ທ່ານ​ຄິດວ່າ ນະວັດຕະກຳ (Innovation) ແຕກ​ຕ່າງ​ຈາກ ເທັກໂນໂລຊີ (Technology) ແນວໄດ​


ຈາກ​ຄວາມຫມາຍ​ຂອງນະວັດຕະກຳ​ ເປັນ​ສິ່ງ​ໃໝ່​ທີ່​ເຮັດຊຶ່ງ​ເກີດ​ຈາກ​ການ​ໃຊ້​ຄວາມ​ຮູ້​ ໃຊ້​ຄວາມ​ຄິດ​ສ້າງສັນ​  ສິ່ງ​ໃໝ່​ໃນ​ທີ່​ນີ້​ອາດຈະ​ຢູ່ໃນ​ຮູບ​ຂອງ​ຜະລິດຕະພັນ​ ແນວ​ຄິດ​ ຫລື​ ຂະ​ບວນ​ການ​  ທີ່​ສາມາດ​ນຳ​ໄປ​ໃຊ້​ໃຫ້​ເກີດ​ປະໂຫຍດ​ໃນ​ການ​ພັດທະນາ​  
ຄຳ​ວ່າ​ເທກ​ໂນ​ໂລ​ຢີ​ ໝາຍ​ເຖິງ​ການ​ປະ​ຍຸກ​ເອົາ​ຄວາມ​ຮູ້​ມາ​ໃຊ້​ແລະ​ກໍ່​ໃຫ້​ເກີດ​ປະໂຫຍດ​ແກ່ມ​ວນ​ມະນຸດ​ ໃນ​ຮູບ​ຂອງ​ສິ່ງ​ປະດິດ​ຕ່າງ​ ໆ​
ດັ່ງ​ນັ້ນ​ຈຶ່ງ​ໜ້າ​ຈະ​ສະຫລຸບ​ໄດ້​ວ່ານະ​ວັດ​ຕະກຳ​ກັບ​ເທັກ​ໂນ​ໂລ​ຢີ​ແຕກ​ຕ່າງ​ກັນ​ໃນ​ປະ​ເດັນ​ດັ່ງ​ນີ້​
  ຈຸດ​ກຳ​ເນີດ​ ນະວັດຕະກຳ​ເກີດ​ຈາກ​ແນວ​ຄິດ​ແລະ​ຄວາມ​ຮູ້​ໃໝ່​ ໆ​ ທີ່​ເກີດ​ຈາກ​ການ​ຄິດ​ສ້າງສັນເທັກໂນໂລຊີເກີດ​ຈາກ​ການ​ນຳນະວັດຕະກຳ​ມາ​ພິສູດ​ຕາມ​ຂັ້ນ​ຕອນ​ທາງ​ວິທະຍາ​ສາດ​ແລະ​ຖືກ​ນຳ​ມາ​ໃຊ້​ຢ່າງ​ມີ​ລະບົບ​ເພື່ອ​ແກ້​ບັນຫາ​ຕ່າງ​ ໆ​ ໃຫ້​ເກີດ​ປະ​ສິດ​ທິ​ພາບ​
   ນິ​ຢາມ​ ນະວັດຕະກຳ​ຄື​ແນວ​ຄິດ​ແນວ​ປະຕິບັດ​ຫລື​ການ​ກະເຮັດໃໝ່​ ໆ​  ສ່ວນເທັກໂນໂລຊີ​ເປັນນະວັດຕະກຳ​ທີ່​ເປັນ​ທີ່​ຍອມ​ຮັບ​ແລະ​ໃຊ້​ເປັນ​ແນວ​ປະຕິບັດ​ໃນ​ການ​ດຳ​ລົງ​ຊີວິດ​
  ການ​ນຳ​ໄປ​ໃຊ້​ ນະວັດຕະກຳ​ຖືກ​ນຳ​ໄປ​ໃຊ້​ໃນກຸ່ມ​ຍ່ອຍ​ ສ່ວນເທັກໂນໂລຊີ​ນຳ​ໄປ​ໃຊ້​ຢ່າງ​ແພ່​ຫຼາຍ​ໃນ​ຊີວິດ​ປະຈຳ​ວັນ​.

ໃນ​ການ​ດຳ​ລົງ​ຊີວິດ​ຂອງ​ມະນຸດ​ຈະ​ຕ້ອງ​ມີ​ການ​ປັບ​ປຸງ​ພັດທະນາ​ແນວ​ຄິດຂະ​ບວນ​ການ​ຕ່າງ​ ໆ​ ເພື່ອ​ນຳ​ໄປ​ສູ່ນະວັດຕະກຳ​ ແລະ​ຈະ​ຕ້ອງ​ໃຊ້ເທັກໂນໂລຊີໃນ​ການ​ອຳ​ນວຍ​ຄວາມສະດວກ​ໃນ​ການ​ປະຕິບັດ​ງານ​ແລະ​ການ​ດຳ​ລົງ​ຊີວິດ​

ความคิดเห็น

โพสต์ยอดนิยมจากบล็อกนี้

ການວິເຄາະ swot ຕົນເອງ

ຄວາມຫມາຍ​ຂອງ​ທິດສະດີ​​ຄອນສະຕັກຕີວິສ​​

ປັດຊະຍາ​ການສຶກສາ​