ບົດ​ທີ 1
ຄວາມ​ຮູ້​ທັ່ວ​ໄປ​ກ່ຽວກັບ​ງານ​ວິ​ໄຈ
ຄວາມ​ນຳ​
ໃນ​ປະຈຸບັນ​ການ​ວິ​ໄຈ​ມີ​ຄວາມ​ສຳຄັນ​ຢ່າງ​ຫລາຍ​ ສຳລັບລັບ​ຄວາມ​ຈະເລີນ​ກ້າວ​ໜ້າ​ໃນ​ທຸກ​ໆ​ ສາດ​ ເພາະ​ສາມາດ​ນຳ​ເອົາ​ການ​ວິ​ໄຈ​ມາ​ໃຊ້​ໃນ​ການ​ຕັດ​ສິນ​ໃຈ​ແກ້​ບັນຫາ​ຕ່າງ​ໆ​ ທີ່ເກິດຂື້ນ​ ໃນ​ ຂະນະ​ດຽວ​ກັນ​ການ​ພັດທະນາ​ຄວາມ​ຮູ້​ໃນ​ສາ​ຂາ​ວິ​ຊາ​ຕ່າງ​ ໆ​ ເປັນ​ໄປ​ຢ່າງ​ວ່ອງໄວ​ທັງ​ນີ້​ເພາະ​ເນື່ອງ​ຈາກ​ມີ​ ການ​ວິ​ໄຈ​ ປະກອບ​ທັງ​ບັນຫາ​ທາງ​ທຸລະກິດ​ໃນ​ປະຈຸບັນ​ມີ​ຄວາມສະລັບ​ຊັບ​ຊ້ອນ​ ມີ​ຄວາມ​ສ່ຽງ​ໃນ​ການ​ ດໍາ​ເນີນ​ງານ​ຫລາຍ​ຂຶ້ນ​ ດັ່ງ​ນັ້ນ, ​ເພື່ອ​ໃຫ້​ອົງ​ກອນມີ​ຄວາມ​ຈະເລີນ​ກ້າວ​ໜ້າ​ຫລື​ເພື່ອ​ການ​ຢູ່​ລອດ​ຜູ້ບໍລິຫານ​ ຈໍາ​ເປັນ​ຕ້ອງ​ມີ​ຄວາມ​ຮູ້​ (Knowledge) ຄວາມ​ເຂົ້າໃຈ​ (Understanding) ແລະ ​ປະສົບການ​ (Experience) ໃນ​ ການ​ດໍາ​ເນີນ​ທຸລະກິດ​ ການ​ວິ​ໄຈ​ຈຶ່ງ​ເປັນ​ກິດຈະກຳ​ທີ່​ຜູ້​ບໍລິຫານ​ນຳ​ໄປ​ໃຊ້​ໃນ​ການປະ​ເມີນ​ສະຖານນະການ​ ແລະ​ ນຳ​ໄປ​ໃຊ້​ເປັນ​ເຄື່ອງ​ມື​ສຳລັບ​ຊ່ວຍ​ໃນ​ການ​ຕັດ​ສິນ​ໃຈ​ທາງ​ດ້ານ​ທຸລະກິດ​ໃນ​ທຸກ​ຂັ້ນ​ຕອນ​ ໃຫ້​ບັນ​ລຸ​ ວັດ​ຖຸ​ປະສົງ ​ແລະ ​ມີປະ​ສິດ​ທິ​ພາບ​ ຫລາຍຫຍິ່ງ​ຂຶ້ນ​
ຄວາມຫມາຍ​ຂອງ​ການ​ວິ​ໄຈ​
ການ​ວິ​ໄຈ​ນັ້ນ​ມີ​ຜູ້​ໃຫ້​ຄຳ​ຈໍາ​ກັດ​ຄວາມ​ແຕກ​ຕ່າງ​ກັນ​ອອກ​ໄປ​ ທັງ​ນີ້​ຂຶ້ນ​ຢູ່​ກັບ​ວັດ​ຖຸ​ປະສົງ​ຂອງ​ ການວິ​ໄຈ​ ສ່ວນ​ໃຫຍ່​ແລ້ວ​ນັກ​ວິ​ໄຈ​ຈະ​ມີ​ຄວາມ​ເຫັນ​ສອດຄ່ອງ​ກັນ​ໃນ​ເລື່ອງ​ຂອງ​ວິທີ​ການ​ ຫລື ​ຂະ​ບວນ​ການ​ ຂອງ​ການ​ວິ​ໄຈ​ ດັ່ງ​ນີ້​
ທີ່ປະ​ຊຸມ​ຂອງ​ Pan Pacific Science Congress ຄ​.ສ​. 1960 ທີ່​ ປະເທດສະຫະລັດ ອາເມລິກາ ໄດ້​ແຍກ​ຄວາມຫມາຍ​ຂອງ​ຄຳ​ວ່າ​ “Research” ຫລື​ ການ​ວິ​ໄຈ​ໄວ້​ດັ່ງ​ນີ້​
R = Recruitment & Relationship ໝາຍ​ເຖິງ​ການ​ຝຶກ​ຄົນ​ໃຫ້​ມີ​ຄວາມ​ຮູ້​ ລວບລວມ​ຄົົນທີ່​ມີ​ ຄວາມ​ຮູ້​ມາ​ປະຕິບັດ​ງານ​ຮ່ວມ​ກັນ​ ຕິດ​ຕໍ່​ສຳພັນ​ ແລະ ປະ​ສານ​ງານ​ກັນ​
E = Education & Efficiency ຜູ້​ບ່ອນ​ເຮັດວຽກ​ສຶກ​ສາ​ວິ​ໄຈ​ ຕ້ອງ​ມີ​ການສຶກສາ​ອົບຮົມ​ ມີ​ຄວາມ​ຮູ້​ ມີ​ສະມັດຕະພາບ​ສູງ​ໃນ​ການ​ວິ​ໄຈ​
S = Science & Stimulation ເປັນ​ສາດ​ທີ່​ພິສູດ​ເພື່ອ​ຄົ້ນ​ຄວ້າ​ຫາ​ຄວາມ​ຈິງ​ ຜູ້​ວິ​ໄຈ​ ຈ​ະ​ຕ້ອງ​ມີ​ພະລັງ​ກະຕຸ້ນ​ໃນ​ຄວາມ​ຄິດ​ລິເລິ່ມ​ ຂະ​ຕື​ຣື​ຣົ້ນ​ທີ່​ຈະ​ກໍ່ການ​ວິ​ໄຈ​ຕໍ່ໄປ​
E = Evaluation & Environment ຜູ້​ວິ​ໄຈ​ຕ້ອງ​ຮູ້​ຈັກ​ການປະ​ເມີນ​ຜົນວ່າ​ມີປະ​ໂຫຍດ​ ສົມ​ຄວນ​ທີ່​ຈະ​ເຮັດ​ວິ​ໄຈ ​ຫລື ​ບໍ່​ ແລະ ​ຕ້ອງ​ຮູ້​ຈັກ​ໃຊ້​ເຄື່ອງ​ມື ​ແລະ​ ອຸປະກອນ​ຕ່າງ​ໆ​ ມາ​ຊ່ວຍ​ໃນ​ການ​ວິ​ໄຈ​ໃຫ້​ ເໝາະ​ສົມ​ກັບ​ສະພາ​ວະ​ແວດ​ລ້ອມ​
A = Aim & Attitude ມີ​ຈຸດ​ມຸ້ງ​ໝາຍ​ຫລື ​ມີ​ເປົ້າ​ໝາຍ​ທີ່​ແນ່ນອນ​ ມີ​ທັດ​ນະ​ຄະ​ຕິ​ທີ່​ຈະ​ຕ້ອງ​ ຕິດ​ຕາມ​ຜົນ​ຂອງ​ການ​ວິ​ໄຈ​
R = Result ຜົນ​ການ​ວິ​ໄຈ​ທີ່​ອອກ​ມາ​ບໍ່​ວ່າ​ຈະ​ເປັນ​ຜົນ​ໃນ​ທາງ​ໃດ​ກໍ​ຕາມ​ຈະ​ຕ້ອງ​ຍອມ​ຮັບ​ຜົນຂອງ​ການ​ວິ​ໄຈ​ນັ້ນ​ຢ່າງ​ດຸດ​ດີ​ ເພາະ​ເປັນ​ຜົນ​ທີ່​ໄດ້​ມາ​ຈາກ​ການສຶກສາ​ຄົ້ນ​ຄວ້າ​ຢ່າງ​ມີ​ລະບົບ​
C = Curiosity ຜູ້​ວິ​ໄຈ​ຈະ​ຕ້ອງ​ມີ​ຄວາມ​ຢາກ​ຮູ້​ຢາກ​ເຫັນມີ​ຄວາມ​ສົນ​ໃຈ​ ແລະ​ ຂວນ​ຂວາຍ​ໃນງານ​ວິ​ໄຈ​ຕະຫລອດ​ເວລາເຖິງວ່າ​ຄວາມ​ຢາກ​ຮູ້​ນັ້ນ​ຈະ​ເປັນພຽງ​ນ້ອຍໆ​ກໍ​ຕາມ​
H = Horizon ຜົນ​ການ​ວິ​ໄຈ​ທີ່​ປາກົດ​ອອກ​ມາ​ຈະ​ເຮັດໃຫ້​ຮູ້​ ແລະ​ ເຂົ້າໃຈ​ບັນຫາ​ເຫຼົ່າ​ນັ້ນ​ໄດ້​ ເໝືອນ​ເກີດ​ແສງ​ສະຫວ່າງ​ຂຶ້ນ​ ຖ້າຍັງ​ບໍ່​ເກີດ​ແສງ​ສະຫວ່າງ​ຜູ້​ວິ​ໄຈ​ຕ້ອງ​ດໍາ​ເນີນ​ງານ​ຕໍ່ໄປ​ຈົນ​ກວ່າ​ຈະ​ໄດ້​ພົບ​ແສງ​ ສະຫວ່າງ​ ແສງ​ສະຫວ່າງ​ດັ່ງ​ກ່າວ​ໃນ​ທາງ​ສັງຄົມ​ໝາຍ​ເຖິງ​ຜົນ​ຂອງ​ການ​ວິ​ໄຈ​ຈະ​ກໍ່​ໃຫ້​ເກີດ​ສັນຕິສຸກ​ຂຶ້ນ​ໃນ​ສັງຄົມ​
ສະພາ​ວິ​ໄຈ​ແຫ່ງ​ຊາດ​ ໄດ້​ໃຫ້​ຄຳ​ນິ​ຍາມ​ຂອງ​ການ​ວິ​ໄຈ​ໄວ້​ວ່າ​ຄື​ການສຶກສາ​ຄົ້ນ​ຄວ້າ​ທີ່​ມີ​ລະບົບ​ ແລະ​ ແຜນ​ການ​ ເພື່ອ​ໃຫ້​ໄດ້​ມາ​ ຊຶ່ງ​ຄວາມ​ຮູ້​ທາງ​ສັງຄົມ​ສາດ ​ແລະ​ ມະນຸດສາດ​
ພົດ​ຈະນາ​ນຸກົມ​ໄທ​ສະບັບ​ຣາດ​ບັນ​ດິດ​ຖານ​ ພ​.ສ​. 2525 ໄດ້​ໃຫ້​ຄວາມຫມາຍ​ຂອງ​ການ​ວິ​ໄຈ​ໄວ້​ ວ່າ​ເປັນ​ ການ​ຄົ້ນ​ຄວ້າ​ເພື່ອ​ຫາ​ຂໍ້​ມູນຢ່າງ​ຖີ່​ຖ້ວນ​ຕາມ​ຫຼັກ​ວິ​ຊາ​
ນອກ​ຈາກ​ນັ້ນ​ຍັງມີ​ຜູ້​ໃຫ້​ຄຳ​ນິ​ຍາມ​ການ​ວິ​ໄຈ​ໄວ້​ອີກ​ວ່າ​
ການ​ວິ​ໄຈ​ ຄື​ຂະ​ບວນ​ການ​ໃນ​ການ​ຄົ້ນ​ຄວ້າ​ຫາ​ຄວາມ​ຈິງ​ ເພື່ອ​ທີ່​ຈະ​ນຳ​ມາ​ຊ່ວຍ​ໃນ​ ການ​ແກ້​ບັນຫາ​ ຫລື​ຕັ ດ​ສິນ​ໃຈ​ຢ່າງ​ມີປະ​ສິດ​ທິ​ພາບ​
ການ​ວິ​ໄຈ​ ໝາຍ​ເຖິງ​ຂະ​ບວນ​ການ​ຕ່າງ​ໆ​ທີ່​ດໍາ​ເນີນ​ການ​ເກັບ​ຣວບ​ລວບລວມ​ຂໍ້​ມູນ​ ມີ​ ການ​ວິ​ເຄາະ​ແລະ​ຕີ​ຄວາມຫມາຍ​ຂໍ້ມູນຢ່າງ​ມີ​ລະບົບ ​ແລະ​ ມີ​ວັດ​ຖຸ​ປະສົງ​ທີ່​ແນ່ນອນ​ ເພື່ອ​ໃຫ້​ໄດ້​ມາ​ຊຶ່ງ​ ຄຳ​ຕອບ​ທີ່​ຖືກ​ຕ້ອງ​ກັບ​ບັນຫາ​ ຫລື​ ຄຳ​ຖາມ​ທີ່​ໄດ້​ຕັ້ງ​ໄວ້​
ການ​ວິ​ໄຈ​ ຄື​ວິທີ​ການສຶກສາ​ຄົ້ນ​ຄວ້າ​ຢ່າງ​ມີ​ລະບຽບ​ແລະ​ຄວາມ​ ມຸ້ງ​ໝາຍ​ຢ່າງ​ ແນ່ນອນ​ ເພື່ອ​ໃຫ້​ໄດ້​ມາ​ຊຶ່ງ​ຄວາມ​ຈິງ​ຫລື​ຫຼັກ​ການ​ບາງຢ່າງ​
ສະຫຼຸບ​ຄວາມຫມາຍ​ຂອງ​ການ​ວິ​ໄຈ​
ຈາກ​ລາຍ​ລະອຽດ​ທີ່ກ່າວ​ໄວ້​ຂ້າງ​ຕົ້ນ​ຈຶ່ງ​ອາດ​ສະຫຼຸບ​ຄວາມຫມາຍ​ຂອງ​ການ​ວິ​ໄຈ​ໄດ້​ ດັ່ງ​ນີ້​
ການ​ວິ​ໄຈ​ ຄື​ຂະບວນ​ການສຶກສາ​ເພື່ອ​ຄົ້ນ​ຄວ້າ​ຫາ​ຂໍ້​ເທັດ​ຈິງ​ຫລື​ຄຳ​ຕອບ​ຂອງ​ບັນຫາ​ ດ້ວຍ​ວິທີ​ການ​ຄົ້ນ​ຄວ້າ​ລວບລວມ​ຂໍ້​ມູນ​ ຫລື ເຮັດການ​ທົດລອງ​ຢ່າງ​ມີ​ລະບົບ​ ເພື່ອ​ໃຫ້​ໄດ້​ຜົນ​ຂອງ​ການ​ ວິ​ໄຈ​ຢ່າງ​ມີປະ​ສິດ​ທິ​ພາບ​
