ການ​ວາງ​ແຜນ​ ແລະ​ ການ​ພະຍາກອນ​ທາງ​ການ​ເງິນ​

(Financial Planning and Forecasting)

ການ​ວາງ​ແຜນ​ແລະ​ການ​ພະຍາກອນ​ທາງ​ການ​ເງິນ​  ຈະ​ເຮັດໃຫ້​ທຸລະກິດ​ດໍາ​ເນີນ​ໄປ​ໄດ້​ຢ່າງ​ຕໍ່​ເນື່ອງ​ ແລະ​ ບໍ່ປະ​ສົບ​ບັນຫາ​ທາງ​ດ້ານ​ການ​ເງິນ​ການ​ວາງ​ແຜນ​ແລະ​ການ​ພະຍາກອນ​ທາງ​ການ​ເງິນ​ເປັນ​ການ​ຊ່ວຍ​ເພີ່ມ​ ຄວາມ​ສາມາດ​ໃນ​ການ​ຕັດ​ສິນ​ໃຈ​ຂອງ​ຜູ້​ຈັດການ​ທາງ​ການ​ເງິນ​ ເຮັດໃຫ້​ຜູ້​ຈັດການ​ທາງ​ການ​ເງິນ​ສາມາດ​ ຄາດ​ຄະ​ເນ​ແລະ​ວາງ​ແຜນ​ ທາງ​ການ​ເງິນ​ຂອງ​ທຸລະກິດ​ໃນ​ອະນາຄົດ​ໄດ້​ຢ່າງ​ມີ​ເຫດຜົນ​ ແລະ​ຈັດກຽມ​ຫາ​ເງິນທຶນ​ ເພື່ອ​ມາ​ໃຊ້​ໃນ​ການ​ດໍາ​ເນີນ​ທຸລະກິດ​ໃນ​ອະນາຄົດ​ໄດ້​ຢ່າງ​ເໝາະ​ສົມ​ 

3.1 ການ​ວາງ​ແຜນ​ທາງ​ການ​ເງິນ​ (Financial Planning)

 ການ​ວາງ​ແຜນ​ ຄື​ ການ​ຈັດກຽມ​ຂໍ້​ມູນ​ຕ່າງ​ ໆ​ ທາງ​ດ້ານ​ການ​ເງິນ​ ເປັນ​ການ​ລ່ວງ​ໜ້າ​ ເພື່ອ​ເປັນ​ ແນວ​ທາງ​ຫລື​ກໍານົດທິດ​ທາງ​ໃນ​ການ​ດໍາເນີນງານ​ຂອງ​ທຸລະກິດ​ ເຊິ່ງ​ຈະ​ເຮັດໃຫ້​ການ​ບໍລິຫານງານ​ເປັນ​ໄປ​ຢ່າງ​ມີ​ ປະ​ສິດ​ທິ​ພາບ​  

3.2 ການ​ພະຍາກອນ​ທາງ​ການ​ເງິນ​ (Financial Forecasting) 

ການ​ພະຍາກອນ​ທາງ​ການ​ເງິນ​ ຄື​ ການ​ຄາດ​ຄະ​ເນ​ຖານະ​ທາງ​ການ​ເງິນ​ໃນ​ອະນາຄົດ​ຂອງ​ກິດຈະການ​ວ່າ​ເປັນ​ຢ່າງໃດ​ ແລະ​ການ​ພະຍາກອນ​ເພື່ອຈະ​ໃຫ້​ກິດຈະການ​ວາງ​ແຜນ​ແລະ​ແນວ​ທາງ​ໃນ​ການ​ບໍລິຫານ​ການ​ເງິນ​ໄດ້​ຢ່າງ​ມີ​ ປະ​ສິດ​ທິ​ພາບ​

