ໂຄງການຝຶກອົົບຮົມ ຟື້ນຖານການບັນຊີ ແລະ ການນຳໃຊ້ໂປແກ້ມ ບັນຊີ ລາວ
ສະຖານທີ່ຈັດຕັ້ງໂຄງການ : ວິທະຍາໄລ ບຸດວິເສດ
ຜູ້ຮັບຜິດຊອບໂຄງການ : ທ່ານ ບົງອາໄພ ຊາທິປະຫົດ
ຜູ້ອຳນວຍການ ວິທະຍາໄລ ບຸດວິເສດ
1.
ຫຼັກການ ແລະ ເຫດຜົນ
ໃນປະຈຸບັນການຂະຫຍາຍຕົວທາງເສດຖະກິດໄດ້ເຕີບໂຕຢ່າງໄວວາ,
ເທັກໂນໂລຊີໄດ້ເຂົ້າມາມີບົດດບາດ ແລະ ມີປະລິມານການນຳໃຊ້ເພີ່ມຂື້ນໃນແຕ່ລະປີ ແລະ ໄດ້ເກິດມີທຸລະກິດ ຂະໜາດນ້ອຍ ແລະ
ການເປັນຈຳນວນຫຼວງຫຼາຍ ໃນການດຳເນີນທຸລະກິດນັ້ນຈຳເປັນຕ້ອງມີການບໍລິຫານຈັດການ
ທີ່ຖຶກຕ້ອງ ແລະ ໂປ່ງໃສ ໂດຍສະເພາະແມ່ນດ້ານບັນຊີການເງິນ
ເຊັນດຽວກັນນັ້ນຜູ້ປະກອບການກໍ່ຕ້ອງມີຄວາມຮູ້ໃນດ້ານດັ່ງກ່າວ ໃນນັ້ນສິ່ງທີຂາດບໍ່ໄດ້
ກໍ່ຄືບຸກຄະລາກອນຜູ້ທີ່ມີຄວາມຮູ້ຄວາມສາມາດທາງດ້ານບັນຊີ
ເພື່ອເຂົ້າມາຊ່ວຍໃນການບໍລິຫານຈັດການດັ່ງກ່າວ ແລະ ຍັງບໍພຽງພໍເທົ່ານັ້ນ
ກໍ່ຕ້ງຮຽນຮູ້ການນຳໃຊ້ເທັກໂນໂລຊີເພື່ອມາຊ່ວຍເພີ່ມຄວາມຖຶກຕ້ອງແມ້ນຢໍາຕື່ມອີກ.
ໂຄງການນີ້ຈຶ່ງໃດ້ສ້າງຂຶ້ນມາເພື່ອຊ່ວຍໄຫ້ ຜູ້ປະກອບການ, ພະນັັກງານ ລັດ ແລະ
ເອກກະຊົນ, ນັກສຶກສາ ແລະ ບຸດຄົນທົ່ວໄປ ທີ່ຕ້ອງການຮຽນຮູ້, ເຂົ້າໃຈ ແລະ ນຳໃຊ້ເປັນ ທາງດ້ານບັນຊີ
ແລະ ການນຳໃຊ້ໂປແກັມບັນຊີລາວ
ເພື່ອຊ່ວຍອຳນວຍຄວາມສະດວກໃນການກວດສອບຄວາມຖຶກຕ້ອງສອດຄ່ອງເພີ່ມຂື້ນອີກ .
2. ຈຸດປະສົງຂອງໂຄງການ
2.1
ເພື່ອໃຫ້ຜູ້ຝຶກອົບຮົມເຂົ້າໃຈເຖິງການບັນຊີ.
2.2
ເພື່ອໃຫ້ເກີດການຮຽນຮູ້
ແລະ ເຂົ້າໃຈ ຂະບວນການທາງບັນຊີ ແລະ ການບັນທຶກຈົດກ່າຍບັນຊີ.
2.3
ເພື່ອໃນຜູ້ອົບຮົມ
ຮູ້ນຳໃຊ້ໂປແກັມບັນຊີລາວ ເພື່ອປະກອບເຂົ້າໜ້າທີ່ວຽກງານຂອງຕົນ ໄດ້ຢ່າງຄ່ອງແຄ້ວ ແລະ
ໄດດ້ຮັບການໄວ້ໃຈຈາກຜູ້ປະກອບການ.
3. ເປົ້າໝາຍຂອງໂຄງການ
3.1
ດ້ານປະລິມານ
-
ຜູ້ເຂົ້າຮ່ວມອົບຮົມແມ່ນຜູ້ທີ່ຮຽນຈົບວິຊາຊີບໃດໜຶ່ງ
ແລະ ມີຄວາມສົນໃຈຢາກຮຽນ.
-
ຕ້ອງຮຽນຈົບລະດັບວິທະນາໄລ
ຫຼື ເປັນພະນັກງານ ທີ່ເຮັດວຽກກັບວຽກງານທີ່ກ່ຽວຂ້ອງ.