ສາ​ເຫດ​ທີ່​ເກີດ​ການ​ວິ​ໄຈ​
ການ​ວິ​ໄຈ​ຈະ​ເຂົ້າໄປ​ມີບົດບາດ​ໃນ​ສະຖານນະການ​ດັ່ງ​ຕໍ່ໄປ​ນີ້​ຄື​
1. ບັນຫາ​ທີ່​ຜູ້​ບໍລິຫານ​ຕ້ອງ​ຕັດ​ສິນ​ໃຈ​
ບັນຫາ​ທີ່​ຜູ້​ບໍລິຫານ​ພົບ​ຢູ່​ເປັນ​ເລື່ອງ​ຍາກ​ທີ່​ຈະ​ລະ​ບຸ​ ຫລື​ກຳນົດ​ໃຫ້​ຊັດເຈນ​ອອກ​ມາ​ ເພາະ​ ບັນຫາ​ທີ່ເກິດຂື້ນ​ຫລື​ສິ່ງ​ທີ່​ເຮັດໃຫ້​ຜູ້​ບໍລິຫານ​ເຫັນ​ ອາດ​ເປັນພຽງ​ສັນຍາ​ນະ​ (Signal) ປາກົດ​ການ​ (Phenomenon) ຫລື​ ອາການ​ (Symptom) ທີ່​ຊີ້​ໃຫ້​ເຫັນ​ເຖິງ​ບັນຫາ​ທີ່ເກິດຂື້ນ​
2. ນຳ​ການ​ວິ​ໄຈ​ມາ​ໃຊ້​ດໍາ​ເນີນ​ການ​ເພື່ອບ​ຣົນ​ລຸ​ຜົນ​ສຳເລັດ​
(1) ການ​ລາຍ​ງານ​ (Reporting) ການ​ລາຍ​ງານ​ເປັນ​ວິທີ​ຄົ້ນ​ຫາ ​ແລະ ​ລວບລວມ​ຂໍ້​ມູນ​ ເບື້ອງ​ຕົ້ນ​ ໂດຍ​ວິ​ເຄາະ​ເຖິງ​ສະຖານນະການ​ທີ່ເກິດຂື້ນ ​ແລະ ​ສະຫຼຸບຜົນອອກ​ມາ​ ການ​ລາຍ​ງານ​ເປັນ​ການ​ບັນລະຍາຍ​ ເຖິງ​ຄວາມ​ເຫັນ​ຂອງ​ສິ່ງ​ທີ່​ຄົ້ນ​ພົບ​ໃນ​ລັກສະນະ​ທັ່ວ​ໆ​ ໄປ​
(2) ການ​ບັນລະຍາຍ​ (Descriptive) ເປັນ​ການ​ຄົ້ນ​ຫາ​ຄຳ​ຕອບ​ສຳລັບ​ຄຳ​ຖາມ​ ຫລື ​ເລື່ອງ​ ທີ່ເກິດຂື້ນ​ນີ້​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​
- ໃຜ​ (Who)
- ຫຍັງ​ (What)
- ເມື່ອ​ໄດ​ (When)
- ທີ່​ໃດ​ (Where)
- ແນວໃດ​ (How)
ປົກກະຕິ​ການ​ວິ​ໄຈ​ດ້ວຍ​ວິທີ​ບັນລະຍາຍ​ນິຍົມ​ໃຊ້​ກັນ​ຫລາຍ​ໃນ​ທາງ​ທຸລະກິດ​ ເພາະ​ສາມາດ​ນຳ​ໄປ​ໃຊ້​ໄດ້​ ຫຼາຍ​ສະຖານນະການ​ ເຊັ່ນ​ ການ​ວາງ​ແຜນ​ ການ​ສະຫຼຸບ​ຜົນ​ ການປະ​ເມີນ​ຜົນ​ ເປັນ​ຕົ້ນ​
(3) ການ​ອະທິບາຍ​ (Explanatory) ເປັນ​ການສຶກສາລັກຊະນະ​ອະທິບາຍ​ເປັນ​ການສຶກສາ​ທີ່​ຕ່າງ​ ການ​ບັນລະຍາຍ​ ເພາະ​ຕ້ອງ​ການ​ອະທິບາຍ​ເຖິງ​ເລື່ອງລາວ​ຫລື​ ສາ​ເຫດ​ທີ່ເກິດຂື້ນ​(Phenomenon) ເປັນ​ການ​ ບັນລະຍາຍ​ຫລື​ ໃຫ້​ຄວາມ​ເຫັນ​ຂອງ​ສິ່ງ​ທີ່​ຄົ້ນ​ພົບ​ໃນ​ລັກສະນະ​ທັ່ວ​ ໆ​ ໄປ​
(4) ການ​ພະຍາກອນ​ (Predictive) ເມື່ອ​ການ​ວິ​ໄຈ​ສາມາດ​ໃຫ້​ຂໍ້​ມູນ​ຫລື ​ອະທິບາຍ​ເຖິງ​ ສາ​ເຫດ​ໄປຈົນເຖິງ​ຈົນ​ຜົນ​ທີ່ເກິດຂື້ນ​ແລ້ວ​ ນັກ​ວິ​ໄຈ​ກໍ​ຈະ​ສາມາດ​ພະຍາກອນ​ວ່າ​ເມື່ອ​ໃດ​ ແລະ​ ສະຖານນະການ​ຫຍັງ​ທີ່​ ຈະ​ເກີດ​ເຫດການ​ດັ່ງ​ກ່າວ​ຂຶ້ນ​
ຄວາມ​ຈໍາ​ເປັນ​ທີ່​ຕ້ອງ​ກໍ່ການ​ວິ​ໄຈ​
ປະຈຸບັນ​ຄວາມ​ຮູ້​ໃນ​ສາ​ຂາ​ວິ​ຊາ​ຕ່າງ​ ໆ​ ທັງຫມົດ​ທັງ​ດ້ານ​ທຸລະກິດ​ໄດ້​ພັດທະນາ​ກ້າວ​ໜ້າ​ໄປ​ຢ່າງ​ວ່ອງໄວ​ ຕະຫຼາດ​ຜູ້ບໍລິ​ໂພກ​ມີ​ຄວາມສະລັບ​ຊັບ​ຊ້ອນ​ຫລາຍ​ຂຶ້ນ​ ການ​ແຂ່ງ​ຂັນ​ເພີ່ມ​ຄວາມ​ຮຸນແຮງ​ຫລາຍ​ຂຶ້ນ​ ດັ່ງ​ນັ້ນ​ເພື່ອ​ເປັນ​ ການສຶກສາ​ຊ່ອງ​ທາງ​ການ​ຈັດ​ຈໍາ​ໜ່າຍ​ ແລະ ​ເພື່ອ​ໃຊ້​ເປັນ​ເຄື່ອງ​ມື​ທີ່​ຊ່ວຍ​ໃນ​ການ​ຕັດ​ສິນ​ໃຈ​ ຜູ້​ບໍລິຫານ​ຈຶ່ງ​ ຄ​ວນ​ທີ່​ຈະ​ມີ​ຄວາມ​ຮູ້​ກ່ຽວກັບ​ລະບຽບ​ວິທີ​ວິ​ໄຈ​ເພື່ອ​ໃຫ້​ຮູ້​ເຖິງ​ຂັ້ນ​ຕອນ​ໃນ​ການເຮັດ​ວິ​ໄຈ​ ເພື່ອ​ນຳ​ໄປ​ໃຊ້​ ປະ​ເມີນ​ຄຸນນະພາບ​ຂອງ​ການ​ວິ​ໄຈ​ຫລື​ເພື່ອ​ນຳ​ໄປ​ໃຊ້​ໃນ​ປະກອບ​ການ​ຕັດ​ສິນ​ໃຈ​




ເຄື່ອງ​ມື​ໃນ​ການ​ຕັດ​ສິນ​ໃຈ​
ປະຈຸບັນ​ເປັນ​ທີ່​ຍອມ​ຮັບ​ ​ໂດຍ​ທັ່ວ​ໄປ​ວ່າ​ການ​ວິ​ໄຈ​ ເປັນ​ເຄື່ອງ​ມື​ທີ່​ສຳຄັນ​ຂອງ​ນັກ​ບໍລິຫານ​ ສຳລັບ​ຊ່ວຍ​ໃນ​ການ​ຕັດ​ສິນ​ໃຈ​ໄດ້​ຢ່າງ​ຖືກ​ຕ້ອງ ​ແລະ ​ສົມບູນຫຍິ່ງ​ຂຶ້ນ​ ແນວໄດ​ກໍ​ຕາມ​ການ​ວິ​ໄຈ​ກໍ​ບໍ່​ສາມາດ​ ແກ້​ບັນຫາ​ໄດ້​ສະເໝີ​ໄປ​ ເພາະ​ນອກ​ເໜືອ​ຈາກ​ງານ​ວິ​ໄຈ​ແລ້ວ​ນັກ​ບໍລິຫານ​ຈໍາ​ເປັນ​ຈະ​ຕ້ອງ​ອາໄສ​ສິ່ງ​ ຕໍ່ໄປ​ນີ້​ເພື່ອ​ຊ່ວຍ​ໃນ​ການ​ຕັດ​ສິນ​ໃຈ​ດ້ວຍ​ ຄື​
1. ຄວາມ​ຮູ້​ ໝາຍ​ເຖິງ​ ການ​ຮູ້​ຈັກ​ໃຊ້​ຂໍ້​ມູນ​ທີ່​ໄດ້​ມາ​ໃຫ້​ມີ​ປະໂຫຍດ​ຕໍ່​ການ​ຕັດ​ສິນ​ໃຈ​ ໂດຍ​ ຄວາມ​ຮູ້​ນັ້ນ​ອາດ​ໄດ້​ມາ​ຈາກ​ການ​ຮຽນ​ຮູ້​ ການ​ວິ​ໄຈ​ ການ​ຝຶກ​ອົບຮົມ​ ເປັນ​ຕົ້ນ​
2. ປະສົບການ​ ຜູ້​ທີ່​ມີ​ປະສົບການ​ຫລື​ເຄີຍ​ເຮັດວຽກ​ມາ​ກ່ອນ​ ຈ​ະ​ຮູ້​ຈັກ​ການ​ປັບຕົນ​ໃຫ້​ ເຂົ້າ​ກັບ​ສະຖານນະການ​ ເພາະ​ຜູ້​ທີ່​ມີ​ປະສົບການ​ຈະ​ມີ​ຄວາມ​ສາມາດ​ໃນ​ການ​ເກັບ​ລວບລວມ​ຂໍ້​ມູນ​ ການ​ ແປ​ຄວາມຫມາຍ​ ແລະ ​ການ​ວິ​ເຄາະ​ຂໍ້​ມູນ​ວ່າ​ຄວນ​ຈະ​ໃຊ້​ເມື່ອ​ໃດ​ ຊຶ່ງ​ສິ່ງ​ຕ່າງ​ໆ​ ເຫຼ່າ​ນີ້​ຈະ​ຮຽນ​ຮູ້​ໄດ້​ຈາກ​ ປະສົບການ​ທີ່​ມີ​ມາ​ໃນ​ອະ​ດີດ​
ວັດ​ຖຸ​ປະສົງ​ໃນ​ການ​ວິ​ໄຈ​
ໃນ​ການ​ດໍາ​ເນີນ​ການ​ວິ​ໄຈ​ຈະ​ຕ້ອງ​ມີ​ຄວາມ​ຕ້ອງ​ການ​ ຫລື​ ມີ​ວັດ​ຖຸ​ປະສົງ​ໃນ​ການ​ວິ​ໄຈ​ຊຶ່ງ​ສາມາດ​ ສະຫຼຸບ​ວັດ​ຖຸ​ປະສົງ​ຂອງ​ການ​ວິ​ໄຈ​ອອກ​ມາ​ໄດ້​ດັ່ງ​ນີ້​ ຄື​
1. ເພື່ອ​ເປັນ​ການສຶກສາ​ສ້າງ​ຄວາມ​ຮູ້​ຫລື​ທິດສະດີ​ໃໝ່​ໆ​ ທີ່​ຈະ​ນຳ​ໄປ​ໃຊ້​ໃຫ້​ເກີດ​ປະໂຫຍດ​ໃນ​ ດ​້າ​ນ​ວິ​ຊາ​ການ​
2. ເພື່ອ​ສ້າງ​ສິ່ງ​ປະດິດ​ຫລື​ເທັກ​ໂນ​ໂລ​ຢີ​ໃໝ່​ໆ​ ເຮັດໃຫ້​ເກີດ​ຄວາມ​ຈະເລີນ​ກ້າວ​ໜ້າ​ທາງ​ດ້ານ​ ອຸປະກອນ​ໄປຈົນເຖິງ​ເຄື່ອງ​ມື​ຕ່າງ​ ໆ​ ທີ່​ຈະ​ຊ່ວຍ​ເຮັດໃຫ້​ຄຸນນະພາບ​ຂອງ​ຊີວິດ​ດີ​ຂຶ້ນ​
3. ເພື່ອ​ນຳ​ຜົນ​ທີ່​ໄດ້ຮັບ​ຈາກ​ການສຶກສາ​ວິ​ໄຈ​ໄປປະ​ຍຸກ​ໃຊ້​ ໃຫ້ເປັນ​ປະໂຫຍດ​ຕໍ່​ການ​ ດໍາລົງ​ຊີວິດ​ຂອງ​ມະນຸດ​ ທັງ​ທາງ​ກົງ​ຫລື​ ໂດຍ​ທາງ​ອ້ອມ​
4. ເພື່ອ​ຊ່ວຍ​ໃຫ້​ຜູ້​ບໍລິຫານ​ສາມາດ​ຕັດ​ສິນ​ໃຈ​ໄດ້​ຢ່າງ​ຖືກ​ຕ້ອງ​ສົມບູນຫຍິ່ງ​ຂຶ້ນ​ ໃນ​ເລື່ອງ​ ການ​ ດໍາ​ເນີນ​ງານ​ ການ​ພະຍາກອນ​ ການ​ວິ​ເຄາະ​ແນວ​ໂນ້ມ​ ການ​ຄວບ​ຄຸມ ​ແລະ ​ການ​ ແກ້​ໄຂ​ບັນຫາ​ໄດ້​ຢ່າງ​ມີ​ ປະ​ສິດ​ທິ​ພາບ​
ປະໂຫຍດ​ຂອງ​ການ​ວິ​ໄຈ​
