ຫຼັກການທົວໄປຂອງການບໍລິຫານການເງິນ​

ຫຼັກການທົວໄປຂອງການບໍລິຫານການເງິນ​

(Principle  of  Financial  Management)


ການ​ບໍລິຫານ​ການ​ເງິນ​  ຄື​  ການ​ບໍລິຫານ​ເງິນ​ທີ່​ໃຊ້​ໃນ​ກິດຈະການ​ໃຫ້​ ສາມາດໍາ​ເນີນ​ໄປ​ໄດ້​ຢ່າງຄ່ອງແຄ້ວໃນ​ທຸກໆດ້ານ​ ເຊິ່ງ​ປັດໄຈ​ທາງ​ການ​ເງິນ​ເປັນ​ປັດໄຈ​ທີ່ສຳຄັນ​ຂອງ​ການ​ບໍລິຫານ​ການ​ເງິນ​ທຸລະກິດ​ທຸກ​ປະເພດ​ຈະ​ຕ້ອງ​ກ່ຽວ​ຂ້ອງ​ກັບ​ຫນ້າທີ່​ທາງ​ດ້ານ​ການ​ເງິນ​ທັງໝົດ​  ດັ່ງ​ນັ້ນ​ຈຶ່ງ​ຈະ​ຕ້ອງ​ຮູ້​ວ່າ​ຈະ​ບໍລິຫານ​ການ​ເງິນ​ເພື່ອ​ ວັດ​ຖຸ​ປະສົງ​ໃດ​  ເງິນ​ປຽບ​ເຫມືອນ​ປັດໄຈ​ທີ່​ມາ​ຫຼໍ່​ລື່ນ​ໃຫ້​ການ​ເຮັດວຽກ​ໃນ​ທຸລະກິດ​ດໍາ​ເນີນ​ໄປ​ໄດ້​ ເລີ່ມ​ຕັ້ງ​ແຕ່​ ທຸລະກິດ​ທີ່​ຜະລິດ​ສິນ​ຄ້າ​ຂາຍ​ກໍ​ຈະ​ຕ້ອງ​ເລີ່ມ​ຕົ້ນ​ດ້ວຍ​ການ​ຊື້​ທີ່​ດິນ​ເພື່ອ​ຫາ​ທີ່​ກໍ່​ສ້າງໂຮງ​ງານ​ ແລະ ຫຼັງ​ຈາກ​ນັ້ນ​ກໍ​ ຕ້ອງ​ເຮັດການ​ກໍ່​ສ້າງໂຮງ​ງານ​  ເມື່ອໂຮງ​ງານ​ສຳເລັດ​ແລ້ວ​ກໍ​ຈະ​ຕ້ອງ​ດໍາ​ເນີນ​ການ​ຜະລິດ​ເຊິ່ງ​ຈະ​ຕ້ອງ​ຊື້​ເຄື່ອງ​ຈັກ​ ວັດ​ຖຸ​ດິບ​  ຈ້າງ​ພະນັກງານ​ມາດໍາເນີນງານ​  ຫຼັງ​ຈາກ​ຜະລິດ​ເປັນ​ສິນ​ຄ້າ​ແລ້ວ​ກໍ​ຕ້ອງ​ດໍາ​ເນີນ​ການ​ຂາຍ​ເຊິ່ງ​ກໍ​ຈະ​ຕ້ອງ​ໃຊ້​ ພະນັກງານ​ຂາຍ ​ແລະ​ ຫຼັງ​ຈາກ​ຂາຍ​ແລ້ວ​ກໍ​ຕ້ອງ​ມີ​ການ​ບໍລິການ​ຫຼັງ​ການ​ຂາຍອີກ​ດ້ວຍ
ຜູ້​ບໍລິຫານ​ການ​ເງິນ​ຈະ​ຕ້ອງ​ຄອຍ​ຖ້າ​ຕິດ​ຕາມ​ຜົນ​ການ​ປະຕິບັດ​ງານ​ວ່າ​ເປັນ​ໄປ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ ຫລື ​ບໍ່​ ຈາກ​ຄວາມ​ຮັບ​ຜິດຊອບ​ທາງ​ການ​ເງິນ​ທີ່ສຳຄັນ​ດັ່ງ​ນີ້​  ການປະ​ສາລົງານ​ລະຫວ່າງ​ຜູ້​ບໍລິຫານ​ການ​ເງິນ​ກັບ​ ຜູ້​ບໍລິຫານ​ຝ່າຍ​ອື່ນ​ໆ​ ເຊັ່ນ​ ຝ່າຍ​ຜະລິດ​  ຝ່າຍ​ບັນຊີ  ຝ່າຍ​ການ​ຕະຫຼາດ​ ເປັນ​ຕົ້ນ​  ເພື່ອ​ທີ່​ຈະ​ເຮັດໃຫ້​ສາມາດ​ຮັບ​ຮູ້​ເຖິງ​ ບັນຫາ​ຂອງ​ແຕ່​ລະ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ກັບ​ປັດໄຈ​ທາງ​ການ​ເງິນ​ເພື່ອນໍາມາ​ແກ້​ບັນຫາ​ໄດ້​ທັນ​ທີ​
ການ​ບໍລິຫານ​ການ​ເງິນ​ໃນ​ໄລຍະ​ທຳອິດ ເປັນ​ເລື່ອງ​ຂອງ​ການ​ຈັດ​ຫາ​ເງິນທຶນ​ໄລຍະ​ຍາວ​ຈາກ​ແຫຼ່ງ​ພາຍນອກ​ມາ​ໃຊ້​ ແລະ​ ຄ່ອຍ​ໆ​ ມີ​ການ​ພັດທະນາ​ເປັນ​ການ​ຈັດ​ຫາ​ເງິນທຶນ​ໄລຍະ​ສັ້ນ​ຫລື​ເງິນທຶນຊົ່ວ​ຄາວ​ມາ​ໃຊ້​ອີກດ້ວຍ​ ຕໍ່​ມາ​ເສດຖະກິດ​ມີ​ການ​ຂະຫຍາຍ​ຕັວ​ຫລາຍ​ຂຶ້ນ​  ການ​ບໍລິຫານ​ການ​ເງິນ​ຈຶ່ງ​ມີ​ຄວາມສຳຄັນ​ຫລາຍ​ຂຶ້ນ ​ແລະ ​ບັນຫາ​ ທາງ​ການ​ເງິນ​ມີ​ຫລາຍ​ຂຶ້ນ​
ດັ່ງ​ນັ້ນ​ຖ້າ​ຜູ້​ບໍລິຫານ​ການ​ເງິນ​ມີ​ຄວາມ​ສາມາດ​ທີ່​ຈະ​ປັບ​ຕັວ​ໃຫ້​ເຂົ້າ​ກັບ​ສະພາ​ວະ​ການ​ປ່ຽນ​ແປງໄດ້​ດີ​ເທົ່າ​ໃດ​  ແລະ​ ສາມາດ​ວາງ​ແຜນ​ກ່ຽວກັບ​ຂະໜາດ​ຂອງ​ເງິນທຶນ​ທີ່​ເໝາະ​ສົມ​ ການ​ຈັດ​ສັນ​ເງິນທຶນ ​ແລະ​ ການ​ຈັດການ​ ເງິນທຶນ​ໄດ້​ຢ່າງ​ມີປະສິດ​ທິ​ພາບ​  ບໍ່​ພຽງ​ແຕ່​ຈະ​ເຮັດໃຫ້​ທຸລະກິດປະ​ສົບ​ຄວາມ​ສຳເລັດ​ເທົ່າ​ນັ້ນ​ ແຕ່​ຍັງ​ເປັນ​ຜົນ​ດີີ​ ຕໍ່​ເສດຖະກິດ​ໂດຍ​ສ່ວນ​ທັງຫມົດ​ອີກ​ດ້ວຍ

