ທ່ານຄິດວ່າ ນະວັດຕະກຳ (Innovation) ແຕກຕ່າງຈາກ ເທັກໂນໂລຊີ (Technology) ແນວໄດ ຈາກຄວາມຫມາຍຂອງນະວັດຕະກຳ ເປັນສິ່ງໃໝ່ທີ່ເຮັດຊຶ່ງເກີດຈາກການໃຊ້ຄວາມຮູ້ ໃຊ້ຄວາມຄິດສ້າງສັນ ສິ່ງໃໝ່ໃນທີ່ນີ້ອາດຈະຢູ່ໃນຮູບຂອງຜະລິດຕະພັນ ແນວຄິດ ຫລື ຂະບວນການ ທີ່ສາມາດນຳໄປໃຊ້ໃຫ້ເກີດປະໂຫຍດໃນການພັດທະນາ ຄຳວ່າເທກໂນໂລຢີ ໝາຍເຖິງການປະຍຸກເອົາຄວາມຮູ້ມາໃຊ້ແລະກໍ່ໃຫ້ເກີດປະໂຫຍດແກ່ມວນມະນຸດ ໃນຮູບຂອງສິ່ງປະດິດຕ່າງ ໆ ດັ່ງນັ້ນຈຶ່ງໜ້າຈະສະຫລຸບໄດ້ວ່ານະວັດຕະກຳກັບເທັກໂນໂລຢີແຕກຕ່າງກັນໃນປະເດັນດັ່ງນີ້ ຈຸດກຳເນີດ ນະວັດຕະກຳເກີດຈາກແນວຄິດແລະຄວາມຮູ້ໃໝ່ ໆ ທີ່ເກີດຈາກການຄິດສ້າງສັນເທັກໂນໂລຊີເກີດຈາກການນຳນະວັດຕະກຳມາພິສູດຕາມຂັ້ນຕອນທາງວິທະຍາສາດແລະຖືກນຳມາໃຊ້ຢ່າງມີລະບົບເພື່ອແກ້ບັນຫາຕ່າງ ໆ ໃຫ້ເກີດປະສິດທິພາບ ນິຢາມ ນະວັດຕະກຳຄືແນວຄິດແນວປະຕິບັດຫລືການກະເຮັດໃໝ່ ໆ ສ່ວນເທັກໂນໂລຊີເປັນນະວັດຕະກຳທີ່ເປັນທີ່ຍອມຮັບແລະໃຊ້ເປັນແນວປະຕິບັດໃນ...