ອາດ​ກ່າວ​ໄດ້​ວ່າ​ການ​ວິ​ໄຈ​ເປັນ​ການສຶກສາ​ເພື່ອ​ຫາ​ຄວາມ​ຮູ້​ຫລື​ຂໍ້​ເທັດ​ຈິງ​ໃນ​ສາ​ຂາ​ວິ​ຊາ​ຕ່າງ​ໆ​ ໂດຍ​ມີ​ວັດ​ຖຸ​ປະສົງ​ທີ່​ຈະ​ນຳ​ເອົາ​ຄວາມ​ຮູ້​ ຫລື ​ວິທະຍາ​ການ​ນັ້ນ​ໄປ​ໃຊ້​ໃຫ້ເປັນ​ປະໂຫຍດ​ສຳລັບ​ທຸລະກິດ​ເກືອບ​ ທຸກປະ​ເພດ​ ຊຶ່ງ​ອາດ​ສະຫຼຸບ​ປະໂຫຍດ​ຂອງ​ການ​ວິ​ໄຈ​ໄດ້​ດັ່ງ​ນີ້​
1. ຊ່ວຍ​ໃຫ້​ເກີດ​ຄວາມ​ຮູ້​ໃໝ່​ໆ​
ການ​ວິ​ໄຈ​ເປັນ​ການ​ເພີ່ມ​ພູນ​ວິທະຍາ​ການ​ໃຫ້​ກວ້າງ​ຂວາງ​ຂຶ້ນ​ ເພື່ອ​ໃຫ້​ໄດ້​ຄວາມ​ຮູ້​ໃໝ່​ ຊ່ວຍ​ໃຫ້​ ໄດ້​ຄວາມ​ຮູ້​ໃນ​ສິ່ງ​ທີ່ຍັງ​ບໍ່​ຮູ້​ ສິ່ງ​ທີ່ບ​ອ​ຮູ້​ຢູ່​ດ້ວຍ​ແລ້ວ​ກໍ​ເຮັດໃຫ້​ຮູ້​ ແລະ ​ເຂົ້າໃຈ​ດີຫຍິ່ງ​ຂຶ້ນ​ ແລະ​ ນຳ​ຄວາມ​ຮູ້​ເຫຼົ່າ​ນັ້ນ​ ມາ​ໃຊ້​ເປັນ​ປະໂຫຍດ​ ຕໍ່ໄປ​
2. ຊ່ວຍ​ແກ້​ບັນຫາ​ຢ່າງ​ຖືກ​ຕ້ອງ​ແລະ​ຍຸດຕິທຳ​
ສັງຄົມ​ຈະ​ມີ​ບັນຫາ​ເກີດ​ຂຶ້ນ​ຢູ່​ຕະຫລອດ​ເວລາ​ ຈຶ່ງ​ຈໍາ​ເປັນ​ຕ້ອງ​ມີ​ການສຶກສາ​ວິ​ໄຈ​ເພື່ອ​ໃຫ້​ຮູ້​ ວ່າ​ມີ​ຫຍັງ​ແດ່​ທີ່​ເປັນ​ສາ​ເຫດ​ທີ່​ເຮັດໃຫ້​ເກີດ​ບັນຫາ​ ທັງ​ນີ້​ເພື່ອຈະ​ໄດ້​ຫາ​ທາງ​ແກ້​ບັນຫາລວມທັງ​ອຸປະສັກ​ທີ່​ ເກິດ​ຂຶ້ນ​ ໄດ້​ຢ່າງ​ຖືກ​ຕ້ອງ​ເໝາະ​ສົມ ​ແລະ ​ຍຸດຕິທຳ​
3. ຊ່ວຍ​ໃນ​ການ​ກຳນົດ​ນະໂຍບາຍ​ແລະ​ການ​ວາງ​ແຜນ​
ໃນ​ການ​ກຳນົດ​ນະໂຍບາຍ ​ແລະ ​ວາງ​ແຜນ​ໄດ້​ຢ່າງ​ຖືກ​ຕ້ອງ​ ວ່ອງໄວ​ ແລະ ປະ​ຫຍັດ​ ແລະ ອື່ນໆ​ ຜູ້​ບໍລິຫານ​ຈໍາ​ເປັນ​ຕ້ອງ​ອາໄສ​ຂໍ້​ມູນ​ ແລະ ​ຂໍ້​ສະເໜີ​ແນະ​ຈາກ​ນັກ​ວິ​ໄຈ​ມາ​ປະກອບ​ການ​ຕັດ​ສິນ​ໃຈ​ທັງ​ນີ້​ເພື່ອ​ຫຼຸດຜ່ອນຄວາມ​ຜິດ​ພາດ​ທີ່​ອາດ​ເກີດ​ຂຶ້ນ​ ແລະ​ ເພື່ອ​ໃຊ້​ກຳນົດ​ນະໂຍບາຍ​ໃນ​ການ​ປະຕິບັດ​ງານ​ຕໍ່ໄປ​
4. ຊ່ວຍ​ແກ້​ບັນຫາ​ໃນ​ການ​ປະຕິບັດ​ງານ​
ເມື່ອ​ເກີດ​ບັນຫາ​ໃນ​ການ​ປະຕິບັດ​ງານ​ຂຶ້ນ​ ການ​ວິ​ໄຈ​ສຶກ​ສາ​ຫາ​ຂໍ້​ແທ້​ຈິງ​ຈະ​ສາມາດ​ຊ່ວຍ​ ຫາ​ຄຳ​ຕອບ​ມາ​ໃຊ້​ໃນ​ການ​ແກ້​ບັນຫາ​ໄດ້​ຖືກ​ຕ້ອງ​ ກົງ​ຕໍ່​ຄວາມ​ເປັນ​ຈິງ​ຫລາຍຫຍິ່ງ​ຂຶ້ນ​ ເປັນ​ການ​ແກ້​ບັນຫາ​ ດ້ວຍ​ເຫດຜົນ​ຫລາຍກວ່າ​ການ​ໃຊ້​ສາມັນ​ສຳ​ນຶກ​
5. ຊ່ວຍ​ເສີມ​ສ້າງ​ດ້ານບຸກຄະລິດລັກຊະນະ ​
ການ​ວິ​ໄຈ​ຈະ​ເປັນ​ເຄື່ອງ​ມື​ທີ່​ຊ່ວຍ​ໃຫ້​ ນັກ​ບໍລິຫານ​ມີສະມັດທະນະ​ໃນ​ການ​ພິຈາລະນາ​ ສັ່ງ​ການ​ ແລະ​ ຕັດ​ສິນ​ບັນຫາ​ໄດ້​ຢ່າງຖືກຕ້ອງຫຍິ່ງ​ຂຶ້ນ​
6. ຊ່ວຍ​ນັກ​ບໍລິຫານ​ໃນ​ການ​ຕິດ​ຕາມ​ຜົນ​
ການ​ວິ​ໄຈ​ຈະ​ຊ່ວຍ​ໃຫ້​ນັກ​ບໍລິຫານ​ຫລື​ນັກ​ວິ​ໄຈ​ການ​ ສາມາດ​ຕິດ​ຕາມ ​ແລະ ປະ​ເມີນ​ຜົນ​ການ​ ປະຕິບັດ​ງານ​ຂອງ​ຕົນ​ໃຫ້​ດີຫຍິ່ງ​ຂຶ້ນ​
7. ຊ່ວຍ​ໃນ​ການ​ຝຶກ​ໃຊ້​ເຄື່ອງ​ມື​
ການ​ວິ​ໄຈ​ຈະ​ເປັນ​ການ​ຊ່ວຍ​ຜູ້​ປະຕິບັດ​ງານ​ ຮູ້​ຈັກ​ຝຶກ​ການ​ໃຊ້​ເຄື່ອງ​ມື​ຢ່າງ​ກວ້າງ​ຂວາງ​ຫລາຍ​ ຂ​ຶ້​ນ​
8. ຊ່ວຍ​ໃຫ້​ມີ​ຜົນ​ງານ​ວິ​ໄຈ​ເພີ່ມ​ຫລາຍ​ຂຶ້ນ​
ການ​ນຳ​ຜົນ​ການ​ວິ​ໄຈ​ເອົາ​ໄປ​ໃຊ້​ໃຫ້ເປັນ​ປະໂຫຍດ​ໃນ​ການ​ບໍລິຫານເຮັດໃຫ້​ເປັນ​ການ​ເພີ່ມຜົນ​ງານ​ວິ​ໄຈ​ຫລາຍ​ຂຶ້ນເພາະ​ຜົນ​ງານ​ວິ​ໄຈ​ຈະ​ເຮັດໃຫ້​ຮູ້​ເຖິງ​ຂໍ້​ເທັດ​ຈິງ​ທີ່​ສາມາດ​ນຳ​ມາ​ບໍລິຫານ ​ແລະ​ ພັດທະນາ​ຕໍ່ໄປ​
9. ຊ່ວຍ​ໃຫ້​ຮູ້ວ່າ​ມີ​ຜູ້​ໃດ​ເຮັດ​ວິ​ໄຈ​ເລື່ອງ​ຫຍັງ​ໄວ້​ດ້ວຍ​
ເພື່ອ​ຫຼີກ​ລ້ຽງ​ການ​ວິ​ໄຈ​ຊ້ຳ​ຊ້ອນ​ກັນແຕ່​ຖ້າ​ເປັນ​ການ​ວິ​ໄຈ​ທີ່​ມີໄລຍະ​ເວລາ​ຫ່າງ​ກັນໃຊ້​ ເທກ​ນິກ​ແຕກ​ຕ່າງ​ກັນ​ ແລະ ອື່ນໆ​ ກໍ​ບໍ່​ຖື​ວ່າ​ເປັນ​ການ​ວິ​ໄຈ​ຊ້ຳ​ຊ້ອນ​
ລັກສະນະ​ຂອງ​ງານ​ວິ​ໄຈ​ (Natures of Research)
          ງານ​ວິ​ໄຈ​ເປັນ​ການ​ຫາ​ຂໍ້ມູນຢ່າງ​ມີ​ລະບົບ​ ເພື່ອ​ຊ່ວຍ​ໃນ​ການ​ຕັດ​ສິນ​ໃຈ​ໂດຍ​ອາໄສ​ຂະ​ບວນ​ການ​ ທີ່​ເປັນ​ວິທະຍາ​ສາດ​ດັ່ງ​ນັ້ນ​ລັກສະນະ​ຂອງ​ງານ​ວິ​ໄຈ​ຈະ​ຕ້ອງ​ປະກອບ​ດ້ວຍ​ສິ່ງ​ຕໍ່ໄປ​ນີ້​:
1. ມີ​ຈຸດ​ມຸ້ງ​ໝາຍ​ (Purpose) ຕ້ອງ​ມີ​ຈຸດ​ມຸ້ງ​ໝາຍ​ ແລະ​ ລາຍ​ລະອຽດ​ທີ່​ຊັດເຈນ​ ມີຄວາມ​ ເປັນ​ໄປ​ໄດ້​ ມີ​ລາຍ​ລະອຽດ​ຢ່າງ​ຊັດເຈນກຳນົດ​ຂອບ​ເຂດ​ ຂໍ້​ຈໍາ​ກັດ​ ມີ​ແຜນ​ການ​ປະຕິບັດ​ ໃຫ້​ບັນ​ລຸ​ຕາມ​ ວັດ​ຖຸປະ​ສົງ​
2. ການ​ສັງເກດ​ (Observation) ງານ​ວິ​ໄຈ​ຈະ​ຕ້ອງ​ມີ​ການ​ຕິດ​ຕາມ​ເບິ່ງ​ຜົນ​ງານ​ວິ​ໄຈ​ ມີ​ການ​ ສັງເກດ​ເຖິງ​ປາກົດ​ການ​ຕ່າງ​ໆ​ ທີ່ເກິດຂື້ນ​ຕະຫລອດ​ເວລາ​
3. ຈະ​ຕ້ອງ​ມີ​ການ​ຈັດ​ໝວດ​ໝູ່​ (Classification) ການ​ວິ​ໄຈ​ເປັນ​ງານ​ທີ່​ມີ​ລະບົບ​ ມີ​ແບບ​ມີ​ ແຜນ​ ມີ​ການ​ດໍາ​ເນີນ​ງານ​ເປັນ​ຂັ້ນ​ຕອນ​ ມີ​ການ​ຈັດ​ເປັນ​ພວກ​ຫລື​ເປັນ​ໝວດ​ໝູ່​ ເພື່ອ​ໃຫ້ເປັນ​ລະບຽບ ​ແລະ​ ສະ​ດວກ​ໃນ​ການສຶກສາ​ຄົ້ນ​ຄວ້າ​
4. ມີ​ການ​ວັດ​ຜົນ​ (Measurement) ງານ​ວິ​ໄຈ​ທີ່​ໜ້າ​ເຊື່ອ​ຖື​ຈະ​ຕ້ອງ​ມີ​ການ​ວັດ​ຜົນ ​ແລະ​ ພິຈາລະນາ​ຜົນ​ຂອງ​ປາກົດ​ການ​ເກີດ​ຂຶ້ນ​ວ່າ​ເປັນ​ແນວໄດ​ ເພາະ​ຄວາມ​ສຳຄັນ​ຂອງ​ການ​ວິ​ໄຈ​ຢູ່​ທີ່​ການ​ ວັດ​ຜົນ​ ມີ​ເຄື່ອງ​ມື​ທີ່​ໃຊ້​ໃນ​ການ​ວັດ​ຜົນ​ທີ່​ດີ​ລວມເຖິງຮູ້​ຈັກ​ເລືອກ​ໃຊ້​ວິທີ​ທີ່​ເໝາະ​ສົມ​ໃນ​ການ​ວັດ​ຜົນ​
5. ມີ​ການ​ແປ​ຄວາມຫມາຍ​ (Interpret and Meaning) ຜູ້​ວິ​ໄຈ​ຄວນ​ຮູ້​ຈັກ​ທິດສະດີ​ທີ່​ ກ່ຽວ​ຂ້ອງ​ກັບ​ການ​ວິ​ໄຈ​ ເພາະ​ຈະ​ຕ້ອງ​ມີ​ການ​ແປ​ຄວາມຫມາຍ​ຂອງ​ຂໍ້​ມູນ​ ຫລື ​ປາກົດ​ການ​ທີ່​ໃຊ້​ວັດ​ ຮູ້​ຈັກ​ການ​ວິ​ເຄາະ​ຂໍ້​ມູນ ​ແລະ​ ນຳ​ມາ​ໃຊ້​ປະໂຫຍດ​
6. ມີ​ການ​ສະຫຼຸບ​ຜົນລົງຄຳ​ເຫັນ​ (Concluding) ການ​ວິ​ໄຈ​ຈະ​ຕ້ອງ​ມີ​ການ​ສະຫຼຸບ​ຜົນ​ ຫລື ​ຫາຂໍ້​ຍຸດຕິ​ທີ່​ຄາດ​ວ່າ​ຈະ​ນຳ​ໄປ​ໃຊ້​ໃຫ້ເປັນ​ປະໂຫຍດ​ໃຊ້​ຂໍ້​ມູນ​ທີ່​ເກັບ​ລວບລວມ​ໄວ້​ມາ​ຕີ​ຄວາມ​ດ້ວຍ​ຄວາມ​ເປັນ​ ກາງ​ ທ່ຽງ​ກົງ​ ປາດສະຈາກ​ອະຄະຕິ​ ສ້າງ​ຄວາມ​ເຊື່ອ​ມັ່ນ​ໃນ​ງານ​ວິ​ໄຈ​ມີ​ການ​ສະເໜີ​ແນະ​ເຖິງ​ທາງ​ເລືອກ​ຕ່າງ​ໆ​
