ເຕັກ​ນິກ​ການ​ຮຽນ​ຢ່າງ​ມີ​ຄວາມ​ສຸກ​ແລະ​ມີປະ​ສິດ​ທິ​ພາບ​

ເຕັກ​ນິກ​ການ​ຮຽນ​ຢ່າງ​ມີ​ຄວາມ​ສຸກ​ແລະ​ມີປະ​ສິດ​ທິ​ພາບ​
                      
1. ຮັບ​ຜິດຊອບ​
  -
ຮັບ​ຜິດຊອບ​ຕົນເອງ​ ບໍ່​ຢືມ​ດັງ​ຄົນ​ອື່ນ​ຫາຍ​ໃຈ​ ເປັນ​ຜູ້​ຊະນະ​ຈາກ​ຄວາມ​ສາມາດ​ຂອງ​ຕົນ​
2. ເລີ່ມ​ຕົ້ນ​ດີ​  - ຊ່ວງ​ເດືອນ​ແຮກ​ໃນ​ຮົ້ວ​ມະຫາ​ວິທະຍາ​ໄລ​ ຖື​ເປັນ​ຊ່ວງ​ວິກິດ​ຂອງ​ນ້ອງ​ໃໝ່​ ຫາກ​ເຣີ່ມ​ຕົ້ນ​ດີ​ ຄວາມ​ສຳ​ໄວ​ຈະ​ບໍ່​ຢູ່​ໄກລ​ເກີນ​ເອື້ອມ​
3. ກຳນົດ​ເປົ້າ​ໝາຍ​ໃນ​ການ​ຮຽນ​ຢ່າງ​ແນ່ວ​ແນ່​  - ກຳນົດ​ເປົ້າ​ໝາຍ​ໃນ​ການ​ຮຽນ​ໃຫ້​ຊັດເຈນ​ ທັງ​ໄລຍະ​ສັ້ນ​ແລະ​ໄລຍະ​ຍາວ​ ແລະ​ ທຸ້ມເທ​ຄວາມ​ພະຍາຍາມ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ນັ້ນ​
4. ວາງ​ແຜນ​ ແລະ​ຈັດການ​
  -
ມີ​ການ​ວາງ​ແຜນ​ ຈັດ​ລຳ​ດັບ​ຄວາມ​ສຳຄັນ​ຂອງ​ກິດຈະກຳ​ທີ່​ຕ້ອງ​ເຮັດ​ ຫາກ​ເຮັດ​ຕາ​ລາງ​ເວລາ​ເປັນ​ລາຍ​ອາທິດ​ໄດ້​ຍິ່ງ​ດີ​
5. ມີ​ວິ​ໄນຕໍ່ຕົນເອງ  - ເມື່ອ​ກຳນົດ​ເປົ້າ​ໝາຍ​ ວາງ​ແຜນ​ ແລະ​ຈັດການ​ ຕາມ​ຂໍ້​ 4 ແລະ​ 5 ແລ້ວ​ຕ້ອງ​ສັນຍາ​ກັບ​ຕົນເອງ​ຢ່າງ​ແນ່ວ​ແນ່​ທີ່​ຈະ​ມີ​ວິ​ໄນ​ ແລະ​ປະຕິບັດ​ຕາມ​ 
6. ຢ່າລ້າສະໃໝ
  -
ວິທະຍາ​ການ​ພັດທະນາ​ໄປ​ຢ່າງ​ວ່ອງໄວ​ ການ​ຄົ້ນ​ຄວ້າ​ຫາ​ຄວາມ​ຮູ້​ ຕ້ອງ​ອິງ​ກັບ​ຂໍ້​ມູນ​ທີ່​ທັນ​ສະໄໝ​ ທັນ​ເຫດການ​
7. ເຝຶກ​ຝົນ​ຕົນເອງ​ໃຫ້​ຮຽນ​ຮູ້​ຢ່າງ​ມີປະ​ສິດ​ທິ​ພາບ​
  -