3.3 ປະໂຫຍດ​ຂອງ​ການ​ພະຍາກອນ​ທາງ​ການ​ເງິນ​

-      ເຮັດໃຫ້​ຮູ້​ຍອດຂາຍ​ ແລະ​ຄ່າ​ໃຊ້​ຈ່າຍ​ຕ່າງ​ ໆ​ ຂອງ​ທຸລະກິດ​
-      ເຮັດໃຫ້​ຮູ້ວ່າ​ ກິດຈະການ​ຕ້ອງ​ການ​ໃຊ້​ເງິນທຶນ​ເມື່ອໃດ​ ແລະ​ ຈໍາ​ນວນ​ເທົ່າ​ໃດ​ ໃນ​ການ​ບໍລິຫານ​ແລະ​ການ​ ຈັດ​ຫາ​ເງິນທຶນ​ຢ່າງ​ມີປະສິດ​ທິ​ພາບ​
-      ເຮັດໃຫ້​ຮູ້​ປະລິມານ​ການ​ລົງທຶນ​ໃນ​ສິນ​ຊັບ​ໝຸນ​ວຽນ​ ແລະ​ສິນ​ຊັບ​ຖາວອນ​ ເພື່ອ​ໃຫ້​ ສອດ​ຄ່ອງກັບ​ຍອດຂາຍ​ທີ່​ໄດ້​ພະຍາກອນ​ໄວ້​
-      ຊ່ວຍ​ຄວບ​ຄຸມ​ໃຫ້​ການ​ດໍາເນີນງານ​ເປັນ​ໄປ​ຕາມ​ແຜນ​        
-      ເປັນ​ປະໂຫຍດ​ຕໍ່​ການ​ຈັດ​ຫາ​ແຫຼ່ງ​ເງິນທຶນ​ 

3.4 ວິທີ​ພະຍາກອນ​ທາງ​ການ​ເງິນ​ (Method of Forecasting Financial Variables)

ການ​ພະຍາກອນ​ທາງ​ການ​ເງິນ​ ເປັນ​ການ​ພະຍາກອນ​ລາຍ​ການ​ທາງ​ການ​ເງິນ​ເຊິ່ງ​ຈະ​ຕ້ອງ​ພະຍາກອນ​ ລາຍ​ການ​ທາງ​ການ​ເງິນ​ເທື່ອ​ລະ​ລາຍ​ການເຊິ່ງ​ວິທີ​ການ​ພະຍາກອນ​ທາງ​ການ​ເງິນ​ ສາມາດ​ແບ່ງ​ໄດ້​ເປັນ​ 3 ວິທີ​ 
-      ການ​ພະຍາກອນ​ໂດຍ​ໃຊ້​ແນວ​ໂນ້ມ​ (Trend Forecasts)
-      ການ​ພະຍາກອນ​ໂດຍ​ໃຊ້​ອັດຕາ​ສ່ວນ​ (Ratio Forecasts)
-      ການ​ພະຍາກອນ​ໂດຍ​ໃຊ້​ກຣາ​ຟ​ແລະສະຖິຕິ​ (Graphical and Statistical Forecasts)

3.3.1 ການ​ພະຍາກອນ​ໂດຍ​ໃຊ້​ແນວ​ໂນ້ມ​ (Trend Forecasts)

ການ​ພະຍາກອນ​ໂດຍ​ໃຊ້​ແນວ​ໂນ້ມ​ ວິທີ​ນີ້​ຂຶ້ນ​ຢູ່​ກັບ​ຂໍ້​ມູນ​ທີ່​ຜ່ານມາ​ໃນ​ອາດີດ​ທັງ​ໝົດ​ ຂອງ​ລາຍ​ການ​ ທາງ​ການ​ເງິນ​ ຫລື​ງົບ​ການ​ເງິນ​ ວ່າ​ມີ​ການ​ປ່ຽນ​ແປງເປັນ​ຢ່າງໃດ​ ການ​ພະຍາກອນ​ໃນງວດ​ຫລື​ປີ​ຕໍ່ໄປ​ກໍ​ ໃຫ້​ພະຍາກອນ​ວ່າ​ຈະ​ເປັນ​ຢ່າງ​ນັ້ນ​ອີກ​ 

3.3.2 ການ​ພະຍາກອນ​ໂດຍ​ໃຊ້​ອັດຕາ​ສ່ວນ​ (Ratio Forecasts)