7. ສະແດງ​ເຖິງ​ປະສົບການ​ຂອງ​ຜູ້​ວິ​ໄຈ​ (Researcher’s Experience reflected) ຄວາມ​ເຊື່ອ​ມັ່ນ​ຂອງ​ງານ​ວິ​ໄຈ​ຂຶ້ນ​ຢູ່​ກັບ​ ປະສົບການ​ ຊື່​ສຽງ​ ໄປຈົນເຖິງຄຸນນະ​ທຳ​ຂອງ​ຜູ້​ວິ​ໄຈ​ ງານ​ວິ​ໄຈ​ຈຶ່ງ​ຕ້ອງ​ປະກອບ​ດ້ວຍ​ຂໍ້​ມູນ​ດ້ານ​ຄຸນສົມບັດ​ຂອງ​ຜູ້​ເຮັດ​ວິ​ໄຈ​ດ້ວຍ​ ເພາະ​ຜູ້​ອ່ານ​ງານ​ວິ​ໄຈ​ຈະ​ໃຊ້​ ເປັນ​ເຄື່ອງ​ປະກອບ​ໃນ​ການ​ພິຈາລະນາ​ຄວາມ​ເຊື່ອ​ມັ່ນ​ຂອງ​ງານ​ວິ​ໄຈ​
ລັກສະນະ​ຂອງ​ການ​ວິ​ໄຈ​ທີ່​ດີ​
ການ​ວິ​ໄຈ​ທີ່​ດີ​ຄວນ​ມີ​ລັກສະນະ​ ດັ່ງ​ນີ້:
1. ກຳນົດ​ວັດ​ຖຸ​ປະສົງ​ໄວ້​ຢ່າງ​ຊັດເຈນ​
2. ຂະ​ບວນ​ການ​ວິ​ໄຈ​ຕ້ອງ​ລະ​ບຸ​ໃຫ້​ລະອຽດ​ທຸກ​ຂັ້ນ​ຕອນ​
3. ມີ​ການ​ອອກ​ແບບ​ວາງ​ແຜນ​ໄວ້​ທັງ​ໝົດ​
4. ຈະ​ຕ້ອງ​ມີ​ມາດຕະຖານ ​ແລະ ​ມີຈັນຍາບັນ
5. ຂໍ້​ຈໍາ​ກັດ​ຕ້ອງ​ລະ​ບຸ​ໄວ້​ຢ່າງ​ເປີດ​ເຜີຍ
6. ມີ​ການ​ວິ​ເຄາະ​ ເພື່ອ​ການ​ນຳ​ໄປ​ໃຊ້​ໃນ​ການ​ຕັດ​ສິນ​ໃຈ​
7. ການ​ນຳ​ສະເໜີ​ຜົນ​ງານ​ວິ​ໄຈ​ຈະ​ຕ້ອງ​ຊັດເຈນ​
8. ການ​ສະຫຼຸບ​ຕ້ອງ​ມີ​ເຫດຜົນ​ສະໜັບ​ສະໜູນ​
9. ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ປະສົບການ​ຂອງ​ຜູ້​ວິ​ໄຈ​
ປະເພດ​ຂອງ​ການ​ວິ​ໄຈ​ (Types of Research)
          ການ​ວິ​ໄຈ​ແບ່ງ​ອອກ​ໄດ້​ຫຼາຍປະ​ເພດ​ຂຶ້ນ​ຢູ່​ກັບ​ວ່າ​ຈະ​ໃຊ້​ຫຍັງ​ເປັນ​ເກນ​ໃນ​ການ​ພິຈາລະນາ​ ການ​ ວິ​ໄຈ​ຈະ​ແຍກປະ​ເພດ​ໂດຍ​ເກນ​ຕ່າງໆ​ເຊັ່ນ​:
1. ພິຈາລະນາ​ຈາກ​ຈຸດ​ມຸ້ງ​ໝາຍ​ຂອງ​ການ​ວິ​ໄຈ​
(1) ການ​ວິ​ໄຈ​ທາງ​ວິທະຍາ​ສາດ​ (Science Research) ເປັນ​ການສຶກສາ​ວິ​ໄຈ​ ປາກົດ​ການ​ຂອງ​ທຳມະຊາດ​ທີ່ເກິດຂື້ນ​ທັງ​ສິ່ງ​ທີ່​ມີ​ຊີວິດ​ ແລະ ​ທີ່​ບໍ່​ມີ​ຊີວິດ​ ເພື່ອປະ​ດິດ​ ພັດທະນາ​ ປັບ​ປຸງ​ ຜະລິດຕະພັນ​ໃຫ້​ມີປະ​ສິດ​ທິ​ພາບ​ດີຫຼາຍ​ຂຶ້ນ​ ສ່ວນ​ຫລາຍ​ເປັນ​ການ​ວິ​ໄຈ​ດ້ານ​ວິ​ຊາ​ການ​ ແລະ​ ການ​ວິ​ໄຈ​ ການ​ຄົ້ນ​ຄວ້າດ​ທົດລອງ ​ ການ​ວິ​ໄຈ​ທາງ​ວິທະຍາ​ສາດ​ ແບ່ງ​ອອກ​ເປັນ​ 2 ຢ່າງຄື:
- ວິທະຍາ​ສາດ​ກາຍ​ພາບ​ (Physical Science) ເປັນ​ການສຶກສາ​ວິ​ໄຈ​ສິ່ງ​ທີ່​ບໍ່​ມີ​ ຊີວິດ​
- ວິທະຍາ​ສາດ​ຊີວະ​ພາບ​ (Biological Science) ເປັນ​ການສຶກສາ​ວິ​ໄຈ​ສິ່ງ​ທີ່​ມີ​ ຊີວິດ​
          ການ​ວິ​ໄຈ​ທາງ​ວິທະຍາ​ສາດ​ຈະ​ຊ່ວຍ​ເຮັດໃຫ້​ມະນຸດ​ສະຫລາດ​ກວ່າ​ສັດ​ ເພາະ​ມະນຸດ​ມີ​ການ​ຮຽນ​ຮູ້​ໄດ້​ດີກວ່າ​ສັດ​ ດັ່ງ​ນັ້ນ​ການ​ວິ​ໄຈ​ທາງ​ວິທະຍາສາດ​ຈະ​ສົ່ງ​ຜົນ​ເຮັດໃຫ້​ມະນຸດ​ມີ​ຄວາມ​ເປັນ​ຢູ່​ຢ່າງ​ສຸກ​ສະບາຍ​ຂຶ້ນ​ ເຊັ່ນ​ ມີຖະໜົນ​ ມີ​ໄຟ​ຟ້າ​ ໂທລະສັບ, ລົດ​ ແລະ ອື່ນ ໆ​
(2) ການ​ວິ​ໄຈ​ທາງ​ສັງຄົມ​ສາດ​ (Social Research) ເປັນ​ການສຶກສາ​ກ່ຽວກັບ​ ຄຸນລັກສະນະ​ຂອງ​ມະນຸດ​ ສ່ວນ​ໃຫຍ່​ເປັນ​ທາງ​ດ້ານ​ ຄວາມ​ຮູ້ສຶກ​ ແລະ ​ພຶດຕິກຳ​ຕ່າງ​ ໆ​ ເຊັ່ນ​ ດ້ານ​ ການສຶກສາ​ ດ້ານ​ທຸລະກິດ​ ດ້ານ​ການ​ທ່ອງ​ທ່ຽວ​ແລະ ອື່ນ ໆ​ ອາດ​ເວົ້າ​ໄດ້​ວ່າ​ການ​ວິ​ໄຈ​ທາງ​ດ້ານ​ສັງຄົມ​ສາດ​ (Social Research) ເປັນ​ການ​ວິ​ໄຈ​ທີ່​ກ່ຽວ​ຂ້ອງ​ກັບ​ມະນຸດ​ໂດຍ​ກົງ​ ທັງ​ດ້ານ​ພຶດຕິກຳ​ ຄ​ວາມ​ຮູ້ສຶກ​ ໄປຈົນເຖິງ​ອິດທິພົນ​ຂອງ​ສິ່ງ​ແວດ​ລ້ອມ​ ທັງ​ນີ້​ໂດຍ​ອາໄສ​ຫຼັກ ​ແລະ ​ວິທີ​ການ​ທາງ​ວິທະຍາ​ສາດ​ມາ​ໃຊ້​ໃນ​ການ​
          ວິ​ໄຈ​ເພື່ອ​ໃຫ້​ເກີດ​ຄວາມ​ຖືກ​ຕ້ອງ​ ມີ​ລະບຽບ​ ມີ​ຂັ້ນ​ຕອນ​ ການ​ວິ​ໄຈ​ທາງ​ສັງຄົມ​ສາດ​ຈຶ່ງ​ເປັນ​ການ​ວິ​ໄຈ​ທີ່​ ກ່ຽວກັບ​ພຶດຕິກຳ​ຂອງ​ມະນຸດ​ ໂດຍ​ອາໄສ​ຫຼັກ​ວິ​ຊາ​ການ​ທາງ​ວິທະຍາ​ສາດ​
          ການ​ວິ​ໄຈ​ທາງ​ສັງຄົມ​ສາດ​ຫາກໍ່​ຈະເລິ່ມ​ໃນ​ສັດຕະວັດທີ​ 20 ໂດຍ​ສຶກ​ສາ​ເຖິງ​ພຶດຕິກຳ​ ຂອງ​ມະນຸດ​ ຕະຫລອດ​ຈົນ​ສະພາບ​ຂອງ​ສັງຄົມ​ ເພາະ​ສາ​ເຫດ​ເນື່ອງ​ມາ​ຈາກ​ຄວາມ​ຈະເລີນ​ດ້ານ​ອຸດສາຫະກຳ​ມີ​ ຜົນ​ເຮັດໃຫ້​ການ​ດໍາ​ເນີນ​ຊີວິດ​ຂອງ​ຄົນ​ປ່ຽນ​ແປງ​ໄປ​ ການ​ວິ​ໄຈ​ທາງ​ສັງຄົມ​ສາດ​ຈະ​ເຮັດໃຫ້​ຮູ້​ເຖິງ​ ຂໍ້​ເທັດ​ຈິງ​ຂອງ​ພຶດຕິກຳ​ທີ່ເກິດຂື້ນ​ວ່າ​ເກີດ​ຈາກ​ສາ​ເຫດ​ໃດ​
2. ພິຈາລະນາ​ຈາກ​ທີ່​ມາ​ຂອງ​ຂໍ້​ມູນ​
(1) ການ​ວິ​ໄຈ​ປະຖົມພູມ​ (Primary Research) ຄື​ຂໍ້​ມູນ​ທີ່​ຜູ້​ວິ​ໄຈ​ໄດ້​ມາ​ຈາກ​ຕົ້ນກຳ​ເນີດ​ຂອງ​ຂໍ້​ມູນ​ເພື່ອ​ການ​ວິ​ໄຈ​ໂດຍ​ກົງເປັນ​ຂໍ້​ມູນ​ທີ່​ຫາ​ດ້ວຍ​ຕົນເອງ​ຈາກ​ພາກ​ສ​ະນາມ​ ຫລື ​ອາດ​ໄດ້​ມາ​ ຈາກ​ການ​ສຳພາດ​ ການ​ທົດລອງ​ ການ​ສັງເກດ​ ເປັນ​ຕົ້ນ​
(2) ການ​ວິ​ໄຈ​ທຸ​ຕິຍະ​ພູ​ມິ​ (Secondary Research) ໝາຍ​ເຖິງ​ ຂໍ້​ມູນ​ທີ່​ຖືກ​ບັນ​ທຶກ​ ເອົາ​ໄວ້​ກ່ອນ​ໜ້າ​ນີ້​ ເປັນ​ການສຶກສາ​ໂດຍ​ອາໄສ​ຂໍ້​ເທັດ​ຈິງ​ທີ່​ມີ​ຢູ່ໃນ​ຮູບ​ຂອງ​ເອກະສານ​ ສິ່ງ​ພິມ ຕຳລາ​ ແລະ ອື່ນ ໆ​ ຊຶ່ງ​ບຸກ​ຄົນ​ອື່ນ​ໄດ້​ລວບລວມ​ເອົາ​ໄວ້​ກ່ອນ​ໜ້າ​ນີ້​
ລັກສະນະ​ຂອງ​ຂໍ້​ມູນ​
          ຂໍ້​ມູນ​ທີ່​ນຳ​ມາ​ໃຊ້​ໃນ​ການ​ວິ​ໄຈ​ຄວນ​ຈະ​ມີ​ລັກສະນະ​ດັ່ງ​ຕໍ່ໄປ​ນີ້​ ຄື​
1) ເປັນ​ວິທະຍາ​ສາດ​ ໃຊ້​ຫຼັກ​ການ​ທາງ​ວິທະຍາ​ສາດ​ມາ​ໃຊ້​ໃນ​ການ​ດໍາ​ເນີນ​ການຈະ​ບໍ່ໃຊ້​ສາ​ມັນສຳ​ນຶກ​ ຫລື ​ການ​ລວບລວມ​ຂໍ້​ມູນ​ທີ່​ເປັນ​ໄປ​ຕາມບຸນຕາມກຳ ​
2) ມີ​ຈຸດປະສົງ ຈະ​ຕ້ອງ​ມີ​ວັດ​ຖຸ​ປະສົງ​ຢ່າງ​ຊັດເຈນ​ ບໍ່​ມີ​ອະຄະຕິ​ຫລື​ໃຊ້​ອາລົມ​
3) ບໍ່​ກ່ຽວກັບ​ບຸກ​ຄົນ​ ກ່າວ​ຄື​ບໍ່​ກ່ຽວ​ຂ້ອງ​ກັບຕົນ​ບຸກ​ຄົນ​ ຄວນ​ເປັນ​ຂໍ້​ມູນ​ ຫລື​ ລາຍ​ລະອຽດ​ຂອງ​ງານ​ວິ​ໄຈ​ທີ່​ຕ້ອງ​ການ​ຮູ້​
