ຄວາມຫມາຍ​ຂອງ​ທິດສະດີ​​ຄອນສະຕັກຕີວິສ​​

1.1      ຄວາມຫມາຍ​ຂອງ​ທິດສະດີ​​ຄອນສະຕັກຕີວິສ​​

ຈາກ​ການສຶກສາ​ຄວາມຫມາຍ​ຂອງ​ທິດສະດີ​ຄອນສະຕັກຕິວິສ​, ມີ​ນັກ​ວິ​ຊາ​ການ​ຫຼາຍທ່ານ​ໄດ້​ໃຫ້​
ຄວາມຫມາຍ​ຂອງ​ທິດສະດີ​ຄອນສະຕັກຕິວິສເຊິ່ງ​ພໍ​ສະຫລຸບ​ໄດ້​ດັ່ງ​ນີ້:
ກຣາຟິວ (Glaersfeld. 1989: 136; ອ້າງອີງໃນ (ວັນນະທິພາ ຮອດແຮງກ້າ, 2540)) ເວົ້າວ່າ​: ​ເປັນ​ທິດສະດີ​ຂອງ​ຄວາມ​ຮູ້​ທີ່ມີ​ພື້ນຖານ​ມາ​ຈາກ​ປັດຊະຍາ​ຈິດ​ວິທະຍາ​ ແລະ ​ການສຶກສາ,​ ກ່ຽວກັບ​ການ​ສື່​ຄວາມຫມາຍ​ ແລະ ​ການ​ຄວບ​ຄຸມ​ຂະ​ບວນ​ການ​ສື່​ຄວາມຫມາຍ​ໃນຕົນເອງ, ທິດສະດີ​ຂອງ​ຄວາມ​ຮູ້​ນີ້ອ້າງ​ເຖິງ​ຫຼັກ​ການ 2 ຂໍ້​ຄື:​
1.   ຄວາມ​ຮູ້​ບໍ່​ໄດ້​ເກີດ​ຈາກ​ການ​ຮັບ​ຮູ້​ພຽງ​ຢ່າງ​ດຽວ​ ແຕ່ເປັນ​ການສ້າງ​ຂື້ນ​ໂດຍ​ບຸກ​ຄົນ​ທີ່ມີ​ຄວາມ​ຮູ້​ ຄວາມ​ເຂົ້າໃຈ​;
2.  ໜ້າ​ທີ່ຂອງ​ການ​ຮັບ​ຮູ້​ ຄື​ ການ​ປັບຕົວ ​ແລະ ​ການ​ສັງລວມ​ປະສົບການ​ທັງ​ໝົດ​ ແຕ່​ບໍ່​ແມ່ນ​ການ​ຄົ້ນ​ພົບ​ສິ່ງ​ທີ່ເປັນຈິງ;
ເບນ​ລ໌​ (Bell. 1993: 118) ອ້າງ​ອິງ​ໃນ​ (ວັນນະທິພາ ຮອດແຮງກ້າ, 2540, ໜ້າ. 13) ມີ​ຄວາມ​ເຫັນວ່າ​: ທິດສະດີ​ຄອນສະຕັກຕິວິສ ເປັນ​ການ​ຮຽນ​ຮູ້​ທີ່ບໍ່​ແມ່ນ​ການ​ຕອບສະຫນອງ​ທີ່ວ່າງ​ເປົ່າຂອງ​ຜູ້​ຮຽນ​ໃຫ້​ເຕັມ​ ຫຼື​ ບໍ່ແມ່ນ​ການ​ໄດ້​ມາໂດຍຄວາມ​ຄິດ​ໃໝ່ໆ​ຂອງ​ຜູ້​ຮຽນ,​ ແຕ່ເປັນ​ການ​ພັດທະນາ ​ຫຼື ປ່ຽນ​ຄວາມ​ຄິດ​ທີ່ມີ​ຢູ່​ແລ້ວ​ຂອງ​ຜູ້​ຮຽນ​. ການ​ຮຽນ​ຮູ້ເປັນ​ການປ່ຽນ​ແປງ​ແນວ​ຄິດ,​ ເປັນ​ການສ້າງ ​ແລະ​ ຍອມ​ຮັບ​ແນວ​ຄິດ​ໃໝ່ໆ​ ຫຼື ເປັນ​ການ​ຈັດ​ໂຄງ​ສ້າງ​ຄວາມ​ຄິດ​ທີ່ມີ​ຢູ່​ແລ້ວ​ໃໝ່​. ຜູ້​ຮຽນເປັນ​ຜູ້​ສ້າງ​ຄວາມ​ຄິດ​ຫຼາຍກວ່າ​ການເຊື່ອມ​ຊຶມ​ຄວາມ​ຄິດ​ ໃໝ່​ໆ​ ແລະ ​ຜູ້​ຮຽນເປັນ​ຜູ້​ສ້າງ​ຈາກ​ປະສົບການ​ຕົນເອງ​.