ເປັນ​ການ​ໃຊ້​ຂໍ້​ມູນ​ທາງ​ການ​ເງິນ​ໃນ​ຮູບ​ອັດຕາ​ສ່ວນ​ ໃນ​ການ​ພະຍາກອນ​ລາຍ​ການ​ທາງ​ການ​ເງິນ​ ແຕ່​ລະ​ ລາຍ​ການ​ໃນ​ອະນາຄົດ​ ເຊິ່ງ​ວິທີ​ການ​ມີ​ດັ່ງ​ນີ້​
1.     ໃຊ້​ຂໍ້​ມູນ​ໃນ​ອາດີດ​ ມາ​ປຽບທຽບ​ໂດຍ​ວິທີ​ອັດຕາ​ສ່ວນ​
2.   ເບິ່ງ​ແນວ​ໂນ້ມ​ອັດຕາ​ສ່ວນ​ ແລ້ວ​ເຮັດການປະ​ມານ​ການ​ອັດຕາ​ສ່ວນ​ສຳ​ລັບ​ງວດ​ຕໍ່​ໆ​ ໄປ​
3.   ພະຍາກອນ​ຕັວ​ແປ

3.3.3 ການ​ພະຍາກອນ​ໂດຍ​ໃຊ້​ກຣາ​ຟ ​ແລະ ສະຖິຕິ​ (Graphical and Statistical Forecasts)

ການ​ພະຍາກອນ​ໂດຍ​ໃຊ້​ກຣາ​ຟ​ແລະສະຖິຕິ​ ເປັນ​ການ​ພະຍາກອນ​ໂດຍ​ເບິ່ງ​ຄວາມ​ສຳພັນ​ຂອງ​ລາຍ​ການ​ ທາງ​ການ​ເງິນ​ 2 ລາຍ​ການ​ ເພື່ອ​ໃຊ້​ໃນ​ການ​ພະຍາກອນ​ ລາຍ​ການ​ທາງ​ການ​ເງິນ​ໃນ​ອະນາຄົດ​ 

3.4 ງົບປະ​ມານ​ທາງ​ການ​ເງິນ​ (financial Budget)

ງົບປະ​ມານ​ທາງ​ການ​ເງິນ​ ຄື​ ແຜນ​ໃນ​ຮູບ​ຕັວ​ເງິນ​ ເຊິ່ງ​ໃຊ້​ເປັນ​ແນວ​ທາງ​ໃນ​ການ​ດໍາເນີນງານ​   ແນວໄດ​ຢ່າງ​ໜຶ່ງ​ໃຫ້​ສາມາດ​ບັນ​ລຸ​ເປົ້າ​ໝາຍ​ໃນ​ຊ່ວງ​ໄລຍະ​ເວລາ​ໜຶ່ງ​ໃນ​ອະນາຄົດ

3.5 ລັກສະນະ​ຂອງ​ງົບປະ​ມານ​  (The Nature of Budgets)