3. ພິຈາລະນາ​ລັກສະນະ​ຂອງ​ຂໍ້​ມູນ​
          ຄວາມ​ແຕກ​ຕ່າງ​ຂອງ​ການ​ວິ​ໄຈລັກຊະນະ​ປະລິມານ​ (Quantitative Research) ແລະ​ການ​ວິ​ໄຈລັກຊະນະ​ ຄຸນນະພາບ​ (Qualitative Research) ອາດ​ແບ່ງ​ອອກ​ໄດ້​ດັ່ງ​ນີ້​
(1) ລັກສະນະ​ຂອງ​ຂໍ້​ມູນ​
        ການ​ວິ​ໄຈລັກຊະນະ​ຄຸນນະພາບ​ ເປັນ​ການ​ວິ​ໄຈ​ທີ່​ຕ້ອງ​ການ​ສະແຫຼວງຫາ​ຄວາມ​ຮູ້​ຈາກ​ປາກົດ​ການ​ ແລະ​ ສະພາບ​ແວດ​ລ້ອມ​ທີ່​ເປັນ​ຈິງ​ທຸກ​ດ້ານ​ ເປັນ​ການ​ລວບລວມ​ຂໍ້​ມູນ​ທີ່​ອາໄສ​ການ​ບັນລະຍາຍ​ໂດຍ​ໃຊ້​ເຫດຜົນ​ ແນວ​ຄວາມ​ຄິດ​ ໃຊ້​ຫຼັກ​ຄວາມ​ເປັນ​ຈິງ​ ເປັນ​ການ​ເກັບ​ຂໍ້​ມູນລັກຊະນະ​ນາມ​ທຳ​ທີ່​ກ່ຽວກັບ​ມະນຸດ​ ເຊັ່ນ​ ຄວາມ​ພໍ​ໃຈ​ ທັດສະນະຄະຕິ​ ຄ່າ​ນິຍົມ​ ຄວາມ​ຮູ້ສຶກ​ ແລະ ອື່ນ ໆ​ ສ່ວນ​ໃຫຍ່​ຈະ​ເປັນ​ການ​ວິ​ໄຈ​ທາງ​ມະນຸດ​ວິທະຍາ​ ຫລື​ ການ​ ວິ​ໄຈປະ​ເພດ​ເຈາະ​ເລິກ​ ເຊັ່ນ​ ການສຶກສາ​ ບົດ​ບາດ​ຂອງ​ຜູ້ນຳທ່ຽວໃນ ນະຄອນຫຼວງວຽງຈນ ​ ເປັນ​ຕົ້ນ​ ການ​ ວິ​ໄຈລັກຊະນະ​ຄຸນນະພາບ​ຈະ​ເປັນ​ການ​ນຳ​ຂໍ້​ມູນ​ທີ່​ມີ​ຢູ່​ທັງ​ທີ່​ເປັນ​ຮູບ​ທຳ ​ແລະ​ ທີ່​ເປັນ​ນາມ​ທຳ​ມາປະ​ມວນ​ເຂົ້ານຳກັນ​ ເພື່ອ​ການ​ວິ​ເຄາະ ​ແລະ ​ຕີ​ຄວາມຫມາຍ​ໂດຍ​ນຳ​ຂໍ້​ມູນ​ທີ່​ເປັນ​ນາມ​ທຳ​ ຫລື ​ຂໍ້​ມູນ​ທີ່​ເປັນ​ ຄວາມ​ຮູ້ສຶກ​ ຄວາມ​ເຊື່ອ​ ທັດສະນະຄະຕິ​ ວັດທະນະທຳ​ ອຸດົມ​ການ​ຕ່າງໆ​ມາ​ຮ່ວມ​ວິ​ເຄາະ​ ທັງ​ນີ້​ເພາະ​ເຊື່ອ​ວ່າ​ ອົງ​ປະກອບ​ດ້ານ​ຈິດ​ໃຈ​ ແລະ​ ຄວາມ​ຮູ້ສຶກ​ນັ້ນ​ຢູ່​ເບື້ອງ​ຫຼັງ​ພຶດຕິກຳ​ທີ່​ມະນຸດ​ສະແດງ​ອອກ​ ຈຶ່ງ​ຈໍາ​ເປັນ​ທີ່​ ຈະ​ຕ້ອງ​ເຮັດ​ຄວາມ​ເຂົ້າໃຈ​ຢ່າງ​ຊັດເຈນ​ເພື່ອ​ໃຊ້​ອະທິບາຍ​ເຖິງ​ປາກົດ​ການ​ຕ່າງ​ ໆ​ ທີ່ເກິດຂື້ນ​
ການ​ວິ​ໄຈລັກຊະນະ​ປະລິມານ​ ເປັນ​ການ​ວິ​ໄຈປະ​ເພດ​ທີ່​ມຸ້ງ​ໃນ​ດ້ານ​ການ​ຄົ້ນ​ຄວ້າ​ຫາ​ຂໍ້​ເທັດຈິງ​ ມີ​ການ​ລວບລວມ​ຂໍ້​ມູນລັກຊະນະ​ປະລິມານ​ທີ່​ວັດ​ໄດ້​ເປັນຕົນ​ເລກ​ເພື່ອ​ສະແດງ​ຜົນ​ສະໜັບ​ສະໜູນ​ໃຫ້​ມີ​ນ້ຳ​ໜັກ​ ເຊັ່ນ​ ຂໍ້​ມູນ​ກ່ຽວກັບ​ ເພດ​ ອາຍຸ​ ຈໍານວນ​ນັກ​ທ່ອງ​ທ່ຽວ​ ລາ​ຄາ​ຄ່າ​ນຳ​ທ່ຽວ​ ເປັນ​ຕົ້ນ​ ໂດຍ​ໃຊ້​ວິທີ​ທາງ​ ຄ​ະນິດ​ສາດ ​ແລະ ​ສະ​ຖິ​ຕິ​ມາ​ສະຫຼຸບ​ຜົນ​ ຢືນຢັນ​ຄວາມ​ຖືກ​ຕ້ອງ​ຂອງ​ສິ່ງ​ທີ່​ຄົ້ນ​ພົບ ​ຫລື ​ຂໍ້​ສະຫຼຸບ​ຕ່າງໆ​ ຂອງ​ ການສຶກສາ​ ການ​ວິ​ໄຈປະ​ເພດ​ນີ້​ນິຍົມ​ນຳ​ໄປ​ໃຊ້​ກັບ​ການ​ວິ​ໄຈ​ດ້ານ​ສັງຄົມ​ສາດ ​ແລະ ​ການສຶກສາ​ ເຊັ່ນ​ ການສຶກສາ​ຜົນ​ສຳເລັດ​ຂອງ​ການ​ຝຶກ​ອົບຮົມຜູ້ນຳທ່ຽວ​ຂອງ​ນັກ​ສຶກ​ສາ​ສາ​ຂາ​ວິ​ຊາ​ການ​ທ່ອງ​ທ່ຽວ​ ວິທະຍາໄລ  ບຸດວິເສດ ​ ເປັນ​ຕົ້ນ​ ການ​ວິ​ໄຈລັກຊະນະ​ປະລິມານ​ໃຫ້​ຄວາມ​ສຳຄັນ​ຂອງ​ຂໍ້​ມູນລັກຊະນະ​ປະລິມານ​ທີ່​ວັດ​ ໄດ້​ ໂດຍ​ໃຊ້​ວິທີ​ການ​ທາງ​ສ​ະຖິ​ຕິ​ເຂົ້າ​ມາ​ຊ່ວຍ​ໃນ​ການ​ວິ​ເຄາະ​ຂໍ້​ມູນ​ ແລະ ​ທົດສອບ​ຄວາມ​ຖືກ​ຕ້ອງ​ຂອງ​ ສາ​ລະ​ສຳຄັນ​ທີ່​ຄົ້ນ​ພົບ​
(2) ຈຸດປະສົງ
ການ​ວິ​ໄຈລັກຊະນະ​ຄຸນນະພາບ​ ໃຫ້​ຄວາມ​ສຳຄັນ​ຕໍ່​ອົງ​ປະກອບ​ຂອງ​ມະນຸດ​ ທີ່​ເປັນ​ ນາມມະທໍາ ຄວາມ​ສຳພັນ​ລະຫວ່າງ​ລັກສະນະ​ທີ່​ເປັນ​ນາມ​ທຳ​ ກັບ​ສິ່ງ​ແວດ​ລ້ອມ​ ວັດ​ຖຸ​ປະສົງ​ເພື່ອ​ໃຫ້​ ເຂົ້າໃຈ​ຄວາມຫມາຍ​ຂອງ​ປາກົດ​ການ​ທີ່ເກິດຂື້ນ​ ແລະ​ເພື່ອ​ຫາ​ຂໍ້​ສະຫຼຸບ​ໃໝ່​ ໆ​ ຫລາຍກວ່າ​ເພື່ອ​ທີ່​ຈະ​ພິສູດ​ ສົມ​ມຸດ​ຖານ​ເດີມ​
ການ​ວິ​ໄຈລັກຊະນະ​ປະລິມານ​ ມີ​ວັດ​ຖຸ​ປະສົງ​ເພື່ອ​ຄົ້ນ​ຫາ​ສາ​ເຫດ​ ຂອງ​ປາກົດ​ການ​ທີ່​ ເກີດ​ຂຶ້ນ​ ໂດຍ​ອາໄສ​ແນວ​ຄວາມ​ຄິດ​ ທິດສະດີ​ ຫລື​ສົມ​ມຸດ​ຖານ​ເດີມ​ມາ​ກໍ່ການ​ພິສູດ​ຫລື​ກວດ​ສອບ​ການ​ ວິ​ໄຈ​
(3) ການ​ເກັບ​ລວບລວມ​ຂໍ້​ມູນ​
ການ​ວິ​ໄຈລັກຊະນະ​ຄຸນນະພາບ​ ຜູ້​ວິ​ໄຈ​ຕ້ອງ​ອອກ​ໄປລົງໄກ້ຊິດ ​ຫລື ​ສັມ​ຜັດ​ກັບ​ແຫຼ່ງ​ຂໍ້​ມູນ​ ດ້ວຍຕົນ​ເອງ​ ເຂົ້າໄປ​ມີ​ສ່ວນ​ຮ່ວມ​ ຫລື ​ສຳພາດ​ແບບ​ເຈາະ​ເລິກ​ ເພື່ອ​ເຮັດ​ຄວາມ​ເຂົ້າໃຈ​ເຖິງ​ຄວາມຫມາຍ​ຫລື​ ປາກົດ​ການ​ທີ່ເກິດຂື້ນ​ ດັ່ງ​ນັ້ນຕົວ​ຂອງ​ຜູ້​ວິ​ໄຈ​ຈຶ່ງ​ອາດ​ຖື​ໄດ້​ວ່າ​ເປັນ​ເຄື່ອງ​ມື​ທີ່​ສຳຄັນ​ທີ່ສຸດ​ສຳລັບ​ການ​ ເກັບ​ລວບລວມ​ຂໍ້​ມູນ​ເພາະ​ຜູ້​ວິ​ໄຈ​ຈະ​ຕ້ອງ​ໄດ້ຮັບ​ການ​ຝຶກ​ອົບຮົມ​ມາ​ເປັນ​ຢ່າງ​ດີ​ສາມາດ​ເຂົ້າ​ກັບ​ຊຸມ​ຊົນ​ໄດ້​ ການ​ເກັບ​ລວບລວມ​ຂໍ້​ມູນ​ຈໍາ​ເປັນ​ຕ້ອງ​ໃຊ້​ເວລາ​ດົນ ​ແລະ ​ອາດ​ເຮັດ​ໄດ້​ສະເພາະ​ບາງ​ສ່ວນ​ຂອງ​ພື້ນ​ທີ່​ເທົ່າ​ນັ້ນ​ ບໍ່​ສາມາດ​ເກັບ​ຂໍ້​ມູນ​ ຫລື ​ສຶກ​ສາ​ປະຊາກອນ​ທັງ​ໝົດ​ໄດ້​
ການ​ວິ​ໄຈລັກຊະນະ​ປະລິມານ​ ຈະ​ໃຊ້​ເຄື່ອງ​ມື​ໃນ​ການ​ເກັບ​ລວບລວມ​ຂໍ້​ມູນ​ ເຊັ່ນ​ ແບບ​ສອບ​ ຖາມ​ ເປັນ​ຕົ້ນ​ ເຄື່ອງ​ມື​ເຫຼົ່າ​ນີ້​ຄວນ​ຜ່ານ​ການ​ທົດລອງ​ໃຊ້​ ແລະ ​ມີ​ການ​ນຳ​ມາ​ປັບ​ປຸງ​ແກ້​ໄຂ​ກ່ອນ​ນຳ​ໄປ​ໃຊ້​ ຈິງ​ ເພາະ​ຂໍ້​ມູນ​ຈະ​ຖືກ​ຕ້ອງ​ໜ້າ​ເຊື່ອ​ຖື​ຫລື​ບໍ່​ນັ້ນ​ຂຶ້ນ​ກັບ​ຄຸນນະພາບ​ຂອງ​ເຄື່ອງ​ມື​ ສະ​ນັ້ນ ​ຜູ້​ວິ​ໄຈ​ຈະ​ຕ້ອງ​ ສ້າງ​ຄຳ​ຖາມ​ທີ່​ສາມາດ​ວັດ​ຄ່າ​ຂອງ​ສິ່ງ​ທີ່​ຕ້ອງ​ການສຶກສາ​ອອກ​ມາ​ເປັນຕົນ​ເລກ​ໃຫ້​ໄດ້​ ການ​ເກັບ​ຂໍ້​ມູນ​ມັກ​ຈະໃຊ້​ເວລາ​ບໍ່​ດົນ​ນັກ​ ແລະ​ກໍ່ການ​ວິ​ໄຈ​ບໍ່​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ເຂົ້າໄປ​ຄລຸກ​ຄລີ​ຫລື​ເຂົ້າໄປ​ມີ​ສ່ວນ​ຮ່ວມ​ກັບ​ ຊຸມ​ຊົນ​ເທົ່າໃດ​
(4) ການ​ວິ​ເຄາະ​ຂໍ້​ມູນ​
