ຄວາມຫມາຍ​ຂອງ​ຊຸດ​ກິດຈະກຳ​ການ​ຮຽນ​ຮູ້​

ຄວາມຫມາຍ​ຂອງ​ຊຸດ​ກິດຈະກຳ​ການ​ຮຽນ​ຮູ້​


ຊຸດ​ກິດຈະກຳ​ການ​ຮຽນ​ຮູ້​ ຫຼື​ ຊຸດ​ການຮຽນ-ການສອນ​ມາ​ຈາກ​ຄໍາ​ວ່າ​ Instructional Package ຫຼື​ Learning Package ທີ່ມີຢູ່ແລ້ວ​ໃຊ້​ຄໍາ​ວ່າ​ ຊຸດ​ການ​ສອນ​ເພາະ​ເ​ປັນ ​ສື່​ທີ່ຄູ​ນໍາ​ມາ​ໃຊ້​ໃນ​ການ​ສອນ​ ແຕ່ ​ຕໍ່​ມາ​ແນວ​ຄິດ​ໃນ​ການ​ຈັດການຮຽນ-ການສອນ​ທີ່​ເນັ້ນ​ຜູ້​ຮຽນ​ເ​ປັນ​ໃຈກາງໄດ້​ເຂົ້າ​ມາ​ມີບົດ​ບາດຫຼ​າຍ​ຂຶ້ນ​ ບາງຄັ້ງ​ອາດ​ເອີ້ນ​ທັງຫມົດເຫຼົ່ານີ້ວ່າ ຊຸດກິດຈະກຳການສອນ ​ (ບຸນເກືອ ຄວນຫາເວດ, 2542, ໜ້າ. 91)​ ແລະ ​ໃນ​ການຄົ້ນຄວ້າ​ໃນການຄົ້ນຄວ້າຄັ້ງນີ້ໃຊ້​ຄໍາວ່າ​ ​ຊຸດ​ກິດຈະກຳ​ການ​ຮຽນ​ຮູ້​ເພື່ອ​ໃຫ້​ຄວບຄຸມ​ກິດຈະກຳ​ຂອງ​ຄູ ແລະ​ ນັກ​ຮຽນ​ ໄດ້​ຝຶກ​ປະຕິບັດ​ ແລະ ​ຄົ້ນ​ຄວ້າ​ດ້ວຍ​ຕົນເອງ​ ຄູ​ເ​ປັນ​ພຽງ​ຜູ້​ໃຫ້​ຄໍາ​ແນະ​ນໍາ(Coach)​ ໂດຍ​ມີຂະ​ບວນ​ການສ້າງ​ຕາມ​ຂັ້ນ​ຕອນ​ການສ້າງ​ຊຸດ​ກິດຈະກຳ​ທຸກ​ປະ​ການໄດ້​ມີ​ນັກ​ການສຶກສາ​ຫຼາຍທ່ານ​ເຂົາໄດ້​ໃຫ້​ຄວາມຫມາຍ​ ໄວ້​ດັ່ງ​ນີ້:
ກູ໊ດ​  (Good, 1973, p. 306) ໄດ້​ໃຫ້​ຄວາມຫມາຍ​ຂອງ​ຊຸດ​ກິດຈະກຳ​  ໝາຍ​ເຖິງ:​  ໂປ​ແກຣມ​ທາງ​ການ​ສອນ​ທຸກ​ຢ່າງ​ທີ່​ຈັດ​ໄວ້​ສະເພາະ​, ມີ​ວັດ​ຖຸ​ອຸປະກອນ​ທີ່​ໃຊ້​ໃນ​ການ​ສອນ,​  ມີອຸປະກອນ​ທີ່​ໃຊ້​ໃນ​ການ​ຮຽນ​,  ມີຄູ່​ມື​ຄູ​,  ມີເນື້ອໃນ​, ມີແບບ​ທົດສອບ​ ແລະ ມີຂໍ້​ມູນ​ທີ່​ເຊື່ອ​ຖື​ໄດ້,​  ມີ​ການ​ກຳນົດ​ຈຸດ​ມຸ່ງ​ໝາຍ​ຂອງ​ການ​ຮຽນ​ໄວ້​ຢ່າງ​ຊັດເຈນ​.  