ງົບປະ​ມານ​ເປັນ​ແຜນງານ​ອະທິບາຍ​ເຖິງ​ລາຍ​ລະອຽດ​ການ​ດໍາເນີນງານ​ແລະ​ເງິນທຶນ​ທຸລະກິດ​ ເຊິ່ງ​ຄາດ​ວ່າ​ ຈະ​ນໍາໄປ​ໃຊ້​ຈ່າຍ​ແລະ​ເງິນທຶນ​ດັ່ງ​ກ່າວ​ຈະ​ຈັດ​ຫາ​ໄດ້​ຈາກ​ແຫຼ່ງ​ໃດ​
ງົບປະ​ມານ​ແບ່ງ​ອອກ​ເປັນ​ 3 ລັກສະນະ​ ຄື​
1.     ງົບປະ​ມານ​ຕາມ​ແຜນງານ​ ເປັນ​ງົບປະ​ມານ​ທີ່​ຈັດ​ເຮັດຂຶ້ນ​ຕາມ​ແຜນ​ການ​ ຊ່ວຍ​ໃນ​ການ​ຄວບ​ຄຸມ​ ການ​ດໍາເນີນງານ​ໃຫ້ເປັນ​ໄປ​ຕາມ​ແຜນງານ​
2.   ງົບປະ​ມານ​ຕາມ​ຄວາມ​ຮັບ​ຜິດຊອບ​ ເປັນ​ງົບປະ​ມານ​ທີ່ດໍາ​ຂຶ້ນ​ຕາມອໍານາດ​ຫນ້າທີ່​ ແລະ​ຄວາມ​ ຮັບ​ຜິດຊອບ​ ໃນງານ​ຕ່າງ​ ໆ​
3.   ງົບປະ​ມານ​ຕາມ​ລັກສະນະ​ລາຍ​ຈ່າຍ​ ເຊິ່ງ​ງົບປະ​ມານ​ນີ້​ມີ​ປະໂຫຍດ​ໃນ​ການ​ຄວບ​ຄຸມ​ການ​ໃຊ້​ເງິນ​ ຂອງ​ກິດຈະການ​
ງົບ​ທີ່​ສະແດງ​ຜົນ​ການ​ດໍາເນີນງານ​ລ່ວງ​ໜ້າ​ ຫລື ​ງົບ​ສະແດງ​ຖານະ​ການ​ເງິນ​ລ່ວງ​ໜ້າ​ ປະກອບ​ດ້ວຍ​
-      ງົບປະ​ມານ​ເງິນ​ສົດ​ (Cash Budget)
-      ງົບ​ກໍາໄລ​ແລະ​ຂາດທຶນ​ລ່ວງ​ໜ້າ​ (Pro forma Income Statement)
-      ງົບ​ດຸນ​ລ່ວງ​ໜ້າ​ (Pro forma Balance Sheet)
 1. ງົບປະ​ມານ​ເງິນ​ສົດ​
ເປັນ​ແຜນ​ທາງ​ການ​ເງິນ​ທີ່​ຄາດ​ຄະ​ເນ​ການ​ຮັບ​ເງິນ​ສົດ​ແລະ​ຈ່າຍ​ເງິນ​ສົດ​ໃນ​ອະນາຄົດ​ຊ່ວງ​ເວລາ​ໜຶ່ງ​ ເພື່ອ​ໃຫ້​ທຸລະກິດ​ຮູ້​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ເງິນ​ສົດ​ 