ວີດ​ລີ​ຢ໌​ (Wheatley, 1991) ກ່າວເຖິງ​ທິດສະດີ​ຄອນສະຕັກຕິວິສວ່າ​ມີ​ຫຼັກ​ການ​ທີ່ສໍາ​ຄັນຄື​: ​ຄວາມ​ຮູ້​ບໍ່​ໄດ້​ເກີດ​ຈາກ​ການ​ຮັບ​ຮູ້​, ແຕ່​ມະນຸດເປັນ​ຜູ້​ສ້າງ​ຄວາມ​ຮູ້​ດ້ວຍຕົວ​ຂອງ​ເຂົາ​ເອງ​. ດັ່ງ​ນັ້ນ, ​ການສ້າງ​ຄວາມຫມາຍ​ຂອງ​ສິ່ງ​ທີ່ຮັບ​ຮູ້​ຂອງ​ແຕ່​ລະ​ຄົນ​ຈຶ່ງ​ອາດ​ແຕກ​ຕ່າງ​ກັນ​ໄປ​,​ ການ​ຮັບ​ຮູ້​ຄື​: ການ​ປັບຕົວ​ ແລະ​ ການ​ໃຊ້​ປະໂຫຍດ​ຈາກ​ການ​ຈັດ​ປະສົບການ​ຕ່າງ​ໆ​ ທີ່ໄດ້ຮັບ.​ ດັ່ງ​ນັ້ນ, ​ມະນຸດ​ສາມາດ​ຮຽນ​ຮູ້​ກ່ຽວ​ກັບ​ສິ່ງ​ຕ່າງ​ໆ ​ໂດຍ​ອາໄສ​ການ​ເພີ່ມ​ປະສົບການກັບ​ສິ່ງ​ເຫຼົ່າ​ນັ້ນ​.
ຄອບ​ບ໌​ (Crop, 1994, pp. 13-14) ກ່າວເຖິງ​ການ​ຮຽນ​ຮູ້​ຕາມ​ທິດສະດີ​ຄອນສະຕັກຕິວິສວ່າ ເປັນ​​ຂະ​ບວນ​ການ​ທີ່ບໍ່​ໄດ້​ຢຸດ​​ຢູ່ກັບ​ທີ່ໃນ​ການສ້າງ,​ ການ​ລວບລວມ​ ແລະ ​ການ​ຕົກ​ແຕ່​ງ​ຄວາມ​ຮູ້​. ຜູ້​ຮຽນ​ມີ​ໂຄງ​ສ້າງທາງ​ຄວາມ​ຮູ້​ທີ່ໃຊ້​ໃນ​ການ​ຕີ​ຄວາມຫມາຍ​ ແລະ ເຮັດ​ໃຫ້ເຫດການ​ຕ່າງໆ​ ອ້ອມຮອບຕົວ​ເຂົາ.​ ໂຄງ​ສ້າງ​ຄວາມ​ຮູ້​ຂອງ​ຜູ້ຮຽນ​ອາດ​ແປກ ​ແລະ ​ແຕກ​ຕ່າງ​ຈາກ​ໂຄງ​ສ້າງ​ຄວາມ​ຮູ້​ຂອງ​ຜູ້​ຊຽວ​ຊານ​. ນອກ​ຈາກ​ນີ້, ຍັງ​ເວົ້າເຖິງ​ທັດສະ​ນະ​ທາງ​ວັດທະນະທຳ​-ສັງຄົມ​ຂອງ​ແນວ​ຄິດ​ຄອນສະຕັກຕິວິສວ່າ​: ການ​ຮຽນ​ຮູ້​ເປັນຂະ​ບວນ​ການ​ທາງ​ສັງຄົມ,​ ​ເປັນ​ການ​ຮ່ວມ​ມື​ກັນ​ລະ​ຫວ່າງ​ຜູ້​ສອນ​ ແລະ ​ຜູ້​ຮຽນ​ ໃນ​ການ​ປະນີປະ​ນອມ​ຄວາມຫມາຍ​ທີ່ສ້າງໄດ້​ຂື້ນ.