ຄຳ​ວ່າ​ ຄູ​ ຫລື​ "TEACHERS"

ຄຳ​ວ່າ​ ຄູ​ ຫລື​ "TEACHERS"ໃນ​ພາສາ​ອັງກິດ​ນັ້ນ​ ຕັວ​ອັກສອນ​ແຕ່​ລະ​ຕັວ​ທີ່​ປະສົມ​ກັນ​ຈົນ​ແປ​ຄວາມຫມາຍ​ວ່າ​ "ຄູ​" ນັ້ນ​ສາມາດ​ບົ່ງ​ບອກ​ເຖິງ​ຫນ້າທີ່​ແລະ​ຄວາມ​ຮັບ​ຜິດຊອບ​ຂອງ​ຄູ​ທີ່​ດີ​ໄດ້​ເປັນ​ຢ່າງ​ດີ​ ດັ່ງ​ນີ້​

T (Teaching)  
ໝາຍ​ເຖິງ​ ຄູ​ເຮັດ​ຫນ້າທີ່​ສອນ​ແລະ​ຖ່າຍ​ທອດ​ຄວາມ​ຮູ້​ໃຫ້​ແກ່​ຜູ້​ຮຽນ​ ທັງ​ທາງ​ທິດສະດີ​ ແລະ​ປະຕິບັດ​

E = Ethic    
 ໝາຍ​ເຖິງ​ ຄູ​ຕ້ອງ​ເປັນ​ຜູ້​ມີ​ຄຸນນະທຳ​ ມີ​ເມດຕາ​ທຳ​ປະຈຳ​ໃຈ​ ມີ​ຄວາມ​ປະພຶດ​ດີ​ ເປັນ​ແບບ​ຢ່າງ​ທີ່​ດີ​ຂອງ​ລູກສິດ​​ແລະ​ສັງຄົມ​

A = Academic  
ໝາຍ​ເຖິງ​ ຄູ​ທີ່​ເປັນ​ນັກ​ວິ​ຊາ​ການ​ທີ່​ມີ​ຄວາມ​ອ້ອມ​ຮູ້​ ແລະສະແຫວງ​ຫາ​ຄວາມ​ຮູ້​ໃໝ່​ໆ​ ຢູ່​ສະເໝີ​ ທັງ​ຄວາມ​ຮູ້​ທັ່ວ​ໄປ ​ແລະ ​ຄວາມ​ຮູ້​ສະເພາະ​ດ້ານ​

C = Cultural Heritage  
ໝາຍ​ເຖິງ​  ຄູ​ມີ​ຫນ້າທີ່​ຖ່າຍ​ທອດ​ທາງ​ວັດທະນະທຳ​ ເຊັ່ນ​ ວັດທະນະທໍາອັນ​ດີ​ງາມ​ຊຶ່ງ​ເປັນ​ເອກ​ລັກ​ຂອງ​ຊາດ​ ຄູ​ຕ້ອງ​ເປັນ​ຜູ້​ປຸກ​ຝັງ​ໃຫ້​ເດັກ​ຮັກ​ແລະ​ພູູມໃຈ​ໃນ​ວັດທະນະທຳ​ຂອງ​ຊາດ​ ທັງຫມົດ​ທັງ​ເປັນ​ຕັວ​ຢ່າງ​ທີ່​ດີ​ໃນ​ການ​ຖືຮັກສາ​ວັດທະນະທຳ​ອັນ​ດີ​ງາມ​ຢ່າງ​ເຄັ່ງຄັດ​

H = Human Relationship 
ໝາຍ​ເຖິງ​ ຄູ​ເປັນ​ຜູ້​ມີມະ​ນຸດ​ສຳພັນ​ທີ່​ດີ​ກັບ​ທຸກ​ຝ່າຍ​ ແລະ​ເປັນ​ຜູ້​ມີ​ສຸກຂະພາບ​ທີ່​ດີ​ ໜ້າ​ເຊື່ອ​ຖື​ ເຂົ້າ​ກັບ​ຜູ້​ອື່ນ​ໄດ້​

E = Evaluation 
ໝາຍ​ເຖິງ​ ຄູ​ຕ້ອງ​ມີ​ຄວາມ​ຮູ້​ ແລະ​ເຂົ້າໃຈ​ເລື່ອງ​ການ​ວັດ​ແລະ​ປະ​ເມີນ​ຜົນ​ເປັນ​ຢ່າງ​ດີ​ ຕ້ອງ​ຫາ​ວິທີ​ການ​ວັດ​ຜົນ​ທີ່​ມີ​ຄຸນນະພາບ​ ທັນ​ສະໄໝ​ ແລະ​ໃຫ້​ຜົນ​ທີ່​ຖືກ​ຕ້ອງ​ແມ່ນ​ຢຳ​ ມີ​ຄວາມ​ໜ້າ​ເຊື່ອ​ຖື​ ເຊິ່ງຈະ​ສົ່ງ​ຜົນ​ດີີ​ຕໍ່​ການ​ປະ​ເມີນ​ຜົນ​ຕໍ່​ນັກ​ຮຽນ​ທີ່​​ສອນ

R = Research 
ໝາຍ​ເຖິງ​ ຄູ​ຄື​ຜູ້​ຄົ້ນ​ຄວ້າ​ ແລະ ​ວິ​ຈັຍ​ ເພື່ອ​ຫາ​ຄວາມ​ຮູ້​ໃໝ່​ໆ​ ແລະ​ສາມາດ​ນຳ​ຜົນ​ວິ​ຈັຍ​ທີ່​ຜູ້​ອື່ນ​ເຮັດ​ ໄວ້​ແລ້ວ​ໄປ​ປະ​ຢຸກ​​ໃຊ້​ໃນ​ການ​ຮຽນ​ການ​ສອນ​ ກໍ່​ໃຫ້​ເກີດ​ປະໂຫຍດ​ແກ່​ຜູ້​ຮຽນ​ເປັນ​ສຳຄັນ​

S = Service 

ໝາຍ​ເຖິງ​ ຄູ​ຄື​ຜູ້​ໃຫ້​ບໍລິການ​ດ້ານ​ການສຶກສາ​ ແລະ​ເປັນ​ຜູ້​ບໍລິການ​ດ້ານ​ອື່ນ​ນອກ​ເໜືອ​ຈາກ​ການ​ສອນ​ ຢ່າງ​ເຕັມ​ຄວາມ​ສາມາດ​ ເຊັ່ນ​ ການ​ໃຫ້​ການ​ຊ່ວຍ​ເຫລືອ​ສັງຄົມ​ໃນ​ດ້ານ​ຕ່າງ​ໆ​ ການ​ໃຫ້​ຄຳ​ປຶກ​ສາ​ແກ່​ສິດ​ ເປັນ​ຕົ້ນ​

ความคิดเห็น

โพสต์ยอดนิยมจากบล็อกนี้

ປັດສະຍາຂອງການສຶກສາ 5 ສາຂາ

ການວິເຄາະ swot ຕົນເອງ