1.1 ເປົ້າ​ໝາຍ​ຂອງ​ທຸລະກິດ​ 

ການ​ດໍາ​ເນີນ​ທຸລະກິດ​ມີ​ເປົ້າ​ໝາຍ​ເຊິ່ງ​ຈະ​ສົ່ງ​ຜົນ​ຕໍ່​ຜູ້​ທີ່​ກ່ຽວ​ຂ້ອງ​ກັບ​ທຸລະກິດ​ທັງ​ໂດຍ​ກົງ​ແລະ​ໂດຍ​ອ້ອມ​  ການ​ບໍລິຫານ​ຈະ​ຕ້ອງ​ເຮັດໃຫ້​ເກີດ​ປະໂຫຍດ​ຕໍ່​ທຸກ​ໆ​ຝ່າຍ​ໃຫ້​ຫລາຍ​ທີ່ສຸດ​ ໂດຍ​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ຝ່າຍ​ອື່ນ​ໆ​ທີ່​ ກ່ຽວ​ຂ້ອງ​ໃນ​ລະບົບ​ທຸລະກິດ​ ດັ່ງ​ນັ້ນ​ທຸລະກິດ​ຈຶ່ງ​ຕ້ອງ​ຮັບ​ຜິດຊອບ​ຕໍ່​ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ຫຼາຍໆ​ ຝ່າຍ​ນໍາກັນ​ ເຊັ່ນ​ ລູກ​ຈ້າງ​  ພະນັກງານ​ ເຈົ້າ​ຂອງ​  ເຈົ້າ​ໜີ້​  ລູກ​ຄ້າ​  ລັດຖະບານ​ ແລະ​ ສັງຄົມ​ໂດຍ​ທັງຫມົດ​ ເຊິ່ງ​ເປັນ​ຊຸມ​ຊົນ​ໃນ​ທ້ອງ​ຖິ່ນ ​ທຸລະກິດ​ປະກອບ​ກິດຈະການ​ຢູ່​  ຄວາມ​ຮັບ​ຜິດຊອບ​ຕໍ່​ແຕ່​ລະ​ຝ່າຍ​ແບ່ງ​ໄດ້​ດັ່ງ​ນີ້​:
-      ຕໍ່​ເຈົ້າ​ຂອງຄື​ ຈະ​ຕ້ອງ​ສ້າງ​ຜົນ​ຕອບ​ແທນ​ສູງ​ສຸດ​(Maximize Shareholders Wealth) 
-      ຕໍ່ພະນັຄົງານ​  ຄື​  ຈະ​ຕ້ອງ​ສ້າງ​ຄວາມ​ເພິ່ງ​ພໍ​ໃຈ​ໃນ​ການ​ເຮັດງານ​ ຜົນ​ຕອບ​ແທນ​ທັງຫມົດ​ເຖິງ​ສະຫວັດ​ດິ​ການ​ ທີ່​ເໝາະ​ສົມ​ຕໍ່ພະນັກງານ​ ໃຫ້​ພະນັກງານ​ມີ​ຄວາມຫມັ້ນຄົງ ​ແລະ ​ກ້າວ​ໜ້າ​ໃນ​ອາ​ຊີບ​ທີ່ເຮັດ
-      ຕໍ່​ເຈົ້າ​ໜີ້​  ຄື​ ຈະ​ຕ້ອງ​ສ້າງ​ຄວາມ​ເຊື່ອ​ມັ່ນ​ໃຫ້​ເຈົ້າ​ໜີ້​ໄດ້​ວ່າ​ສາມາດ​ຄືນ​ເງິນ​ຕົ້ນ ​ແລະ ​ດອກ​ເບ້ຍ​ໄດ້​
-      ຕາມ​ກໍານົດທີ່​ຕົກລົງ​ໄວ້​ ຕໍ່​ລູກ​ຄ້າ​  ຄື​  ຈະ​ຕ້ອງ​ຜະລິດ​ສິນ​ຄ້າ​ຫລື​ບໍລິການ​ທີ່​ສ້າງ​ຄວາມ​ເພິ່ງ​ພໍ​ໃຈ​ສູງ​ສຸດ​ແກ່​ລູກ​ຄ້າ​  ມີຄວາມຊື່ສັດ​ຕໍ່​ລູກ​ຄ້າ​
-      ຕໍ່​ລັດຖະບານ​ ຄື​ ຈະ​ຕ້ອງ​ເຮັດທຸລະກິດ​ທີ່​ຖືກ​ຕ້ອງ​ຕາມ​ກົດຫມາຍ​  ແລະ​ຊໍາລະພາ​ສີ​ຢ່າງ​ຖືກ​ຕ້ອງ​ຕາມ​ທີ່​ກົດຫມາຍ​ກໍານົດໄວ້​ ຕໍ່​ສັງຄົມ​  ຄື​ ທຸລະກິດ​ຈະ​ຕ້ອງ​ບໍ່​ສ້າງ​ຜົນ​ກະທົບ​ຕໍ່​ສັງຄົມ​ໃນ​ທຸກ​ໆ​ດ້ານ​  ເຊັ່ນ​  ເຮັດໄຫ້ສິ່ງ​ແວດ​ລ້ອມ​ ຫລື​ກໍ່​ຄວາມ​ບໍ່​ສະຫງົບ​ໃນ​ຊຸມ​ຊົນ​ທີ່​ທຸລະກິດ​ດໍາ​ເນີນ​ຢູ່​