3.2
ດ້ານຄຸນນະພາບ
-
ໃຫ້ຜູ້ເຂົ້າຮ່ວມອົບຮົມມີຄວາມເຂົ້າໃຈທິດສະດິ,
ວິທີການທາງບັນຊີ.
-
ໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ
ສາມາດ ບັນທຶກ ຈົດກ່າຍ ແລະ ມີຄວາມເຂົ້າໃຈໃນການສ້າງເອກະສານວຽກງານການເງິນໄດ້ຢ່າງຖືກຕ້ອງ.
-
ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດນຳໃຊ້ໂປແກັມບັນຊີເປັນເຄື່ອງມືຊ່ວຍໃນການບັນທຶກບັນຊີ,
ການໃຊ້ບັນຊີ ແລະ ການສ້າງເອກະສານທາງກນເງິນ.
4. ວິທີການດຳເນີນໂຄງການ
4.1
ປະຊຸມວາງແຜນ
4.2
ສະເໜີໂຄງການເພື່ອຂໍອະນຸມັດ
4.3
ແຕ່ງຕັ້ງຄະນະຮັບຜິດຊອບ
4.4
ປະຊຸມເພື່ອກຽມການ
4.5
ກຳນົດວັນເວລາໃນຝຶກອົບຮົມ
4.6
ຈັດການຝຶກອົບຮົມ ຕາມຊ່ວງເວລາ
ແລະ ໂປແກັມທີ່ກຳນົດ
4.7
ສະຫຼຸບຜົນ, ປະເມີນ ແລະ
ລາຍງານການຝຶກອົບຮົມ
5. ຜູ້ຮັບຜິດຊອບໂຄງການ ແລະ ວິທະຍາກອນ
1. ທ່ານ ບົງອາໄພ ຊາທິປະຫົດ ຜູ້ອຳນວຍການວິທະຍາໄລ
ບຸດວິເສດ
2. ທ່ານ
3. ທ່ານ
4. ທ່ານ
6. ງົບປະມານ
ໂຄງການຝຶກອົບຮົມພື້ນຖານການບັນຊີ ແລະ ການນຳໃຊ້ ໂປ ແກັມບັນຊີ ໃດ້ນຳໃຊ້ງົບປະມານລາຍຮັບ ແລະ ລາຍຈ່າຍດັ່ງລຸ່ມນີ້:
ລາຍຮັັບ
§ ເກັບຈາກຜູ້ເຂົ້າຮ່ວມໂຄງການຜູ້ເຂົ້າຮ່ວມໂຄງການເຊີ່ງເປັນລາຍລະອຽດດັ່ງນີ້:
o
ຝຶກອົບຮົມພື້ນຖານບັນຊີ
ຄົນລະ 800,000 ກີບ
o
ການນຳໃຊ້ໂປແກັມບັນຊີ
ຄົນລະ 350,000 ກີບ
ລາຍຈ່າຍ
§
ຄ່າສອນ 2,600,000
ກີບ
§
ຄ່າຕຳລາຮຽນ 500,000
ກີບ
§
ຄ່າການຕະຫຼາດ 1,000,000
ກີບ
§
ຄ່າຫຼຸຍຫ້ຽນ 325,000 ກີບ
§
ຄ່ານຳ 275,000
ກີບ
§
ຄ່າໄຟຟ້າ 1,300,000
ກີບ
7. ສະຖານທີຈັດຝຶກອົບຮົມ
ວິທະຍາໄລ ບຸດວິເສດ ອາຄານ AC ຊັ້ນ 2 ຫ້ອງ AC203 ເຮືອນເລກທີ 271, ບ້ານໂພນສີນວນ ເມືອງສີສັດຕານາກ
ນະຄອນຫຼວງ ວຽງຈັນ.
8. ໄລຍະເວລາໃນການດຳເນີນການ
Ø ແຜນ 1 ເລີ່ມແຕ່ 01-08-2017 ແລະ ຈະສີ້ນສຸດ 30-08-2017 ເປັນເວລາ 80 ຊົ່ວໂມງ ແລະ
ຕໍ່ໆໄປ.
Ø ແຜນ 2 ເລີ່ມແຕ່ 01-08-2017 ແລະ ຈະສີ້ນສຸດ 15-08-2017 ເປັນເວລາ 24 ຊົ່ວໂມງ ແລະ
ຕໍ່ໆ.
9. ຜົນປະໂຫຍດທີ່ຄາດວ່າຈະໃດ້ຮັບ
ສຳລັບຜູ້ເຂົ້າຮ່ວນ
ສຳລັບໂຄງການ
10. ການຕິດຕາມ ແລະ ປະເມີນຜົນ
§ ການສັງເກດ.
§ ແບບສອບຖາມ.
ຄະນະຮັບຜິດຊອບໂຄງການ

ความคิดเห็น
แสดงความคิดเห็น