ການ​ວິ​ໄຈລັກຊະນະ​ຄຸນນະພາບ​ ມີ​ການ​ວິ​ເຄາະ​ ແລະ ​ສັງ​ເຄາະ​ຂໍ້​ມູນ​ເພື່ອ​ໃຫ້​ໄດ້​ຄວາມ​ ໝາຍ​ຂອງ​ປາກົດ​ການ​ ເຊື່ອມ​ໂຍງ​ຄວາມ​ສຳພັນ​ລະຫວ່າງ​ປາກົດ​ການ​ທີ່ເກິດຂື້ນ​ກັບ​ສະພາບ​ ແວດ​ລ້ອມ​ ການ​ວິ​ໄຈລັກຊະນະ​ຄຸນນະພາບ​ຈະ​ນຳ​ຂໍ້​ມູນ​ທັງ​ທີ່​ເປັນ​ຮູບ​ທຳ​ ແລະ ​ນາມ​ທຳ​ມາປະ​ມວນ​ເຂົ້າ​ນຳກັນ​ ເພື່ອ​ໃຊ້​ວິ​ເຄາະ​ ແລະ ​ຕີ​ຄວາມຫມາຍ​ ການ​ວິ​ເຄາະ​ຂໍ້​ມູນ​ຈະ​ຕ້ອງ​ໃຊ້​ຂໍ້​ມູນ​ທີ່​ເປັນ​ນາມ​ທຳ​ຫລື​ຂໍ້​ມູນ​ ທີ່​ເປັນ​ຄວາມ​ຮູ້ສຶກ​ນຶກ​ຄິດ​ ເຊັ່ນ​ ຄວາມ​ເຊື່ອ​ ທັດສະນະຄະຕິ​ ວັດທະນະທຳ​ ອຸດົມ​ການ​ ແລະ ອື່ນ ໆ​ ມາ​ໃຊ້​ໃນ​ການ​ ວິ​ເຄາະ​ດ້ວຍ​ ເພາະ​ອົງ​ປະກອບ​ດ້ານ​ຈິດ​ໃຈ ​ແລະ ​ຄວາມ​ຮູ້ສຶກ​ຕ່າງ​ໆ​ ນັ້ນ​ຢູ່​ເບື້ອງ​ຫຼັງ​ພຶດຕິກຳ​ທີ່​ ມະນຸດ​ສະແດງ​ອອກ​ມາ​ ດັ່ງ​ນັ້ນ​ນັ ກ​ວິ​ໄຈ​ຈຶ່ງ​ຕ້ອງ​ເຂົ້າໃຈ​ເຖິງ​ແງ່​ມຸມ​ຕ່າງ​ ໆ​ ຂອງ​ບັນຫາ​ເພື່ອ​ຫາ​ເຫດຜົນ​ຫລື​ ຂໍ້​ສະຫຼຸບ​ມາ​ອະທິບາຍ​ປາກົດ​ການ​ທີ່ເກິດຂື້ນ​ໂດຍ​ບໍ່​ຈໍາ​ເປັນ​ຕ້ອງ​ໃຊ້​ການ​ວິ​ເຄາະ​ທາງ​ສ​ຖິ​ຕິ​
ການ​ວິ​ໄຈລັກຊະນະ​ປະລິມານ​ ການ​ວິ​ເຄາະ​ຂໍ້​ມູນ​ຕ້ອງ​ອາໄສ​ວິທີ​ການ​ທາງ​ສ​ຖິ​ຕິ​ມາ​ອະທິບາຍ​ ປາກົດ​ການ​ ຫລື​ ທົດສອບ​ສົມມຸດຖານ​ທີ່​ຕັ້ງ​ໄວ້​ ຈະໃຫ້​ຄວາມ​ສຳຄັນ​ສຳລັບ​ຂໍ້​ມູນລັກຊະນະ​ປະລິມານ​ທີ່​ ສາມາດ​ວັດ​ໄດ້​ໂດຍ​ໃຊ້​ວິທີ​ທາງ​ສ​ຖິ​ຕິ​ເຂົ້າ​ມາ​ຊ່ວຍ​ໃນ​ການ​ວິ​ເຄາະ​ຂໍ້​ມູນ​ ແລະ ​ທົດສອບ​ຄວາມ​
4. ພິຈາລະນາ​ເຖິງ​ຈຸດປະສົງ
(1) ການ​ວິ​ໄຈລັກຊະນະ​ສຳຫຼວດ​ ຫລື ​ການ​ວິ​ໄຈ​ເບື້ອງ​ຕົ້ນ​ (Exploratory Research ຫລື​ Preliminary Research ) ເປັນ​ການ​ສຳຫຼວດ​ຄົ້ນ​ຄວ້າ​ເບື້ອງ​ຕົ້ນ​ ເພື່ອ​ເປັນ​ແນວ​ທາງ​ໃນ​ການ​ຫາຄວາມ​ ຈິງ​ ຫລື​ເພື່ອ​ສຶກ​ສາ​ບັນຫາ​ໃດ​ບັນຫາ​ໜຶ່ງ​ ເປັນ​ການ​ວິ​ໄຈ​ທີ່​ມີ​ວັດ​ຖຸ​ປະສົງ​ທີ່​ຈະ​ອະທິບາຍ​ວ່າ​ເປັນຫຍັງ​ຫລື​ ເພາະ​ເຫດ​ໃດ​ຈຶ່ງ​ເກີດ​ປາກົດ​ການ​ນັ້ນ​ຂຶ້ນ​ ເຊັ່ນ​ ການສຶກສາ​ປັດ​ໄຈ​ທີ່​ມີ​ອິດທິພົນ​ຕໍ່​ການ​ທ່ອງ​ທ່ຽວ​ ເປັນຕົ້ນ​
(2) ການ​ວິ​ໄຈລັກຊະນະ​ພັນ​ນາ​ (Descriptive Research) ເປັນ​ການ​ວິ​ໄຈ​ທີ່​ມີ​ວັດ​ຖຸ​ ປະສົງ​ພັນ​ນາ​ຫລື​ບັນລະຍາຍ​ເຫດການ​ທີ່ເກິດຂື້ນ​ວ່າ​ມີ​ຄວາມ​ສຳຄັນ​ແນວໄດ​ ເຊັ່ນ: ​ການ​ສຳຫຼວດ​ ທັດສະນະຄະຕິ​ຂອງ​ນັກ​ທ່ອງ​ທ່ຽວ​ທີ່​ມີ​ຕໍ່​ແຫຼ່ງ​ທ່ອງ​ທ່ຽວ​ໃນນະຄອນຫຼວງວຽງຈັນ ​ ເປັນ​ຕົ້ນ​
(3) ການ​ວິ​ໄຈລັກຊະນະ​ເຫດຜົນ​ (Causal Research) ເປັນ​ການສຶກສາ​ເພື່ອ​ໃຊ້​ອະທິບາຍ​ບັນຫາ​ ຫລື ​ປາກົດ​ການ​ຕ່າງ​ໆ​ ສາມາດ​ນຳ​ມາ​ສະຫຼຸບ​ເປັນ​ທິດສະດີ​ຕ່າງ​ໆ​ ເພາະ​ຫາ​ເຫດຜົນ ​ແລະ​ ທົດສອບ​ ຄວາມ​ສຳພັນ​ຕ່າງ​ໆ​ ໄດ້​ ການ​ວິ​ໄຈລັກຊະນະ​ເຫດຜົນ​ແຍກ​ອອກ​ເປັນ​ 2 ລັກສະນະ​ ຄື​
- Deterministic Causation ລັກສະນະ​ຂອງ​ Y = f (X) ກ່າວ​ຄື​ Y ຈະ​ຂຶ້ນ​ກັບ​ f (X) ຊຶ່ງ​ X ເທົ່າ​ນັ້ນ​ທີ່​ເຮັດໃຫ້​ Y ມີ​ການ​ປ່ຽນ​ແປງ​ X ເປັນ​ Deterministic Causation ຫລື​ X ເປັນ​ Necessary and Sufficient Condition ຂອງ​ Y ໃນ​ທາງ​ທຸລະກິດ​ຫາ​ໄດ້​ຍາກ​ ສ່ວນ​ໃຫຍ່​ຈະ​ມີ​ໃນ​ດ້ານ​ ວິທະຍາ​ສາດ​ເທົ່າ​ນັ້ນ​
- Probabilistic Causation ລັກສະນະ​ຂອງ​ Y = f (X1, X2 ,......... ,Xn ) ຊຶ່ງ​ຖື​ ວ່າ​ X1 ເປັນ​ Necessary and Sufficient Condition ຂອງ​ Y ກ່າວ​ຄື​ X1 ເປັນ​ເງື່ອນ​ໄຂ​ຂອງ​ Y
ແຕ່ຍັງ​ບໍ່​ພຽງ​ພໍ​ຕ້ອງ​ມີຕົນ​ອື່ນ​ໆ​ ອີກ​ ຄື​ X2, X3 ,......... ,Xn ມາ​ດ້ວຍ​ ເຊັ່ນ​ຄວາມ​ເປັນ​ຜູ້ຍິງ​ນັ້ນ​ຖື​ ໄດ້​ວ່າ​ເປັນ​ Necessary ຂອງ​ຄວາມ​ເປັນ​ແມ່​ ແຕ່​ບໍ່​ໄດ້​ເປັນ​ Sufficient ຢ່າງ​ເຕັມ​ທີ່​ ຕ້ອງ​ມີ​ສິ່ງ​ອື່ນ​ມາ​ ປະກອບ​ອີກ​ ຈະ​ຂຶ້ນ​ຢູ່​ກັບ​ຄວາມ​ສົມບູນ​ ແຕ່ງ​ງານ​ແລ້ວ​ ບໍ່​ເປັນ​ໝັນ​ ເປັນ​ຕົ້ນ​
5. ພິຈາລະນາ​ຈາກ​ປະໂຫຍດ​ທີ່​ໄດ້ຮັບ​
(1) ການ​ວິ​ໄຈ​ພື້ນ​ຖານ ​ຫລື​ ການ​ວິ​ໄຈ​ບໍລິສຸດ​ (Basic Research ຫລື​ Pure - Research) ເປັນ​ ການສຶກສາ​ວິ​ໄຈ​ເພື່ອ​ສ້າງ​ທິດສະດີ​ ຄວາມ​ຮູ້​ ກົດ​ເກນ​ໃໝ່​ໆ​ ຫລື​ເພື່ອ​ໃຫ້​ສາມາດ​ອະທິບາຍ​ເຖິງ​ບັນຫາ​ ຫລື​ປາກົດ​ການ​ຕ່າງ​ ໆ​ ທີ່ເກິດຂື້ນ​ໄດ້​
(2) ການ​ວິ​ໄຈລັກຊະນະປະ​ຢຸກ​ຕ໌​ (Applied Research) ເປັນ​ການ​ນຳ​ຜົນ​ຂອງ​ການ​ວິ​ໄຈ​ທີ່​ໄດ້​ ອອກ​ມາ​ນີ້​ໄປ​ໃຊ້​ໃຫ້ເປັນ​ປະໂຫຍດ​ໃນ​ດ້ານ​ອື່ນ​ ໆ​ ຕໍ່ໄປ​
ສະຫຼຸບ​ການ​ວິ​ໄຈ​
          ອາດ​ສະຫຼຸບ​ໄດ້​ວ່າ​ການ​ວິ​ໄຈ​ມີ​ປະໂຫຍດ​ຕະຫລອດ​ຈົນຄຸນ​ລັກສະນະ​ ດັ່ງ​ຕໍ່ໄປ​ນີ້​ ຄື​
- ເປັນ​ການສຶກສາ​ຫາ​ຄວາມ​ຈິງ​ຂອງ​ບັນຫາ​ ດ້ວຍ​ວິທີ​ການ​ທີ່​ຖືກ​ຕ້ອງ​ໂດຍ​ ອາໄສ​ຫຼັກ​ເກນ​ ຂັ້ນ​ຕອນ​ຕ່າງ​ໆ​ເພື່ອ​ໃຫ້​ໄດ້​ຜົນ​ຂອງ​ການ​ວິ​ໄຈ​
- ມີ​ວັດ​ຖຸ​ປະສົງ​ເພື່ອ​ສ້າງ​ຄວາມ​ຮູ້​ ຄວາມ​ເຂົ້າໃຈ​ ຄົ້ນ​ຄວ້າ​ ເຮັດໃຫ້​ເກີດ​ທິດສະດີ​ໃໝ່​ ໆ​ ເພື່ອ​ໃຫ້​ ຮູ້​ຈັກ​ການ​ນຳ​ມາ​ໃຊ້​ໃຫ້​ເກີດ​ປະໂຫຍດ​ ຊ່ວຍ​ຜູ້​ບໍລິຫານ​ຕັດ​ສິນ​ໃຈ​ໄດ້​ຢ່າງ​ຖືກ​ຕ້ອງ​
- ເຮັດໃຫ້​ເກີດ​ປະໂຫຍດ​ຕ່າງ​ໆ​ ເຊັ່ນ​ ໄດ້​ຄວາມ​ຮູ້​ໃໝ່​ໆ​ ຊ່ວຍ​ແກ້​ບັນຫາ​ ຊ່ວຍ​ຕັດ​ສິນ​ບັນຫາ​ ກຳນົດ​ນະໂຍບາຍ ​ແລະ​ວາງ​ແຜນ​ໄດ້​ຢ່າງ​ຖືກ​ຕ້ອງ​ວ່ອງໄວ​ອີກ​
- ນັກ​ວິ​ໄຈ​ເປັນພຽງ​ຜູ້​ນຳ​ສະເໜີ​ຂໍ້​ມູນ ​ແລະ ​ຄວາມ​ຄິດ​ເຫັນ​ເທົ່າ​ນັ້ນ​ ສ່ວນ​ການ​ຕັດ​ສິນ​ໃຈ​ປ່ອຍ​ໃຫ້ເປັນ​ຫນ້າທີ່​ຂອງ​ຜູ້ບໍລິຫານ​
- ເພື່ອ​ຊ່ວຍ​ຜູ້​ບໍລິຫານ​ໃນ​ການ​ໃຊ້​ຂໍ້​ມູນ​ຕັດ​ສິນ​ໃຈ​ທີ່​ດີ​ ເພາະ​ຂໍ້​ມູນ​ທີ່​ໄດ້ຮັບ​ຈາກ​ການ​ວິ​ໄຈ​ທີ່​ ທັນ​ສະໄໝ​ກົງ​ກັນ​ກັບ​ຄວາມ​ເປັນ​ຈິງ​ ຜູ້​ບໍລິຫານ​ສາມາດ​ນຳ​ໄປ​ໃຊ້​ໃນ​ການ​ຕັດ​ສິນ​ໃຈ​