1.2 ກໍາໄລ​ສູງ​ສຸດ​ກັບ​ຄວາມມັ່ງຄັ່ງ​ສູງ​ສຸດ

​ ກໍາໄລ​ສູງ​ສຸດ​ (Profit Maximzation) ຄື​ ການ​ດໍາ​ເນີນ​ທຸລະກິດ​ໂດຍ​ນໍາຊັບພະຍາກອນມາ​ໃຊ້​ໃຫ້​ເກີດ​ ປະໂຫຍດ​ຫລາຍ​ທີ່ສຸດ​  ແລະ​ໄດ້​ກໍາໄລ​ທັງຫມົດ​ສູງ​ສຸດ​  ເຊິ່ງ​ກໍາໄລ​ມີ​ຄວາມຫມາຍ​ໄດ້​ 2 ລັກສະນະ​ ຄື​: ກໍາໄລ​ທາງ​ ເສດຖະສາດ​ ກັບ​ກໍາໄລ​ທາງ​ບັນຊີເຊິ່ງ​ມີ​ຄວາມຫມາຍ​ແລະ​ມູນ​ຄ່າ​ທີ່​ແຕກ​ຕ່າງ​ກັນ​  ກໍາໄລ​ທາງ​ບັນຊີຂຶ້ນ​ກັບ​ ຫຼັກ​ການ​ບັນຊີທີ່ນໍາມາ​ໃຊ້​ແລະ​ປະຕິບັດ​ຕໍ່​ກັນ​ມາ​ ເຊັ່ນ​ ການ​ຄິດ​ຄ່າເຊື່ອມ​ລາຄາ​  ການ​ຄິດ​ມູນ​ຄ່າ​ສິນ​ຄ້າຄົງ​ເຫຼືອ​  ການ​ຄິດ​ຕົ້ນທຶນ​ສິນ​ຄ້າ​ຂາຍ​  ການ​ສຳ​ຮອງ​ໜີ້ສູນ​ ເປັນ​ຕົ້ນ​  ສ່ວນ​ກໍາໄລ​ທາງ​ເສດຖະສາດ​ນັ້ນ​ຂຶ້ນ​ກັບ​ສະພາບ​ ການ​ປ່ຽນ​ແປງທາງ​ເສດຖະສາດ​  ໂດຍ​ຄໍານຶງ​ເຖິງ​ມູນ​ຄ່າ​ທີ່​ຄວນ​ຈະ​ເປັນ​ໃນ​ສະພາ​ວະ​ນັ້ນ​ໆ​ 
ຄວາມມັ່ງຄັ່ງ​ສູງ​ສຸດ​ (Wealth Maximization)  ຄື​ ເປົ້າ​ໝາຍ​ຂອງ​ທຸລະກິດ​ທີ່ກ​ວ້າງ​ກວ່າກໍາໄລ​ສູງ​ສຸດ​ ໂດຍ​ຄວາມມັ່ງຄັ່ງ​ສູງ​ສຸດ​ຈະ​ເປັນ​ຂອງ​ຜູ້​ເປັນ​ເຈົ້າ​ຂອງ​ທຸລະກິດ​  ເຊິ່ງ​ກໍ​ຄື​ຜູ້​ຖື​ຫຸ້ນ​ນັ້ນ​ເອງ​  ການ​ວັດ​ຄວາມມັ່ງຄັ່ງ​ ສູງ​ສຸດ​ຈະ​ວັດ​ຈາກ​  ກໍາໄລ​ຕໍ່​ຫຸ້ນ​ຂອງ​ທຸລະກິດ​ (Earning per Share-EPS)  ເຊິ່ງ​ຄໍານວນ​ໂດຍ​ນໍາກໍາໄລ​ຂອງ​ທຸລະກິດ​ ຫານ​ດ້ວຍ​ຈໍາ​ນວນ​ຫຸ້ນ​ຂອງ​ຜູ້​ຖື​ຫຸ້ນ​  
ຕົວຢ່າງ​  ບໍລິສັດ​ ກ.​ ຈໍາ​ກັດ​ ເຮັດກໍາໄລ​ໄດ້​ 100 ລ້ານ​ກີບ​ ມີຈໍານວນ​ຫຸ້ນ​ທັງໝົດ​ 100 ລ້ານ​ຫຸ້ນ​ ແຕ່​ ບໍລິສັດ​ ຂ.​ ຈໍາ​ກັດ​ ເຮັດກໍາໄລ​ ໄດ້​ 50 ລ້ານ​ກີບ​ ມີຈໍານວນ​ຫຸ້ນ​ 25 ລ້ານ​ຫຸ້ນ​  ດັ່ງ​ນັ້ນ​ຄວາມມັ່ງຄັ່ງ​ຂອງ​ບໍລິສັດ​ ຂ.