ຊຸດ​ກິດຈະກຳ​ນີ້, ຄູ​ເປັນ​ຜູ້​ຈັດ​ໃຫ້​ນັກ​ຮຽນ​ແຕ່​ລະ​ຄົນ​ໄດ້​ສຶກ​ສາ​ ແລະ ​ຝຶກ​ຝົນ​ດ້ວຍ​ຕົນເອງ​ໂດຍ​ຄູ​ເປັນ​ຜູ້​ຄອຍ​ຖ້າ​ແນະ​ນຳ​ເທົ່າ​ນັ້ນ​.
ແຄບ​ເພລີ​ຣ໌​  ແລະ ​ແຄບ​ເພລີ​ຣ໌ (Kapfer,Phillip.; & Mirian Kapfer, 1972, ໜ້າ. 7-13)​   ໄດ້​ໃຫ້​ຄວາມຫມາຍ​ຂອງ​ຄຳ​ວ່າ​ຊຸດ​ການ​ຮຽນ​ໄວ້​ວ່າ:​  ເປັນ​ຮູບ​ແບບ​ການ​ສື່​ສານ​ລະຫວ່າງ​ຜູ້​ສອນ​ກັບ​ຜູ້​ຮຽນ​  ຊຶ່ງ​ປະກອບ​ດ້ວຍ​ຄຳ​ແນະ​ນຳ​ໃຫ້​ຜູ້​ຮຽນ​ໄດ້​ເຮັດ​ກິດຈະກຳ​ການ​ຮຽນ​ຈົນ​ບັນ​ລຸ​ພຶດຕິກຳ​ທີ່​ເປັນ​ຜົນ​ຂອງ​ການ​ຮຽນ​ຮູ້​, ສ່ວນ​ເນື້ອໃນ​ທີ່​ນຳ​ມາ​ສ້າງ​ຊຸດ​ການ​ຮຽນ​ ນຳ​ມາ​ຈາກ​ຂອບ​ເຂດ​ຄວາມ​ຮູ້​ທີ່​ຫຼັກ​ສູດ​ກຳນົດ​ໃຫ້​ຜູ້​ຮຽນ​ໄດ້​ຮຽນ​ຮູ້ຊຶ່ງ​ຕ້ອງ​ສື່​ຄວາມຫມາຍ​ໃຫ້​ແກ່​ຜູ້​ຮຽນ​ຢ່າງ​ຊັດເຈນ​, ຈົນ​ຜູ້​ຮຽນ​ເກີດ​ພຶດຕິກຳ​ຕາມ​ເປົ້າ​ໝາຍ​ ຫຼື​ຈຸດປະສົງ​ການ​ຮຽນ​ຮູ້​ທີ່ເປັນລັກຊະນະ​ພຶດຕິກຳ​.
ຈາກແນວຄວາມຄິດ ແລະ ຄວາມໝາຍຂອງນັກການສຶກສາທີ່ຫຼາຍທ່ານໄດ້ກ່າວມາຂ້າງເທິ່ງນັ້ນ ສາມາດສະຫຼຸບໄດ້ວ່າ: ຊຸດກິດຈະກຳການຮຽນຮູ້ ໝາຍເຖິງ: ຊຸດການຮຽນ-ການສອນທີ່ເນັ້ນໄຫ້ຄູ ແລະ ນັກຮຽນໄດ້ຝຶກການປະຕິບັດ ແລະ ແກ້ໃຂບັນຫາການຮຽນເຊິ່ງກັນ ແລະ ກັນ ໂດຍເນັ້ນໃຫ້ຜູ້ຮຽນເກີດການຮຽນຮູ້ ແລະ ມີຜົນສຳເລັດຕາມເປົ້າໝາຍ.

ความคิดเห็น

โพสต์ยอดนิยมจากบล็อกนี้

ປັດສະຍາຂອງການສຶກສາ 5 ສາຂາ

ການວິເຄາະ swot ຕົນເອງ