- ລັກສະນະ​ຂອງ​ງານ​ວິ​ໄຈ​ ປະກອບ​ໄປ​ດ້ວຍ​ລັກສະນະ​ສຳຄັນ​ 5 ປະການ​ ຄື​
1) ການ​ສັງເກດ​
2) ການ​ຈັດ​ໝວດ​ໝູ່​
3) ການ​ວັດ​ຜົນ​/ການ​ວິ​ເຄາະ​
4) ການ​ແປ​ຄວາມຫມາຍ​
5) ການ​ສະຫຼຸບ​ຜົນ​
- ການ​ວິ​ໄຈ​ ແບ່ງ​ອອກ​ເປັນ​ຫຼາຍປະ​ເພດ​ ຂຶ້ນ​ຢູ່​ກັບ​ວ່າ​ຈະ​ໃຊ້​ຫຍັງ​ພິຈາລະນາ​ ເຊັ່ນ​ ການ​ວິ​ໄຈ​ ທາງ​ສັງຄົມ​ສາດ​ ອາດ​ແບ່ງ​ອອກ​ເປັນ​ການ​ວິ​ໄຈລັກຊະນະ​ສຳຫຼວດ​ ວິ​ໄຈລັກຊະນະ​ພັນ​ນາ​ ວິ​ໄຈລັກຊະນະ​ເຫດຜົນ​ ຫລື​ ພິຈາລະນາ​ຈາກ​ປະໂຫຍດ​ທີ່​ໄດ້ຮັບ​ ເປັນ​ຕົ້ນ​
ບົດ​ບາດ​ຂອງ​ນັກ​ວິ​ໄຈ​
          ນັກ​ວິ​ໄຈ​ຈະ​ເປັນ​ຜູ້​ສະແຫຼວງຫາ​ຂໍ້​ມູນ​ ແລະ ​ໃຊ້​ຂະ​ບວນ​ການ​ວິ​ໄຈ​ຊຶ່ງ​ເປັນ​ວິທີ​ການ​ທາງ​ວິທະຍາ​ສາດ​ ສຳລັບ​ວິ​ເຄາະ​ ແລະ​ ແປ​ຄວາມຫມາຍ​ ໂດຍ​ນັກ​ວິ​ໄຈ​ຈະ​ເປັນ​ຄົນ​ໃຫ້​ຂໍ້​ມູນ​ກັບ​ຜູ້​ບໍລິຫານ​ເພື່ອ​ໃຊ້​ ປະກອບ​ໃນ​ການ​ຕັດ​ສິນ​ໃຈ​ດໍາ​ເນີນ​ທຸລະກິດ​ໃຫ້​ມີປະ​ສິດ​ທິ​ພາບ​ດີຫຍິ່ງ​ຂຶ້ນ​ ດັ່ງ​ນັ້ນ​ຈຶ່ງ​ອາດ​ສະຫຼຸບ​ບົດ​ບາດ​ຂອງ​ ນັກ​ວິ​ໄຈ​ໄດ້​ ດັ່ງ​ນີ້:
1. ເປັນ​ຜູ້​ສະແຫຼວງຫາ​ຂໍ້​ມູນ​ຕະຫລອດ​ຈົນ​ຂໍ້​ເທັດ​ຈິງ​ຕ່າງ​ໆ​ ຢ່າງ​ມີ​ຫຼັກ​ການ​
2. ເປັນ​ຜູ້​ປ້ອນ​ຂໍ້​ມູນ​ຕ່າງ​ໆ​ ໃຫ້​ກັບ​ຝ່າຍ​ບໍລິຫານ​
3. ເປັນ​ຜູ້​ສະເໜີ​ຄວາມ​ຄິດ​ເຫັນ​ແລະ​ແນວ​ທາງ​ຕ່າງ​ໆ​ ໃຫ້​ແກ່​ຜູ້​ບໍລິຫານ​ເປັນ​ຜູ້​ ຕັດ​ສິນ​ໃຈ​
4. ເຮັດ​ຫນ້າທີ່​ຄ້າຍ​ກັບ​ທີ່ປຶກ​ສາ​ຂອງ​ຫນ່ວຍ​ງານ​
          ຈະ​ເຫັນ​ໄດ້​ວ່າ​ນັກ​ວິ​ໄຈ​ເປັນພຽງ​ຜູ້​ສະເໜີ​ແນວ​ທາງ​ໃນ​ການ​ແກ້​ບັນຫາ​ໃຫ້​ເທົ່າ​ນັ້ນ​ ສຳລັບ​ການ​ ຕັດ​ສິນ​ໃຈ​ໃຫ້ເປັນ​ຫນ້າທີ່​ຂອງ​ຜູ້ບໍລິຫານ​
ຄຸນສົມບັດ​ຂອງ​ນັກ​ວິ​ໄຈ​
          ນັກ​ວິ​ໄຈ​ຈະ​ຕ້ອງ​ມີ​ຄຸນສົມບັດ​ສຳຄັນ​ບາງປະ​ການ​ ທີ່​ຈະ​ຊ່ວຍ​ເຮັດໃຫ້​ງານ​ວິ​ໄຈ​ອອກ​ມາ​ຢ່າງ​ມີ​ ປ​ລະ​ສິດ​ທິ​ພາບ​ ນັກ​ວິ​ໄຈ​ຈຶ່ງ​ຄວນ​ມີ​ຄຸນສົມບັດ​ຕະຫລອດ​ຈົນ​ອົງ​ປະກອບ​ທີ່​ສຳຄັນ​ ອາດ​ສະຫຼຸບ​ໄດ້​ ດັ່ງ​ນີ້​
1. ກ່ຽວກັບຕົນ​ຂອງ​ນັກ​ວິ​ໄຈ​ ນັກ​ວິ​ໄຈ​ຄວນ​ມີ​ຄຸນສົມບັດ​ ດັ່ງ​ນີ້​
- ມີ​ຄວາມ​ຄິດ​ລິເລິ່ມ​ສ້າງສັນ​
- ມີ​ຄວາມ​ສຸກ​ກັບ​ການ​ເຮັດ​ວຽກງານ​ວິ​ໄຈ​
- ເຊື່ອ​ມັ່ນ​ໃນ​ຄວາມ​ຮູ້ ​ແລະ​ ຫຼັກ​ວິ​ຊາ​ການ​
- ມັກສັງເກດ​ຄວາມ​ລະອຽດ​ອ້ອມ​ຄອບ​
2. ດ້ານ​ອົງ​ຄວາມ​ຮູ້​ ນັກ​ວິ​ໄຈ​ຄວນ​ຈະ​ມີ​ຄວາມ​ຮູ້​ ຄວາມ​ສາມາດ​ກ່ຽວກັບ​
- ຄວາມ​ສາມາດ​ໃນ​ການ​ຄົ້ນ​ຄວ້າ​ຫາ​ຄວາມ​ຮູ້​
- ມີ​ຄວາມ​ຮູ້​ໃນ​ເລື່ອງ​ທີ່​ຈະ​ເຮັດ​ວິ​ໄຈ​
- ຮູ້​ຈັກ​ເລືອກ​ເຄື່ອງ​ມື​ທີ່​ໃຊ້​ໃນ​ການ​ວິ​ໄຈ​
- ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ການ​ວິ​ເຄາະ​ຂໍ້​ມູນ​
- ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ການ​ຫາ​ຂໍ້​ມູນ​
- ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ການ​ຂຽນ​ລາຍ​ງານ​
3. ດ້ານ​ຖານະ​ສ່ວນຕົນ​ຂອງ​ຜູ້​ວິ​ໄຈ​ ນັກ​ວິ​ໄຈ​ຄວນ​ເປັນ​ບຸກ​ຄົນ​ທີ່​ມີ​ລັກສະນະ​ ດັ່ງ​ນີ້​
- ກ້າ​ຄິດ​ກ້າ​ເຮັດ​
- ເປັນ​ຄົນ​ມີ​ເຫດຜົນ​ ເປັນຕົນ​ຂອງຕົນ​ເອງ​
- ຍອມ​ຮັບ​ໃນ​ຄວາມ​ຄິດ​ຂອງ​ຜູ້​ອື່ນ​
- ອ່ອນ​ນ້ອມ​ຖ່ອມ​ຕົນ​
- ຮູ້​ຈັກ​ໃຊ້​ເຫດຜົນ ​ແລະ ​ວິ​ຈານ​ນະ​ຍານ​
- ມີ​ຄວາມ​ຊື່ສັດ​
- ມີ​ຄວາມ​ຮັບ​ຜິດຊອບ​ຕໍ່​ສັງຄົມ​
- ຮູ້​ເຖິງ​ສັກ​ຢ​ພາບ​ຂອງ​ຕົນເອງ​
- ຮູ້​ຈັກ​ບັງຄັບ​ຕົນເອງ​
ຈັນຍາບັນນະ​ຂອງ​ນັກ​ວິ​ໄຈ​ (Ethics of Researchers)
ປະຈຸບັນ​ງານ​ວິ​ໄຈ​ໄດ້ຮັບ​ຄວາມ​ສົນ​ໃຈ​ຈາກ​ວົງ​ການ​ຕ່າງ​ໆ​ ຫລາຍ​ຂຶ້ນ​ ໂດຍ​ສະເພາະ​ນັກ​ວິ​ຊາ​ການ​ ແລະ​ ທຸລະກິດ​ ເພື່ອ​ທີ່​ຈະ​ນຳ​ຜົນ​ຂອງ​ການ​ວິ​ໄຈ​ໄປ​ໃຊ້​ແກ້​ບັນຫາ​ ຕັດ​ສິນ​ໃຈ​ ຫລື​ ເປັນ​ແນວ​ທາງ​ໃນ​ການ​ວາງ​ແຜນ​ ກຳນົດ​ນະໂຍບາຍ​ ນັກ​ວິ​ໄຈ​ຈຶ່ງ​ນັບ​ເປັນ​ຜູ້​ປະກອບ​ອາ​ຊີບ​ອິດສະຫລະ​ທີ່​ຄວນ​ມີຈັນຍາບັນ​ຂອງ​ນັກ​ວິ​ໄຈ​ ເໝືອນ​ວິ​ຊາ​ຊີບ​ອື່ນ​ ເຊັ່ນ​ ແພດ​ ທ​ະນາຍ​ຄວາມ​ ເປັນ​ຕົ້ນ​ ເພື່ອ​ເປັນ​ແນວ​ທາງ​ໃຫ້​ນັກ​ວິ​ໄຈ​ຈະ​ໃຊ້​ເປັນ​ຫຼັກ​ ສຳລັບ​ປະຕິບັດ​ ຈັນຍາບັນນະ​ຂອງ​ນັກ​ວິ​ໄຈ​ຈະ​ປະກອບ​ດ້ວຍ​ ສິດ​ທິ​ ຫນ້າທີ່​ ຊຶ່ງ​ອາດ​ສະຫຼຸບ​ໄດ້​ດັ່ງ​ນີ້​
1. ມີ​ຄວາມ​ຮັບ​ຜິດຊອບ​ (Responsibility) ນັກ​ວິ​ໄຈ​ຕ້ອງ​ມີ​ຄວາມ​ຮັບ​ຜິດຊອບ​ຕໍ່​ງານ​ທີ່​ໄດ້ຮັບ​ ມອບ​ໝາຍ​ໃຫ້​ສຳເລັດ​ຕາມ​ວັດ​ຖຸ​ປະສົງ​ທີ່​ໄດ້​ວາງ​ໄວ້​ ປະຕິບັດ​ງານ​ດ້ວຍ​ຄວາມ​ຖືກ​ຕ້ອງ​ ມີ​ຄວາມ​ຮັບ​ ຜິດ​ ມັກ​ຕໍ່​ງານ​ທີ່​ເຮັດໃຫ້​ສຳເລັດ​ ມີ​ຄວາມ​ຊື່ສັດ​ໃນ​ເລື່ອງ​ການ​ເງີນ​ ແລະ​ ຊັບ​ສິນ​ ຕະຫລອດ​ຈົນ​ປະຕິບັດ​ຕາມ​ ກົດຫມາຍ​
2. ມີ​ຄວາມ​ຄິດ​ລິເລິ່ມ​ (Initiative) ນັກ​ວິ​ໄຈ​ຈະ​ຕ້ອງ​ເປັນ​ຄົນ​ຊ່າງ​ສົງ​ໄສ​ ຊ່າງ​ຄິດ​ ຊ່າງ​ສັງເກດ​ ມີ​ ຄວາມ​ຢາກ​ຮູ້​ຢາກ​ເຫັນ​ ໂດຍ​ຕັ້ງ​ຄຳ​ຖາມຕົນ​ເອງ​ວ່າ​ເພາະ​ເຫດ​ໃດ​ ເປັນຫຍັງ​ຈຶ່ງ​ເປັນ​ເຊັ່ນ​ນັ້ນ​ ການ​ກະທຳ​ ດັ່ງ​ກ່າວ​ຈະ​ຊ່ວຍ​ໃຫ້​ນັກ​ວິ​ໄຈ​ມີ​ຄວາມ​ຄິດ​ລິເລິ່ມ​
3. ມີ​ຄວາມ​ຣູ້ຈິງ ມີ​ຄວາມ​ສະຫລາດ​ໃນ​ການ​ມອງ​ບັນຫາ​ (Research Scholars and to Find The Problem And Hypothesis) ນັກ​ວິ​ໄຈ​ຕ້ອງ​ມີ​ຄວາມ​ຮູ້​ ມີ​ສະຕິປັນຍາ​ ເບິ່ງ​ເຫັນ​ບັນຫາ​ໄດ້​ ຖືກ​ຕ້ອງ​ແລະ​ວ່ອງໄວ​ມີ​ຄວາມ​ເຂົ້າໃຈ​ໃນ​ເລື່ອງ​ທີ່​ຈະ​ກໍ່ການ​ວິ​ໄຈ​ ຮູ້​ວ່າ​ຫຍັງ​ຄື​ບັນຫາ​ຫລື​ຂໍ້​ສະຫຼຸບ​ຂອງ​ການ​ ວິໄຈ​