​ ຈະ​ສູງ​ກວ່າ​ ບໍລິສັດ​ ກ.​ ເຊິ່ງ​ໄດ້​ກໍາໄລ​ຕໍ່​ຫຸ້ນ​ 1 ກີບ​ ແຕ່ບໍລິສັດ​ ຂ.​ ໄດ້​ກໍາໄລ​ຕໍ່​ຫຸ້ນ​ 2 ກີບ​  ສະແດງ​ໃຫ້​ເຫັນ​ວ່າ​ ທຸລະກິດ​ທີ່​ມີກໍາໄລ​ສູງ​ກວ່າ​ກໍ​ອາດ​ມີ​ຄວາມມັ່ງຄັ່ງ​ນ້ອຍ​ກວ່າ​ໄດ້​       ຢ່າງໃດ​ກໍ​ຕາມ​ ການ​ມອງ​ຄວາມມັ່ງຄັ່ງ​ໃນ​ແງ່ກໍາໄລ​ຕໍ່​ຫຸ້ນ​ກໍ​ມີ​ຈຸດ​ບົກຜ່ອງ​ບາງປະ​ການ​ ດັ່ງ​ນີ້​:
1.     ກໍາໄລ​ຕໍ່​ຫຸ້ນ​ບໍ່​ໄດ້​ມອງ​ເຖິງ​ມູນ​ຄ່າ​ຂອງ​ເງິນ​ຕາມ​ການ​ເວລາ​(Time value of money) ນັ້ນ​ຄື​  ບໍ່​ມີ​ການ​ລະບຸ​ໄລຍະ​ເວລາ​ຜົນ​ຕອບ​ແທນ​ທີ່​ຄາດ​ວ່າ​ຈະ​ໄດ້ຮັບ​ຈາກ​ການ​ດໍາເນີນງານ​ຂອງ​ທຸລະກິດ​ໃນ​ອະນາຄົດ​ເລີຍ​ ແຕ່​ ຄໍານຶງ​ເຖິງ​ສະເພາະ​ມູນ​ຄ່າ​ຜົນ​ຕອບ​ແທນ​ເທົ່າ​ນັ້ນ​  ຜົນ​ຕອບ​ແທນ​ຂອງ​ການ​ລົງທຶນ​ ທີ່​ຈະ​ໄດ້ຮັບ​ເມື່ອ​ສິ້ນ​ປີທີ​ 3 ຈໍາ​ນວນ​ 3,000 ກີບ​ ຄວນ​ແຕກ​ຕ່າງ​ຈາກ​ຜົນ​ຕອບ​ແທນ​ທີ່​ຈະ​ໄດ້ຮັບ​ທຸກ​ໆ​ປີ​ ເປັນ​ເວລາ​ 3 ປີ​ ປີ​ລະ​ 1,000 ກີບ​  ດັ່ງ​ນັ້ນ​ ການ​ວິ​ເຄາະ​ຜົນ​ຕອບ​ແທນ​ຄວນ​ຕ້ອງ​ຄໍານຶງ​ເຖິງ​ມູນ​ຄ່າ​ຂອງ​ເງິນ​ຕາມ​ການ​ເວລາ​ດ້ວຍ​  ໂດຍ​ມູນ​ຄ່າ​ປະຈຸບັນ​ ຂອງ​ຜົນ​ຕອບ​ແທນ​ນັ້ນ​ໆ​
2.   ກໍາໄລ​ຕໍ່​ຫຸ້ນ​ບໍ່​ຄໍານຶງ​ເຖິງ​ຄວາມ​ສ່ຽງ​  ຫລື​ຄວາມ​ບໍ່​ແນ່ນອນ​ຂອງ​ຜົນ​ຕອບ​ແທນ​ທີ່​ຄາດ​ວ່າ​ຈະ​ ໄດ້ຮັບ​ໃນ​ອະນາຄົດ​ຈາກ​ການ​ລົງທຶນ​ນັ້ນ​  ທຸລະກິດ​ແລະ​ໂຄງ​ການ​ລົງທຶນ​ຕ່າງ​ໆ​ ມີ​ຄວາມ​ສ່ຽງ​ບໍ່​ເທົ່າ​ກັນ​  ຄວາມ​ ສ່ຽງ​ຈະ​ນ້ອຍ​ຫລື​ຫລາຍ​ພຽງ​ໃດ​ຂຶ້ນ​ກັບ​ໂຄງ​ສ້າງ​ເງິນທຶນ​ຂອງ​ທຸລະກິດ​ນັ້ນ​ ເຊິ່ງ​ກໍ​ຄື​ສັດ​ສ່ວນ​ລະຫວ່າງ​ເງິນທຶນ​ທີ່​ ໄດ້​ຈາກ​ເຈົ້າ​ຂອງ​ປຽບທຽບ​ກັບ​ເງິນທຶນ​ຈາກ​ເຈົ້າ​ໜີ້​ນັ້ນ​ເອງ​  ເງິນທຶນ​ຈາກ​ເຈົ້າ​ໜີ້​ກໍ່​ໃຫ້​ເກີດ​ພາ​ວະ​ທາງ​ ການ​ເງິນ​ທີ່​ຈະ​ຕ້ອງ​ຊໍາລະດອກ​ເບ້ຍ​ແລະ​ເງິນ​ຕົ້ນ​ຄືນ​ເມື່ອ​ເຖິງ​ກໍານົດ  ພາ​ວະ​ໜີ້​ສິນຍິ່ງ​ມີ​ຫລາຍ​ກໍຍິ່ງ​ເຮັດໃຫ້​ທຸລະກິດ​ມີ​ ຄວາມ​ສ່ຽງ​ທາງ​ການ​ເງິນ​ເພີ່ມ​ຂຶ້ນ​  ແລະ​ມີ​ຜົນ​ໃຫ້​ກໍາໄລ​ຕໍ່​ຫຸ້ນ​ທີ່​ຄາດ​ວ່າ​ຈະ​ໄດ້ຮັບ​ມີ​ຄວາມ​ບໍ່​ແນ່ນອນຍິ່ງ​ຂຶ້ນ​  ທຸລະກິດ​ 2 ແຫ່ງ​ມີ​ມູນ​ຄ່າ​ຂອງ​ກໍາໄລ​ຕໍ່​ຫຸ້ນ​ທີ່​ຄາດ​ວ່າ​ຈະ​ໄດ້ຮັບ​ເທົ່າ​ກັນ​  ຖ້າ​ທຸລະກິດ​ແຫ່ງ​ໜຶ່ງ​ມີກໍາໄລ​ຕໍ່​ຫຸ້ນ​ທີ່​ຄາດ​ ວ່າ​ຈະ​ໄດ້ຮັບ​ບໍ່​ແນ່ນອນ​ຫລາຍກວ່າ​ແລ້ວ​ຄວນ​ເຮັດໃຫ້​ລາຄາຕະຫຼາດ​ຂອງ​ຫຸ້ນ​ຫລື​ຄວາມມັ່ງຄັ່ງ​ຂອງ​ເຈົ້າ​ຂອງຫຼຸດລົງ​ໄດ້​
3.   ກໍາໄລ​ຕໍ່​ຫຸ້ນ​ບໍ່​ຄໍານຶງ​ເຖິງ​ອິດທິພົນ​ຂອງ​ນະໂຍບາຍ​ເງິນ​ປັນ​ຜົນ​ທີ່​ມີ​ຕໍ່​ລາຄາຕະຫຼາດ​ຂອງ​ຫຸ້ນ​        ຖ້າ​ທຸລະກິດ​ຕ້ອງ​ການ​ໃຫ້​ມີກໍາໄລ​ຕໍ່​ຫຸ້ນ​ສູງ​ສຸດ​ກໍ​ຈະ​ຕ້ອງ​ບໍ່​ຈ່າຍ​ເງິນ​ປັນ​ຜົນ​ ເຊິ່ງ​ຈະ​ເຮັດໃຫ້​ກໍາໄລ​ຕໍ່​ຫຸ້ນຫຼຸດລົງ​  ແຕ່​ ຖ້າ​ບໍ່​ຈ່າຍ​ເງິນ​ປັນ​ຜົນ​ກໍ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ລາຄາຕະຫຼາດ​ຂອງ​ຫຸ້ນ​ໄດ້​   ແຕ່​ຖ້າ​ທຸລະກິດ​ຈ່າຍ​ເງິນ​ປັນ​ຜົນ​ ກໍ​ຈະ​ເຮັດໃຫ້​ ກໍາໄລ​ຕໍ່​ຫຸ້ນຫຼຸດລົງ​  ແຕ່​ລາຄາຕະຫຼາດ​ຂອງ​ຫຸ້ນ​ສູງ​ຂຶ້ນ​  ເຊິ່ງ​ຈະ​ຕ້ອງ​ເລືອ​ກວ່າ​ຈະ​ຕ້ອງ​ການ​ດ້ານ​ໃດ​
ຈາກ​ປັດໄຈ​ທັງ​ 3 ຂໍ້​ ກໍ​ຈະ​ມີ​ຜົນ​ກະທົບ​ຕໍ່ກໍາໄລ​ຕໍ່​ຫຸ້ນ​ຂອງ​ກິດຈະການ​ທັງໝົດ​  ດັ່ງ​ນັ້ນ​ການ​ວັດ​ກໍາໄລ​ຕໍ່​ຫຸ້ນ​ຈຶ່ງ​ຕ້ອງ​ພິຈາລະນາ​ຈາກ​ຜົນ​ກະທົບ​ທັງ​ 3 ຂໍ້ອີກ​ດ້ວຍ​