ເງິນ​ສົດ​ຮັບ​ (Receipts) ເງິນ​ສົດ​ຮັບ​ ທຸລະກິດ​ຈະ​ມີ​ເງິນ​ສົດ​ຮັບ​ຈາກ​ການ​ດໍາເນີນງານ​ ໄດ້​ແກ່​ ເງິນ​ສົດ​ ຮັບ​ຈາກ​ການ​ຂາຍ​ເປັນ​ເງິນ​ສົດ​ ການ​ຮັບ​ຊໍາລະໜີ້​ຈາກ​ລູກ​ໜີ້​ເຊິ່ງ​ເກີດ​ຈາກ​ການ​ຂາຍສິນເຊື່ອ​ ນອກ​ຈາກ​ນີ້​ ຍັງມີ​ເງິນ​ສົດ​ ຮັບ​ອື່ນ​ ໆ​ 
 ຕົວຢ່າງທີ​ 2 ບໍລິສັດ​ ພູມີພົນ ຈໍາ​ກັດ​ ມີ​ການ​ຂາຍ​ສິນ​ຄ້າ​ເປັນ​ເງິນ​ສົດ ​ແລະ ​ເງິນ​ເຊື່ອ​ ບໍລິສັດ​ມີ​ ນະໂຍບາຍ​ການ​ຂາຍ​ເປັນ​ເງິນ​ສົດ​ 20% ສ່ວນ​ທີ່​ເຫຼືອ​ຂາຍ​ເປັນ​ເງິນ​ເຊື່ອ​ ແລະ ​ຮຽກ​ເກັບ​ເງິນ​ໄດ້​ໝົດ​ພາຍ​ໃນ​ 2 ເດືອນ​ ຖັດ​ຈາກ​ເດືອນ​ທີ່​ຂາຍ​ ໂດຍ​ເກັບ​ໄດ້​ເດືອນ​ລະ​ 50% ຂອງ​ຍອດຂາຍສິນເຊື່ອ​ ໃຫ້​ສະແດງ​ຍອດ​ເງິນ​ສົດ​ຮັບ​ຂອງ​ ເດືອນມັງກອນ​ເຖິງ​ເດືອນ​ເມສາ​ ຂໍ້​ມູນ​ການ​ຂາຍ​ຂອງ​ບໍລິສັດ​ ມີ​ດັ່ງ​ນີ້​
 ຍອດຂາຍ​ຈິງ​ເດືອນ​                ພະຈິກ​           2016            50,000     ກີບ​
ທັນວາ​            2016            60,000     ກີບ
ຍອດ​ພະຍາກອນ​ການ​ຂາຍ​ເດືອນ  ມັງກອນ​          2017            80,000     ກີບ​
ກຸມພາ​            2017            90,000     ກີບ​
ມີນາ​              2017            70,000     ກີບ​
ເມສາ​             2017            100,000   ກີບ​
ແລະ​ ບໍລິສັດ​ມີ​ລາຍ​ໄດ້ຮັບ​ຈາກ​ດອກ​ເບ້ຍ​ຮັບ​ ແລະ ​ຄ່າ​ເຊົ່າ​ ເປັນ​ລາຍ​ເດືອນ​ອີກ​ເດືອນ​ລະ​ 3,000 ກີບ​
ຕາຕະລາງ​ທີ​ 1 ໃບສະແດງ​ງົບປະ​ມານ​ເງິນ​ສົດ​ຮັບ​ຈາກ​ການ​ຂາຍ​ສິນ​ຄ້າ​ 
                                                                             ຫົວໜ່ວຍ: ພັນກີບ