ສຶກ​ສາ​ຂໍ້​ສະເໜີ​ແນະ​ໃນ​ຄູ່​ມື​ເຫລັ້ມນີ້​ ແລະ​ຝຶກ​ທັກ​ສະ​ການ​ຮຽນ​ຮູ້​ ຊຶ່ງ​ຈະ​ເປັນ​ປະໂຫຍດ​ຕິດ​ຕົວ​ຕະຫລອດ​ໄປ​
8. ກຽມພ້ອມ​ເພື່ອ​ເຂົ້າ​ສູ່​ຊັ້ນ​ຮຽນ​
  -
ກຽມ​ຕົວ​ເປັນ​ຜູ້​ໃຝ່​ຫາ​ຄວາມ​ຮູ້​ຢ່າງ​ແຂງ​ຂັນ​ ຫາກ​ເປັນ​ໄປ​ໄດ້​ກຽມ​ອ່ານ​ເອກະສານ​ທີ່​ຈະ​ຮຽນ​ມາ​ກ່ອນ​ເຂົ້າ​ຫ້ອງ​ຮຽນ​
9. ມຸ້ງ​ມັ້ນ​ ຈົດ​ຈໍ່​ຕໍ່ບົດ​ຮຽນ​
  -
ມີສະມາ​ທິ​ ສົນ​ໃຈ​ ຕັ້ງ​ໃຈ​ ເວລາ​ອາຈານ​ສອນ​ ບໍ່​ເຂົ້າ​ຮຽນ​ເພື່ອ​ເວົ້າ​ລົມ​ກັນ​ ຊັງ​ກະ​ຕາມ​ ລໍຖ້າ​ເວລາ​ເລີກ​ຮຽນ
10. ເປັນ​ຕົວ​ຂອງ​ຕົວ​ເອງ​
  - ຮູ້​ຈັກ​ຄິດ​ແລະ​ເຮັດ​ ດ້ວຍ​ຄວາມ​ສາມາດ​ຂອງ​ຕົນເອງ​ຄິດ​ສະເໝີ​ວ່າ​ເຮົາ​ເປັນ​ຜູ້​ໜຶ່ງ​ທີ່​ມີ​ສັກກະຍະພາບ​ສູງ​
 11. ມີ​ຄວາມ​ກລະ​ຕືລື​ລົ້ນ​
  -
ຄວາມ​ສຳ​ເລັດ​ເປັນ​ຂອງ​ຜູ້​ທີ່​ມີ​ຄວາມ​ລີເລີ່ມ​ ເປັນ​ຝ່າຍລຸກ​ທີ່​ຈະ​ມຸ້ງ​ໜ້າ​ ແລະ​ຄວ້າ​ຄວາມ​ສຳ​ເລັດ​ເປັນ​ຂອງ​ຕົນ​
12. ມີ​ສຸກຂະພາບ​ດີ​
  -
ຢ່າ​ລືມ​ໃສ່​ໃຈ​ຕໍ່​ສຸກຂະພາບ​ຮ່າງກາຍ​ ກິດຈະກຳ​ນັນ​ທະນາ​ການ​ ແລະ​ກິດຈະກຳ​ສັງຄົມ​ ວາງ​ແຜນ​ຈັດ​ເວລາ​ຕໍ່​ສິ່ງເຫລົ້ານີ້​ໃຫ້​ພໍ​ເໝາະ​

13. ຮຽນ​ຢ່າງ​ມີ​ຄວາມ​ສຸກ​
  -
ພະຍາຍາມ​ເກັບ​ກ່ຽວ​ຄວາມ​ນ່າສົນ​ໃຈ​ໃນ​ບົດ​ຮຽນ​ ຄິດ​ສະເໝີ​ວ່າ​ທຸກ​ວິ​ຊາ​ໜ້າ​ຮຽນ​ຮູ້​ ແລະ ສະນຸກສະໜານ​ທັງ​ນັ້ນ​ ແລ້ວ​ທ່ານ​ຈະ​ພົບ​ວ່າ​ ເຮົາ​ກໍ​ຮຽນ​ຢ່າງ​ມີ​ຄວາມ​ສຸກ​ໄດ້​

ความคิดเห็น

โพสต์ยอดนิยมจากบล็อกนี้

ການວິເຄາະ swot ຕົນເອງ

ຄວາມຫມາຍ​ຂອງ​ທິດສະດີ​​ຄອນສະຕັກຕີວິສ​​

ປັດຊະຍາ​ການສຶກສາ​