1.3 ບົດ​ບາດແລະ​ຫນ້າທີ່​ຂອງ​ຜູ້​ຈັດການ​ທາງ​ການ​ເງິນ​

  ທຸລະກິດ​ບໍ່​ວ່າ​ນ້ອຍ​ຫລື​ໃຫຍ່​  ກໍ​ຈະ​ຕ້ອງ​ມີ​ຜູ້​ຈັດການ​ທາງ​ການ​ເງິນ​ເຮັດຫນ້າທີ່​ທາງ​ການ​ເງິນ​ເຊິ່ງ​ມີ​ລະດັບໃນ​ ການ​ຮັບ​ຜິດຊອບ​ທີ່​ບໍ່​ເທົ່າ​ກັນ​  ຫນ້າທີ່​ແລະ​ຂອບ​ເຂດ​ຂອງ​ຝ່າຍ​ການ​ເງິນ​ຈຶ່ງ​ຂຶ້ນ​ກັບ​ນະໂຍບາຍ​ຂອງ​ທຸລະກິດ​ ຂະໜາດ​ ແລະ​ຄວາມ​ສາມາດ​ຂອງ​ຜູ້​ຈັດການ​ທາງ​ການ​ເງິນ​ດ້ວຍ
ສະຫລຸບ​ວ່າ​ຫນ້າທີ່​ຂອງ​ຜູ້​ຈັດການ​ທາງ​ການ​ເງິນ​ໃນ​ການ​ບໍລິຫານ​ການ​ເງິນ​ຂອງ​ທຸລະກິດ​ ມີ​ 5 ປະ​ການ​ ດັ່ງ​ນີ້​:

1.3.1 ຫນ້າທີ່​ໃນ​ການ​ວາງ​ແຜນ​ທາງ​ການ​ເງິນ​ (Financial Planning)

 ທຸລະກິດ​ຈະ​ຕ້ອງ​ມີ​ການ​ພະຍາກອນ​ອະນາຄົດ​ວ່າ​ຈະ​ດໍາ​ເນີນ​ໄປ​ຢ່າງໃດ​  ຕ້ອງ​ການ​ໃຊ້​ເງິນທຶນ​ໃນ​ການ​ ບໍລິຫານ​ທຸລະກິດ​ດ້ານ​ໃດ​ດ້ວຍ​  ເຊັ່ນ​  ຝ່າຍ​ຜະລິດ​ຕ້ອງ​ການ​ວາງ​ແຜນ​ການ​ຜະລິດ​ ຈໍາ​ເປັນ​ຕ້ອງ​ໃຊ້​ວັດ​ຖຸ​ດິບ​  ຈຶ່ງ​ຕ້ອງ​ໃຊ້​ ເງິນທຶນ​ໃນ​ການ​ບໍລິຫານ​ດ້ວຍ​  ຝ່າຍ​ການ​ຕະຫຼາດ​  ຕ້ອງ​ວາງ​ແຜນ​ທາງ​ການ​ຕະຫຼາດ​  ພະ​ນັຄົງານ​ຂາຍ​ ຈ່າຍ​ຄ່າ​ ນາຍ​ໜ້າ​ ເປັນ​ຕົ້ນ​ ເຊິ່ງ​ຈະ​ເຫັນ​ໄດ້​ວ່າ​ທຸກ​ໆ​ຝ່າຍ​ຈະ​ຕ້ອງ​ການ​ໃຊ້​ເງິນ​ນໍາກັນ​ທັງໝົດ​  ດັ່ງ​ນັ້ນ​ ຜູ້​ຈັດການ​ທາງ​ ການ​ເງິນ​ກໍ​ຈະ​ຕ້ອງ​ນໍາແຜນງານ​ຂອງ​ແຕ່​ລະ​ຝ່າຍ​​ເພື່ອ​ວາງ​ງົບປະ​ມານ​ໃຫ້​ເໝາະ​ສົມ​ໂດຍ​ແຫຼ່ງ​ ເງິນທຶນ​ອາດຈະ​ໄດ້​ຈາກ​ແຫຼ່ງ​ເງິນ​ໄລຍະ​ຍາວ​ ຫລື​ ໄລຍະ​ສັ້ນ​ຂຶ້ນ​ກັບ​ຄວາມ​ເໝາະ​ສົມ​ໃນ​ການ​ດໍາເນີນງານ​ໃນ​ແຕ່​ ລະ​ຫນ້າທີ່​

