົງກອນມີຄວາມຈະເລີນກ້າວໜ້າຫລືເພື່ອການຢູ່ລອດຜູ້ບໍລິຫານ ຈໍາເປັນຕ້ອງມີຄວາມຮູ້ (Knowledge) ຄວາມເຂົ້າໃຈ (Understanding) ແລະ ປະສົບການ (Experience) ໃນ ການດໍາເນີນທຸລະກິດ ການວິໄຈຈຶ່ງເປັນກິດຈະກຳທີ່ຜູ້ບໍລິຫານນຳໄປໃຊ້ໃນການປະເມີນສະຖານນະການ ແລະ ນຳໄປໃຊ້ເປັນເຄື່ອງມືສຳລັບຊ່ວຍໃນການຕັດສິນໃຈທາງດ້ານທຸລະກິດໃນທຸກຂັ້ນຕອນ ໃຫ້ບັນລຸ ວັດຖຸປະສົງ ແລະ ມີປະສິດທິພາບ ຫລາຍຫຍິ່ງຂຶ້ນ ຄວາມຫມາຍຂອງການວິໄຈ ການວິໄຈນັ້ນມີຜູ້ໃຫ້ຄຳຈໍາກັດຄວາ
บทความ
กำลังแสดงโพสต์จาก 2017