​ ບຸກ​ຄົນ​ທີ່ຢູ່ໃນສະພາບແວດ​ລ້ອມ​ ຜູ້ຮຽນ​ຈະ​ມີ​ອິດທິພົນ​ຕໍ່​ຄວາມ​ຄິດ​ເຫັນ​ຂອງ​ຜູ້ຮຽນ.​ ນອກ​ຈາກ​ນີ້,​ ຜູ້ໃຫຍ່​ທີ່ຢູ່​ອ້ອມຮອບຕົວ​ຜູ້ຮຽນ, ພາສາ ​ແລະ ​ວັດທະນະທຳ​ຂອງເຂົາ ເປັນ​ປັດ​ໄຈ​ທີ່ສໍາ​ຄັນ​ຫຼາຍ​ຕໍ່ຂະ​ບວນ​ການ​ຂອງ​ຜູ້​ຮຽນ​.
ຟອດ​ນອດ​ (Fosnot, 1996, p. 95) ກ່າວເຖິງ​ທິດສະດີ​ຄອນສະຕັກຕິວິສ​ວ່າ ເປັນ​ທິດສະດີ​ກ່ຽວ​ກັບການຮຽນ​ຮູ້​ ແລະ ​ການ​ຮຽນ​ຮູ້​ ເປັນ​ການ​ບັນລະຍາຍ​ໂດຍ​ອາໄສ​ພື້ນ​ຖານ​ທາງ​ຈິດ​ວິທະຍາ,​ ປັດຊະຍາ​ ແລະ ​ມາ​ນຸດ​​ວິທະຍາ​ວ່າ: ​ຄວາມ​ຮູ້​ຄື​ຫຍັງ​ ແລະ ​​ຄວາມ​ຮູ້​ໄດ້ມາແນວໄດ.​ ແນວ​ຄິດ​ນີ້,​ ຈຶ່ງ​ອະທິບາຍ​ຄວາມ​ຮູ້ວ່າ ເປັນ​ສິ່ງ​ຊົ່ວ​ຄາວ​, ມີ​ການ​ພັດທະນາບໍ່​ເປັນປາລະໃນ ແລະ​ ຖືກ​ສ້າງ​ຂື້ນ​ພາຍ​ໃນ​ຕົນເອງ​ ໂດຍ​ອາໄສ​ສື່​ກາງ​ທາງ​ສັງຄົມ ​ແລະ ​ວັດທະນະທຳ.​ ສ່ວນ​ການ​ຮຽນ​ຮູ້​ຕາມ​ແນວ​ຄິດ​ນີ້ ຖືກເບີ່ງວ່າ​ ເປັນຂະ​ບວນ​ການ​ທີ່ຄວບ​ຄຸມ​ໄດ້​ດ້ວຍ​ຕົນເອງ​ ໃນ​ການ​ຕໍ່​ສູ້ກັບຄວາມ​ຂັດ​ແຍ້ງ​ທີ່ເກີ​ດ​ຂື້ນ​ລະ​ຫວ່າງ​ຄວາມ​ຮູ້​ທີ່ມີ​ຢູ່​ແລ້ວ ກັບ​ຄວາມ​ຮູ້​ໃໝ່ ​ທີ່ແຕກ​ຕ່າງ​ໄປ​ຈາກ​ແຕ່ກ່ອນ​, ເປັນ​ການສ້າງຕົວ​ແທນ​ໃໝ່​ ແລະ ​ສ້າງ​ໂມ​ເດວຂອງ​ຄວາມ​ຈິງ​ ໂດຍ​ຄົນເປັນ​ຜູ້​ສ້າງ​ຄວາມຫມາຍ​ດ້ວຍ​ເຄື່ອງ​ມື​ ຫຼື​ ​ສັນຍະລັກ​ທາງ​ວັດທະນະທຳ​ ແລະ ເປັນ​ການ​ປະນີປະ​ນອມ​ຄວາມຫມາຍ​ທີ່ສ້າງ​ຂື້ນ​ ໂດຍ​ເກັບ​ຂະ​ບວນ​ການ​ທາງ​ສັງຄົມ, ​ຜ່ານ​ການຮ່ວມມື​ແລກປ່ຽນ​ຄວາມ​ຄິດ​ທັງ​ທີ່ເຫັນດີນໍາ​ ແລະ ​ບໍ່​ເຫັນນໍາ.​
ຈາກ​ຄວາມຫມາຍ​ຂອງ​ ທິດສະດີ​ຄອນສະຕັກຕິວິສ​, ສະຫຼຸບ​ໄດ້​ວ່າ:​ ເປັນ​ທິດສະດີ​ກ່ຽວ​ກັບ​ຈິດ​ວິທະຍາ​
ແລະ​ ການສຶກສາ​ ເປັນ​ການ​ພັດທະນາ​ວິທີການຄິດ​ທີ່ມີ່ຢູ່​ແລ້ວ​ນໍາ​ມາ​ສ້າງເປັນ​ຄວາມ​ຮູ້​ໃໝ່​ ​ ​ໂດຍ​ຜູ້​ຮຽນ​ເອງ​ ເນື້ອໃນ​ທີ່ຜູ້​ຮຽນ​ ແມ່ນເນັ້ນ​ທີ່ຕົວຂອງ​ຜູ້​ຮຽນ​ ແລະ​ ປະສົບການ​ຂອງ​ຜູ້​ຮຽນ ​ເຊີ່ງເປັນຂະ​ບວນ​ການ​ທີ່ເກີດ​ຂື້ນ​ພາຍ​ໃນ​ຕົວຂອງ​ຜູ້​ຮຽນ​, ຜູ້​ຮຽນເປັນ​ຜູ້​ສ້າງ​ຄວາມ​ຮູ້​ຈາກ​ຄວາມ​ສຳພັນ​ລະ​ຫ່ວາງ​ສິ່ງ​ທີ່ພົບ​ເຫັນກັບ​ຄວາມ​ຮູ້​ຄວາມ​ເຂົ້າໃຈທີ່ມີຢູ່ແລ້ວ​ທີ່ມີ​ຫຼາຍອັນ​, ມຸ່ງ​ເນັ້ນ​ໃຫ້​ຜູ້​ຮຽນ​ລົງ​ມື​ເຮັດ​ໃນ​ການສ້າງ​ຄວາມ​ຮູ້​ດ້ວຍ​ຕົນເອງ​ ຫຼາຍກວ່າ​ການເປັນ​ຜູ້​ຮັບ​ການ​ຖ່າຍ​ທອດ​ຄວາມ​ຮູ້​ຈາກ​ຄູພຽງ​ຜູ້ດຽວ, ​ ຄູເປັນ​ພຽງ​ຜູ້​ຈັດ​ກິດຈະກຳ​ການຮຽນ-ການສອນ​ ເນັ້ນ​ການ​ແກ້​ໃຂບັນຫາ​ເພື່ອ​ໃຫ້​ໄດ້ຮັບ​ຄວາມ​ຮູ້

ความคิดเห็น

โพสต์ยอดนิยมจากบล็อกนี้

ການວິເຄາະ swot ຕົນເອງ

ປັດຊະຍາ​ການສຶກສາ​