1.3.2 ຫນ້າທີ່​ໃນ​ການ​ຈັດ​ຫາ​ເງິນທຶນ​ (Raising Funds)

ເມື່ອ​ຜູ້​ຈັດການ​ທາງ​ການ​ເງິນ​ຮູ້​ວ່າງົບປະມານ​ທີ່​ຈະ​ຕ້ອງ​ໃຊ້​ມີ​ປະລິມານ​ເທົ່າ​ໃດ​  ກໍ​ຈະ​ມາ​ພິຈາລະນາ​ວ່າ​ຈະ​ ຫາ​ແຫຼ່ງ​ເງິນທຶນ​ຈາກ​ແຫຼ່ງ​ໃດ​  ເຊິ່ງ​ໄດ້​ແກ່​ແຫຼ່ງ​ເງິນທຶນ​ຈາກ​ພາຍ​ໃນ​ຫລື​ພາຍນອກ​ບໍລິສັດແຫຼ່ງ​ພາຍ​ໃນ​  ໄດ້​ແກ່​  ການ​ລະ​ດົມທຶນ​ເພີ່ມໂດຍ​ການ​ອອກ​ຫຸ້ນສາມັນ​  ຫຸ້ນບູລິມະສິດເພື່ອ​ເພີ່ມທຶນ​  ຫລື​ມາ​ຈາກ​ກໍາໄລ​ສະ​ສົມ​ຈາກ​ການ​ດໍາ​ເນີນງານ​ມາ​ໃນ​ອາດີດ​ແຫຼ່ງ​ພາຍນອກ​ ໄດ້​ແກ່​ ການ​ກູ້​ຢືມ​ຈາກ​ສະຖາບັນ​ການ​ເງິນ​ຕ່າງ​ໆ​ ເຊັ່ນ​ ທະນາຄານ​ ບໍລິສັດ​ເງິນທຶນ​ ເປັນ​ຕົ້ນ​ ເຊິ່ງ​ຈາກ​ແຫຼ່ງ​ພາຍນອກ​ກໍ​ຈະ​ພິຈາລະນາ​ວ່າ​ຈະ​ເປັນ​ການ​ກູ້​ຢືມ​ໃນ​ໄລຍະ​ສັ້ນ​ຫລື​ໄລຍະ​ຍາວ​ ຂຶ້ນ​ກັບ​ວັດ​ຖຸປະສົງ ໃນ​ການ​ນໍາເງິນ​ໄປ​ໃຊ້​  ຈາກ​ແຫຼ່ງ​ເງິນທຶນ​ທີ່ກ່າວ​ມາ​ກໍ​ຈະ​ຕ້ອງ​ພິຈາລະນາ​ດ້ວຍ​ວ່າ​ແຫຼ່ງ​ເງິນທຶນ​ໃດ​ເສຍ​ຕົ້ນທຶນ​ ຄ່າ​ໃຊ້​ຈ່າຍ​ຕໍ່າ​ທີ່ສຸດ​ແລະ​ເໝາະ​ສົມ​ທີ່ສຸດ​ໃນ​ການ​ນໍາມາ​ໃຊ້​

1.3.3 ຫນ້າທີ່​ໃນ​ການ​ຈັດ​ສັນ​ການ​ໃຊ້​ເງິນທຶນ​ (Financial Allocation)

