บทความ

กำลังแสดงโพสต์จาก กันยายน, 2017
ບົດ​ທີ 1 ຄວາມ​ຮູ້​ທັ່ວ​ໄປ​ກ່ຽວກັບ​ງານ​ວິ​ໄຈ ​ ຄວາມ​ນຳ​ ໃນ​ປະຈຸບັນ​ການ​ວິ​ໄຈ​ມີ​ຄວາມ​ສຳຄັນ​ຢ່າງ​ຫລາຍ​ ສຳລັບລັບ​ຄວາມ​ຈະເລີນ​ກ້າວ​ໜ້າ​ໃນ​ທຸກ​ໆ​ ສາດ​ ເພາະ​ສາມາດ​ນຳ​ເອົາ​ການ​ວິ​ໄຈ​ມາ​ໃຊ້​ໃນ​ການ​ຕັດ​ສິນ​ໃຈ​ແກ້​ບັນຫາ​ຕ່າງ​ໆ​ ທີ່ເກິດຂື້ນ​ ໃນ​ ຂະນະ​ດຽວ​ກັນ​ການ​ພັດທະນາ​ຄວາມ​ຮູ້​ໃນ​ສາ​ຂາ​ວິ​ຊາ​ຕ່າງ​ ໆ​ ເປັນ​ໄປ​ຢ່າງ​ວ່ອງໄວ​ທັງ​ນີ້​ເພາະ​ເນື່ອງ​ຈາກ​ມີ​ ການ​ວິ​ໄຈ​ ປະກອບ​ທັງ​ບັນຫາ​ທາງ​ທຸລະກິດ​ໃນ​ປະຈຸບັນ​ມີ​ຄວາມສະລັບ​ຊັບ​ຊ້ອນ​ ມີ​ຄວາມ​ສ່ຽງ​ໃນ​ການ​ ດໍາ​ເນີນ​ງານ​ຫລາຍ​ຂຶ້ນ​ ດັ່ງ​ນັ້ນ, ​ເພື່ອ​ໃຫ້​ອົງ​ກອນມີ​ຄວາມ​ຈະເລີນ​ກ້າວ​ໜ້າ​ຫລື​ເພື່ອ​ການ​ຢູ່​ລອດ​ຜູ້ບໍລິຫານ​ ຈໍາ​ເປັນ​ຕ້ອງ​ມີ​ຄວາມ​ຮູ້​ (Knowledge) ຄວາມ​ເຂົ້າໃຈ​ (Understanding) ແລະ ​ປະສົບການ​ (Experience) ໃນ​ ການ​ດໍາ​ເນີນ​ທຸລະກິດ​ ການ​ວິ​ໄຈ​ຈຶ່ງ​ເປັນ​ກິດຈະກຳ​ທີ່​ຜູ້​ບໍລິຫານ​ນຳ​ໄປ​ໃຊ້​ໃນ​ການປະ​ເມີນ​ສະຖານນະການ​ ແລະ​ ນຳ​ໄປ​ໃຊ້​ເປັນ​ເຄື່ອງ​ມື​ສຳລັບ​ຊ່ວຍ​ໃນ​ການ​ຕັດ​ສິນ​ໃຈ​ທາງ​ດ້ານ​ທຸລະກິດ​ໃນ​ທຸກ​ຂັ້ນ​ຕອນ​ ໃຫ້​ບັນ​ລຸ​ ວັດ​ຖຸ​ປະສົງ ​ແລະ ​ມີປະ​ສິດ​ທິ​ພາບ​ ຫລາຍຫຍິ່ງ​ຂຶ້ນ​ ຄວາມຫມາຍ​ຂອງ​ການ​ວິ​ໄຈ​ ການ​ວິ​ໄຈ​ນັ້ນ​ມີ​ຜູ້​ໃຫ້​ຄຳ​ຈໍາ​ກັດ​ຄວາ