ພຈ
ທວ
ມກ
ກພ
ມນ
ມສ
ລວມ
ຍອດຂາຍ
50
60
80
90
70
100
340
ຂາຍຕິດໜີ້ 80% ຂອງຍອດຂາຍ
40
48
64
72
56
80

ການຊໍາລະ







1.     ເດືອນຖັດໄປ 50% ຂອງຍອດຂາຍຕິດໜີ້

20
24
32
36
28

2.   ເດືອນຖັດໄປ 50% ຂອງຍອດຂາຍຕິດໜີ້


20
24
32
36

ລວມຍອດຮັບຊໍາລະເງິນສົດຈາກລູກໜີ້


44
56
68
64

ຮັບເງິນສົດຈາກການຂາຍ 20% ຂອງຍອດຂາຍ


16
18
14
20

ລວມເງິນສົດຮັບຈາກການຂາຍ


60
74
82
84


ເງິນ​ສົດ​ຈ່າຍ​ (Disbursements) ເງິນ​ສົດ​ຈ່າຍ​ ທຸລະກິດ​ຈະ​ມີ​ການ​ຈ່າຍ​ເງິນ​ສົດ​ເນື່ອງ​ຈາກ​ການດຳເນີນ​ງານ​ 
ຕົວຢ່າງທີ​ 2 ບໍລິສັດ​ ພູມີພົນ ຈໍາ​ກັດ​ ຊື້​ສິນ​ຄ້າ​ເປັນ​ເງິນ​ສົດ​ 20% ສ່ວນ​ທີ່​ເຫຼືອ​ເປັນ​ ຍອດ​ຊື້​ເຊື່ອຊຳ​ລະ​ໜຶ່ງ​ເດືອນ​   ຖັດ​ໄປ​ 20% ຂອງ​ຍອດ​ຊື້​ ຊໍາລະ 2 ເດືອນ​ຖັດ​ໄປ​ 30% ຂອງ​ຍອດ​ຊື້​ ແລະ​ ຊໍາລະ 3 ເດືອນ​ຖັດ​ໄປ​ 30% ຂອງ​ຍອດ​ຊື້​ ຍອດ​ຊື້​ຈິງ​ເດືອນ​ພະຈິກ​ ແລະ ​ທັນວາ​ 2016 ແລະ​ຍອດພະຍາກອນ​ການ​ຊື້​ເດືອນມັງກອນ​ເຖິງ​ເມສາ2017 ເປັນ​ດັ່ງ​ນີ້​:
 ຍອດ​ຊື້​ຈິງ​ເດືອນ​         ຕຸລາ​              2016            30,000    ກີບ​    
ພະຈິກ​           2016            30,000    ກີບ​ 
ທັນວາ​            2016            34,000    ກີບ​ 
ຍອດ​ພະຍາກອນ​ການ​ຊື້​ເດືອນ​     ມັງກອນ​          2017            56,000    ກີບ
ກຸມພາ​            2017            64,000    ກີບ​ 
ມີນາ​              2017            50,000    ກີບ​
ເມສາ​   2017            70,000    ກີບ​
 ແລະ​ມີ​ລາຍ​ຈ່າຍ​ອື່ນ​ໆ​ ທີ່ເກິດຂື້ນ​ດັ່ງ​ນີ້​  ຈ່າຍ​ເງິນ​ເດືອນ ​ແລະ​ ຄ່າ​ຈ້າງ​ເດືອນ​ລະ​ 15,000  ກີບ​ ຈ່າຍ​ ຄ່າ​ເຊົ່າ​ເດືອນ​ລະ​7,000 ກີບ​ ຄ່າເຊື່ອມ​ລາຄາ​ ເດືອນ​ລະ​ 850 ກີບ​ ຄ່າ​ໃຊ້​ຈ່າຍ​ອື່ນໆ​ ເດືອນ​ລະ​ 5% ຂອງ​ ຍອດຂາຍ​ເດືອນ​ນັ້ນ​ ຈ່າຍ​ເງິນ​ສົດ​ປັນ​ຜົນ​ໃນ​ເດືອນ​ເມສາ​ 4,000 ກີບ​ ອັດຕາ​ກໍາໄລ​ຂັ້ນ​ຕົ້ນ​ເທົ່າ​ກັບ​ 40% ບໍລິສັດ​ຕ້ອງ​ການ​ຖືຮັກສາ​ຍອດ​ເງິນ​ສົດ​ຂັ້ນ​ຕໍ່າ​ໄວ້​ເທົ່າ​ກັບ​ 10,000 ກີບ​ ເງິນ​ສົດຕົ້ນງວດ​ 5,000 ກີບ​

ຕາຕະລາງ​ທີ​ 2 ໃບ​ສະແດງ​ງົບປະ​ມານ​ເງິນ​ສົດ​ຈ່າຍ​ສຳ​ລັບ​ການ​ຊື້​ສິນ​ຄ້າ​
                                                                                   (ຫນ່ວຍ​:ພັນ​ກີບ​)

ຕລ
ພຈ
ທວ
ມກ
ກພ
ມນ
ມສ
ລວມ
ຍອດຊື້
30
30
34
56
64
50
70
240
ຈ່າຍຊຳລະໜີ້້ຈາກການຊື້








1.     ເດືອນຖັດໄປ 20%

6
6
6,8
11,2
12,8
10

2.   ເດືອນຖັດໄປ 30%


9
9
10,2
16,8
19,2

3.   ເດືອນຖັດໄປ 30%



9
9
10,2
16,8

ລວມຈ່າຍເງິນສົດສຳລັບຊື້ຕິດໜີ້



24,8
30,4
39,8
46

ຊື້ສິນຄ້າເປັນເງິນສົດ 20% ຂອງຍອດຊື້



11,2
12,8
10
14

ລວມເງິນສົດຮັບຈາກການຊື້



36
43,2
49,8
60


ຕາຕະລາງທີ 3 ບໍລິສັດ​ ພູມີພົນ​ ຈໍາ​ກັດ​
ງົບ​ປະ​ມານ​ເງີນ​ສົດ​
ສຳລັບ 4 ເດືອນ ສິ້ນສຸດ ເດືອນ ເມສາ 2017
           ຫົວໜ່ວຍ: ພັນກີບ