 ເມື່ອ​ໄດ້​ແຫຼ່ງ​ເງິນທຶນ​ຕາມ​ທີ່​ຕ້ອງ​ການ​ແລ້ວ​ ກໍ​ຈະ​ຕ້ອງ​ມາ​ພິຈາລະນາ​ວ່າ​ຄວນ​ນໍາແຫຼ່ງ​ເງິນທຶນ​ຈາກ​ ແຫຼ່ງ​ໃດ​ໄປລົງທຶນ​ໃນ​ສິນ​ຊັບ​ປະເພດ​ໃດ​ຈຶ່ງ​ຈະ​ເຮັດໃຫ້​ເກີດ​ປະໂຫຍດ​ສູງ​ສຸດ​ ເຊັ່ນ​ ແຫຼ່ງ​ເງິນ​ໄລຍະ​ສັ້ນ​ທີ່​ມີ​ຕົ້ນທຶນ​ດອກ​ເບ້ຍ​ຕໍ່າ​ຄວນ​ຈະ​ນໍາໄປລົງທຶນ​ໃນ​ສິນ​ຊັບ​ໝຸນ​ວຽນ​ປະເພດ​ປັ່ນປ່ວນ​ ສ່ວນ​ແຫຼ່ງ​ເງິນ​ໄລຍະຍາວ​ທີ່​ມີ​ຕົ້ນທຶນ​ດອກ​ເບ້ຍ​ສູງ​ກວ່າ​ກໍ​ນໍາໄປລົງທຶນ​ສິນ​ຊັບ​ຖາວອນເປັນ​ຕົ້ນ​ ເຊິ່ງ​ການ​ລົງທຶນ​ທີ່​ເໝາະ​ສົມ​ຈະ​ເຮັດໃຫ້​ ເກີດ​ຄວາມ​ສາມາດ​ໃນ​ການ​ເຮັດກໍາໄລ ​ແລະ ​ສະພາບ​ຄ່ອງ​ທີ່​ເໝາະ​ສົມ​ທຸລະກິດ​ທີ່​ມັກ​ສ່ຽງ​ອາດຈະ​ລົງທຶນ​ເພື່ອ​ໃຫ້​ ກໍາໄລ​ສູງ​ແຕ່​ສະພາບ​ຄ່ອງ​ຕໍ່າໃນ​ຂະນະ​ທີ່​ທຸລະກິດ​ທີ່​ບໍ່​ມັກ​ສ່ຽງ​ອາດ​ລົງທຶນ​ເພື່ອ​ໃຫ້​ສະພາບ​ຄ່ອງ​ສູງ​ແຕ່ກໍາໄລ​ຕໍ່າ​ ດັ່ງ​ນັ້ນ​ຈຶ່ງ​ຂຶ້ນ​ກັບ​ນະໂຍບາຍ​ຂອງ​ແຕ່​ລະ​ບໍລິສັດ​

1.3.4 ຫນ້າທີ່​ໃນ​ການ​ຄວບ​ຄຸມ​ (Financial Controlling)

 ເມື່ອ​ທຸລະກິດ​ລົງທຶນ​ຕາມ​ນະໂຍບາຍ​ທີ່ກໍານົດແລ້ວ​ກໍ​ຈະ​ຕ້ອງ​ມີ​ການ​ຄວບ​ຄຸມ​ເງິນ​ທີ່ລົງທຶນ​ໃຫ້​ເໝາະ​ສົມ​ ເພື່ອ​ໃຫ້​ໄດ້ຮັບ​ຜົນ​ຕອບ​ແທນ​ຕາມ​ທີ່​ຕັ້ງ​ໄວ້ເພື່ອນໍາມາ​ປຽບທຽບ​ກັບ​ການ​ວາງ​ແຜນ​ທີ່ດໍາ​ຂຶ້ນ​ແລ້ວ​ພິຈາລະນາ​ວ່າ​ ກົງ​ຕາມ​ເປົ້າ​ໝາຍ​ຫລື​ບໍ່​ຖ້າ​ຜິດ​ພາດ​ກໍ​ເຮັດການ​ແກ້​ໄຂ​ໃຫ້​ເໝາະ​ສົມ​ເພື່ອ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ທີ່ກໍານົດ

1.3.5 ຫນ້າທີ່​ບໍລິຫານ​ຄວາມ​ສ່ຽງ​


 ໃນ​ຢຸກ​ໂລ​ກາ​ພິ​ວັດ​ຜູ້​ບໍລິຫານ​ທາງ​ການ​ເງິນ​ຈະ​ຕ້ອງ​ມີບົດບາດ ​ແລະ​ ຫນ້າທີ່​ຄວາມ​ຮັບ​ຜິດຊອບ​ ຄ່ອນ​ຂ້າງ​ສູງ​ໃນ​ອົງການ​ ເນື່ອງ​ຈາກ​ການ​ບໍລິຫານ​ການ​ເງິນ​ເປັນ​ປັດໄຈ​ທີ່ສຳຄັນ​ ຜູ້​ບໍລິຫານ​ການ​ເງິນ​ຈະ​ຕ້ອງ​ມີ​ ຄວາມ​ຮູ້​   ຄວາມ​ສາມາດ​   ແລະ​ມີ​ຫນ້າທີ່​ບໍລິຫານ​ຄວາມ​ສ່ຽງ​  ທີ່​ອາດ​ເກີດ​ຂຶ້ນ​ ແລະ ​ສົ່ງ​ຜົນ​ກະທົບ​ຕໍ່ຄວາມ​ ເສຍ​ຫາຍ​ຢ່າງ​ຮຸນແຮງ​  

ความคิดเห็น

โพสต์ยอดนิยมจากบล็อกนี้

ການວິເຄາະ swot ຕົນເອງ

ປັດຊະຍາ​ການສຶກສາ​

ຄວາມຫມາຍ​ຂອງ​ທິດສະດີ​​ຄອນສະຕັກຕີວິສ​​