4. ບໍ່​ມີ​ອະຄະຕິ​ (Un bias) ນັກ​ວິ​ໄຈ​ຕ້ອງ​ບໍ່​ເອົາ​ຄວາມ​ຮູ້ສຶກ​ສ່ວນຕົນ​ເຂົ້າໄປ​ກ່ຽວ​ຂ້ອງ​ໃນ​ການເຮັດ​ ວິ​ໄຈ​ ຕ້ອງ​ມີ​ຄວາມ​ເປັນ​ກາງ​ ມີ​ຄວາມຍຸດຕິທຳ​ ມີ​ເຫດ​ມີ​ຜົນ​ທີ່​ເປັນຕົນ​ຂອງຕົນ​ເອງ​ ໂດຍ​ນຳ​ສະເໜີ​ຂໍ້​ມູນ​ໃນ​ ການ​ວິ​ໄຈ​ຢ່າງ​ກົງ​ໄປ​ກົງ​ມາ​
5. ມີ​ຄວາມ​ອົດ​ທົນ​ (Endurance) ການ​ວິ​ໄຈ​ເປັນ​ງານ​ທີ່​ຊ້ຳ​ຊາກ​ ແລະ​ ຕ້ອງ​ມີ​ການ​ແກ້​ໄຂ​ ຂໍ້​ບົກຜ່ອງ​ຢູ່​ຕະຫລອດ​ເວລາ​ ເຮັດໃຫ້​ເສຍ​ເວລາ​ ດັ່ງ​ນັ້ນ ​ນັກ​ວິ​ໄຈ​ຈະ​ຕ້ອງ​ມີ​ຄວາມ​ອົດ​ທົນ​ໃນ​ການ​ແກ້​ບັນຫາ​ ແລະ​ອຸປະສັກ​ຕ່າງ​ ໆ​ ເຊັ່ນ​ ການ​ນັດ​ໝາຍ​ ການ​ຕິດ​ຕໍ່​ ການ​ສຳພາດ​ ແລະ ອື່ນ ໆ​ ນັກ​ວິ​ໄຈ​ຈຶ່ງ​ຕ້ອງ​ມີຄວາມ​
ອົດ​ທົນ​ ອົດ​ກັ້ນ​ ຕ້ອງ​ເຄົາລົບ​ສິດ​ທິ​ຂອງ​ຜູ້​ຕອບ​ແບບ​ສອບ​ຖາມ​ ທີ່​ຈະ​ຕອບ​ຄຳ​ຖາມ​ຫລື​ປະຕິເສດ​ຄວາມ​ ຮ່ວມ​ມື​ໃນ​ການ​ຕອບ​ຄຳ​ຖາມ​
6. ກ້າ​ຕັດ​ສິນ​ໃຈ​ (Effective Decision Making) ການ​ວິ​ໄຈ​ຈະ​ຕ້ອງ​ພົບ​ກັບ​ບັນຫາ​ຫລື​ອຸປະສັກ​ໃນ​ການ​ປະຕິບັດ​ງານ​ຢູ່​ຕະຫລອດ​ເວລາ​ ນັກ​ວິ​ໄຈ​ຕ້ອງ​ກ້າ​ທີ່​ຈະ​ຕັດ​ສິນ​ໃຈ​ດໍາ​ເນີນ​ການ​ກັບ​ບັນຫາ​ທີ່ເກິດຂື້ນ​
7. ມີ​ໃຈ​ກວ້າງ​ໃນ​ການ​ຮັບ​ຟັງ​ຄວາມ​ຄິດ​ເຫັນ ​ແລະ ​ຄຳ​ຕິຊົມ ​ (Broad Mind) ນັກ​ວິ​ໄຈ​ຈະ​ຕ້ອງ​ໃຈ​ ກວ້າງພ້ອມ​ທີ່​ຈະ​ຮັບ​ຟັງ​ຄວາມ​ຄິດ​ເຫັນ​ ຄຳ​ວິ​ຈານ​ ຄຳ​ຕິຊົມ​ຫລື​ຂໍ້​ສະເໜີ​ແນະ​ ເພື່ອ​ທີ່​ຈະ​ໄດ້​ນຳ​ຂໍ້​ມູນ​ ເຫຼົ່າ​ນັ້ນ​ມາ​ໃຊ້​ເປັນ​ແນວ​ທາງ​ປັບ​ປຸງ​ງານ​ວິ​ໄຈ​ຕໍ່ໄປ​
8. ມີ​ມະນຸດ​ສຳພັນ​ດີ​ (Human Relations) ການ​ວິ​ໄຈ​ຈໍາ​ເປັນ​ຕ້ອງ​ຕິດ​ຕໍ່ຂໍຄວາມ​ຮ່ວມ​ມື​ ກັບ​ຄົນ​ຫຼາຍ​ລະ​ດັບ​ ຫຼາຍ​ກຸ່ມ​ ຫຼາຍປະ​ເພດ​ ນັກ​ວິ​ໄຈ​ຈຶ່ງ​ຕ້ອງ​ມີ​ມະນຸດ​ສຳພັນ​ທີ່​ດີ​ສາມາດ​ເຂົ້າ​ກັບ​ ຄົນ​ໄດ້​ທຸກປະ​ເພດ​ ທັງ​ນີ້​ເພາະ​ງານ​ວິ​ໄຈ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ໄດ້ຮັບ​ຄວາມ​ຮ່ວມ​ມື​ຈາກ​ຜູ້​ອື່ນ​ງານ​ຈຶ່ງ​ຈະ​ ສໍາເລັດ​ໄດ້​ດ້ວຍ​ດີ​
9. ມີ​ຄວາມ​ຊື່ສັດ​ສຸ​ຈະລິດ ​ແລະ​ ກົງ​ຕໍ່​ເວລາ​ (Honesty and Punctuality)ນັກ​ວິ​ໄຈ​ຕ້ອງ​ ຊື່ສັດ​ຕໍ່​ວິ​ຊາ​ຊີບ​ ຕໍ່​ຜູ້​ໃຊ້​ບໍລິການ​ ຕ້ອງ​ລາຍ​ງານ​ຜົນ​ການ​ວິ​ໄຈ​ຕາມ​ຄວາມ​ເປັນ​ຈິງ​ບໍ່​ແຕ່ງ​ເຕີມ​ຂໍ້​ມູນ​ ແລະ ​ກົງ​ຕໍ່​ເວລາ​ທີ່​ໄດ້​ກຳນົດ​ໄວ້​
10. ມີ​ເທກ​ນິກ​ໃນ​ການ​ລ້ວງ​ເອົາ​ຄວາມ​ຈິງ​ (Technique in Fact Finding) ນັກ​ວິ​ໄຈ​ຕ້ອງ​ມີ​ ຄວາມ​ສາມາດ​ມີ​ຄວາມ​ແນບ​ນຽນ​ໃນ​ການ​ຊັກ​ຖາມ​ຂໍ້​ມູນ​ ເພື່ອ​ທີ່​ຈະ​ໄດ້​ຄຳ​ຕອບ​ທີ່​ເປັນ​ຄວາມ​ລັບ​ອອກ​ມາ​
11. ຮູ້​ຈັກ​ການ​ຖືຮັກສາ​ຄວາມ​ລັບ​ (Confidential) ງານ​ວິ​ໄຈ​ຈະ​ຕ້ອງ​ເຂົ້າໄປ​ກ່ຽວ​ຂ້ອງ​ກັບ​ສາ​ລະ​ ຂໍ້​ເທັດ​ຈິງ​ທີ່​ບາງເທື່ອ​ຖື​ເປັນ​ຄວາມ​ລັບ​ບໍ່​ສາມາດ​ເປີດ​ເຜີຍ​ໄດ້​ ນັກ​ວິ​ໄຈ​ຕ້ອງ​ເກັບ​ຖື ຮັກສາ​ຄວາມ​ລັບ​ໄດ້​ ຕ້ອງ​ຮູ້​ວ່າ​ຫຍັງ​ເປັນ​ເລື່ອງ​ທີ່​ເປີດ​ເຜີຍ​ໄດ້​ ຫຍັງ​ເປັນ​ເລື່ອງ​ຂອງ​ຄວາມ​ລັບ​
12. ສາມາດ​ບໍລິຫານ​ງານ​ວິ​ໄຈ​ (Direct Research and Administration) ນັກ​ວິ​ໄຈ​ຕ້ອງ​ ສາມາດ​ດໍາ​ເນີນ​ການ​ວິ​ໄຈ​ໄດ້​ດ້ວຍ​ຕົນເອງ​ ຫລື​ເປັນ​ຜູ້​ຄວບ​ຄຸມ​ງານ​ວິ​ໄຈ​ໃຫ້​ສຳເລັດ​ລຸ​ລ່ວງ​ໄປ​ດ້ວຍ​ດີ​ເພາະ​ ງານ​ວິ​ໄຈ​ຈໍາ​ເປັນ​ຕ້ອງ​ເຮັດວຽກ​ຮ່ວມ​ກັບ​ຜູ້​ອື່ນ​ ນັກ​ວິ​ໄຈ​ຕ້ອງ​ມີ​ຄວາມ​ສາມາດ​ໃນ​ການ​ວາງ​ແຜນ​ດໍາ​ເນີນ​ງານ​ ກໍານົດ​ຂັ້ນ​ຕອນ​ການ​ປະຕິບັດ​ງານ​ ແລະ ​ຄວບ​ຄຸມ​ງານ​ວິ​ໄຈ​ໄດ້​
13. ສາມາດ​ໃນ​ການສ້າງ​ເຄື່ອງ​ມື​ເພື່ອ​ໃຊ້​ໃນ​ການ​ວິ​ໄຈ​ (Research Tool Invention) ງານ​ວິ​ໄຈ​ ແຕ່​ລະ​ຊິ້ນ​ຈະ​ມີ​ຄວາມ​ແຕກ​ຕ່າງ​ກັນ​ອອກ​ໄປ​ ນັກ​ວິ​ໄຈ​ຕ້ອງ​ສາມາດ​ສ້າງ​ເຄື່ອງ​ມື​ທີ່​ໃຊ້​ໃນ​ການ​ວິ​ໄຈ​ແຕ່​ລະ​ ເລື່ອງ​ໃຫ້​ເໝາະ​ສົມ​ດ້ວຍຕົນ​ເອງ​ ຈະ​ຊ່ວຍ​ເຮັດໃຫ້​ງານ​ວິ​ໄຈ​ມີປະ​ສິດ​ທິ​ພາບ​ດີ​ຂຶ້ນ​
14. ຕ້ອງປະ​ຫຢັດ​ (Advantaged Economy) ການ​ວິ​ໄຈ​ຈໍາ​ເປັນ​ຕ້ອງ​ໃຊ້​ເງີນ​ທຶນ​ ແຮງ​ງານ​ ແລະ​ ຊັບພະຍາກອນ​ດ້ານ​ອື່ນ​ ໆ​ ການ​ຮູ້​ຈັກປະ​ຫຍັດ​ ຈະ​ຊ່ວຍ​ໃຫ້​ບໍ່​ເກີດ​ບັນຫາ​ການ​ຂາດ​ເງີນ​ ຫລື ​ແຮງ​ງານ​ ໂດຍ​ທີ່​ງານ​ວິ​ໄຈຍັງ​ບໍ່​ສຳເລັດ​ ນັກ​ວິ​ໄຈ​ຈຶ່ງ​ຕ້ອງ​ໃຊ້​ເງີນ​ໃນ​ການ​ດໍາ​ເນີນ​ງານ​ວິ​ໄຈ​ຢ່າງປະ​ຫຍັດ
ຈ​ະລິຍະທຳ​ (Ethics)
          ໝາຍ​ເຖິງ​ຫຼັກ​ເກນ​ດ້ານ​ສິນລະທຳ​ ຄ່າ​ນິຍົມ​ ຫຼັກ​ການ​ປະຕິບັດ​ທີ່​ກ່ຽວ​ຂ້ອງ​ກັບ​ບຸກ​ຄົນ​ອື່ນ​ທີ່​ສັງຄົມ​ ເປັນ​ຜູ້​ກຳນົດ​ຂຶ້ນ​ ເພາະ​ນອກ​ຈາກ​ນັກ​ວິ​ໄຈ​ຈະ​ຕ້ອງ​ມີຈັນຍາບັນ​ນະ​ຕາມ​ທີ່ກ່າວ​ມາ​ແລ້ວ​ຂ້າງ​ຕົ້ນ​ ນັກ​ວິ​ໄຈ​ຈະ​ຕ້ອງ​ມີ​ ຈ​າລິຍະ​ທຳ​ໃນ​ງານ​ທີ່​ເຮັດ​ອີກ​ດ້ວຍ​ວ່າ​ງານ​ວິ​ໄຈ​ນັ້ນ​ຜິດ​ຈ​າລິຍ​ະທຳ​ ຜິດ​ກົດຫມາຍ ​ຫລື ​ບໍ່ນັກ​ວິ​ໄຈ​ຈະ​ຕ້ອງ​ມີ​ຄວາມ​ຮັບ​ຜິດຊອບ​ຕໍ່​ສັງຄົມ​ໂດຍ​ຄຳ​ນຶງ​ຫຼັກ​ການ​ຕ່າງໆ​ ດັ່ງ​ນີ້​
1. ສິດ​ທິ​ສ່ວນ​ບຸກ​ຄົນ​ ການ​ວິ​ໄຈ​ຈະ​ຕ້ອງ​ຄຳ​ນຶງ​ເຖິງ​ສິດ​ທິ​ ແລະ​ ເສ​ລີພາບ​ສ່ວນ​ບຸກ​ຄົນ​ ບໍ່​ລ່ວງ​ລະ​ເມີດ​ ສິດ​ທິ​ສ່ວນ​ບຸກ​ຄົນ​
2. ປະໂຫຍດ​ທີ່​ເພິ່ງໄດ້​ ການ​ວິ​ໄຈ​ທີ່​ດີ​ຈະ​ຕ້ອງ​ມີ​ປະໂຫຍດ​ຕໍ່​ສັງຄົມ​ໂດຍ​ສ່ວນ​ທັງຫມົດ​
3. ມີ​ຄວາມຍຸດຕິທຳ​ ການ​ວິ​ໄຈ​ຈະ​ຕ້ອງ​ບໍ່​ມີ​ອະຄະຕິ​ ກ່າວ​ຄື​ໃຫ້​ຄວາມຍຸດຕິທຳ​ກັບ​ຜູ້​ກ່ຽວ​ຂ້ອງ​ ທຸກ​ ໆ​ ຝ່າຍ​

4. ມີ​ຄວາມ​ຊື່ສັດ​ ຜູ້​ດໍາ​ເນີນ​ການ​ວິ​ໄຈ​ ຜູ້​ຕອບ​ແບບ​ສອບ​ຖາມ​ ຫລື ​ຜູ້​ກ່ຽວ​ຂ້ອງ​ ຕ້ອງ​ມີຄວາມ​ ຊື່ສັດ​ໃນ​ການ​ວິ​ໄຈ​

ความคิดเห็น

โพสต์ยอดนิยมจากบล็อกนี้

ປັດສະຍາຂອງການສຶກສາ 5 ສາຂາ

ການວິເຄາະ swot ຕົນເອງ