ມກ
ກພ
ມນ
ມສ
ລວມ
ລາຍການດຳເນີນງານ





ເງິນສົດຮັບຈາກການຂາຍ(ຕາຕະລາງທີ 1)
60
74
82
84
300
ລາຍຮັບອື່ນໆ
3
3
3
3
12
ລວມ
63
77
85
87
312
ເງິນສົດຈ່າຍສຳລັບການຊື້(ຕາຕະລາງທີ 2)
36
43,2
49,8
60
189
ເງິນເດືອນ ແລະ ຄ່າຈ້າງ
15
15
15
15
60
ຄ່າເຊົ່າ
7
7
7
7
38
ຄ່າໃຊ້ຈ່າຍອື່ນໆ(5%ຂອງຂາຍເດືອນນັ້ນ)
4
4,5
3,5
5
17
ເງິນປັນຜົນ



4
4
ລວມ
62
69,7
75,3
91
298
ເງິນສົດສຸດທິ(ຈ່າຍສຸດທິ)
1
7,3
9,7
(4)
14
ລາຍການທາງການເງິນ





ເງິນສົດຕົ້ນງວດ
5
10
17,3
27
59,3
ເງິນສົດຮັບສຸດທິ
1
7,3
9,7
(4)
14
ເງິນສົດຄົງເຫຼືອ
6
17,3
27
23
73,3
ເງິນສົດຂັ້ນຕ່ຳ
10
10
10
10

ເງິນກູ້ເພີ່ມ(ຊຳລະໜີ້)
4




ເງິນສົດຄົງເຫຼືອງປາຍງວດ
10
17,3
27
23
77,3
ເງິນກູ້ສະສົມ
4
4
4
4

3.  ງົບ​ກໍາໄລ​ຂາດທຶນ​ລ່ວງ​ໜ້າ​ (Pro forma Income Statement)
ເປັນ​ງົບ​ທີ່​ໃຊ້​ທົດສອບ​ຄວາມ​ສາມາດ​ໃນ​ການ​ຫາກໍາໄລ​ຂອງ​ທຸລະກິດ​ ງົບ​ກໍາໄລ​ຂາດທຶນ​  ລ່ວງ​ໜ້າ​ ໄດ້ປະ​ມານ​ຂຶ້ນ​ລ່ວງ​ໜ້າລຳດັບງວດ​ໄລຍະ​ເວລາ​ໜຶ່ງ​ໃນ​ອະນາຄົດ​ ຕ້ອງ​ອາໄສ​ຂໍ້​ມູນ​ຈາກ​ງົບ​ດຸນຕົ້ນງວດ​ ແລະ​ລາຍ​ງານ​ທີ່ເກິດຂື້ນ​ໃນ​ງົບປະ​ມານ​ເງິນ​ສົດ​    
 ຂໍ້​ມູນ​ຂ້າງ​ລຸມ​ເປັນ​ງົບ​ດຸນ​ຂອງ​ບໍລິສັດ​ ພູມີພົນ ຈໍາ​ກັດ​ ເພື່ອ​ໃຊ້​ເປັນ​ຂໍ້​ມູນ​ປະກອບ​ການ​ເຮັດ ງົບ​ກໍາໄລ​ຂາດທຶນ​ລ່ວງ​ໜ້າ​

ບໍລິສັດ​ ພູມີພົນ ຈໍາ​ກັດ​
ໃບສະຫຼຸບຊັບສົມບັດ ວັນທີ 31/12/2016  
                                                                             ຫົວໜ່ວຍ: ພັນກີບ
ຊັບສືນ
ໜີ້ສິນ+ທຶນ
ເງິນສົດ
5,000
ເຈົ້າໜີ້ການຄ້າ
54,200
ລູກໜີ້
68,000
ເງິນກູ້ທະນາຄານ
55,000
ສິນຄ້າ
70,000
ທຶນຫຸ້ນສາມັນ
200,000
ຊັບສິນຖາວອນ
230,000
ກຳໄລສະສົມ
63,800
ລວມ
373,000
ລວມ
373,000


ບໍລິສັດ​ ພູມີພົນ​ ຈໍາ​ກັດ​
ງົບ​ກໍາໄລ​ຂາດທຶນ​ລ່ວງ​ໜ້າ​ ງວດ​ 4 ເດືອນ​ ສີ້ນສຸດ​ 30 ເມສາ​ 2017
                                                                                 (ຫນ່ວຍ​:ກີບ​)
ຂາຍ​ (ຈາກ​ຕາຕະລາງ​ 4-1)                                                         340,000
ຕົ້ນທຶນ​ສິນ​ຄ້າ​ທີ່​ຂາຍ​
           ສິນ​ຄ້າຄົງ​ເຫຼືອຕົ້ນງວດ​                       70,000 
ບວກ​ ຊື້​ (ຕາຕະລາງ​ 4-2)                  240,000
ຫັກ​  ສິນ​ຄ້າຄົງ​ເຫຼືອ​ປາຍ​ງວດ​                106,000                 204,000      ກໍາໄລ​ຂັ້ນ​ຕົ້ນ​ (40%)                                                             136,000       ຄ່າ​ໃຊ້​ຈ່າຍ​ດໍາເນີນງານ​
                    ເງິນ​ເດືອນ​ແລະ​ຄ່າ​ຈ້າງ​              60,000
ຄ່າ​ເຊົ່າ​                               28,000
                    ຄ່າເຊື່ອມ​ລາຄາ​                     3,400
          ຄ່າ​ໃຊ້​ຈ່າຍ​ອື່ນ​ ໆ​                              17,000                   108,400
 ກໍາໄລ​ສຸດ​ທິ​                                                                         27,600
ບວກ​ ລາຍ​ໄດ້​ອື່ນ​ ໆ​                                                                  12,000 
ກໍາໄລ​ສຸດ​ທິ​ທັງໝົດ​                                                                 39,600

3. ງົບ​ດຸນ​ລ່ວງ​ໜ້າ​ (Pro Forma Balance Sheet)
  ງົບ​ດຸນ​ລ່ວງ​ໜ້າ​ ເປັນ​ງົບ​ທີ່​ສະແດງ​ຖານະ​ທາງ​ການ​ເງິນ​ຂອງ​ທຸລະກິດ​ໃນ​ອະນາຄົດ​ ເຊິ່ງ​ໃຊ້​ຂໍ້​ມູນ​ ຈາກ​ ງົບປະ​ມານ​ເງິນ​ສົດ​ ງົບ​ກໍາໄລ​ຂາດທຶນ​ລ່ວງ​ໜ້າ​ ແລະ​ຈາກ​ງົບ​ດຸນຕົ້ນງວດ​ ຈາກ​ຂໍ້​ມູນ​ຕ່າງ​ ໆ​ ທີ່​ໄດ້ປະ​ມານ​ ນັ້ນ​ສາມາດ​ເຮັດງົບ​ດຸນ​ລ່ວງ​ໜ້າກ​ອົງບໍລິສັດ​ ພູມີົພົນ​ ຈໍາ​ກັດ​ ໄດ້​ດັ່ງ​ນີ້​

ບໍລິສັດ​ ພູມີພົນ ​ ຈໍາ​ກັດ​ ງົບ​ດຸນ​ລ່ວງ​ໜ້າ​
 30 ເມສາ​ 2017


(ຫນ່ວຍ​:ກີບ​)
    ສິນ​ຊັບ​                  
ໜີ້​ສິນ​ແລະ​ສ່ວນ​ຂອງ​ຜູ້​ຖື​ຫຸ້ນ​
ເງິນ​ສົດ​ (ຕາຕະລາງ​ 4-3)              23,000 
ເຈົ້າ​ໜີ້​ການ​ຄ້າ​      105,200
ລູກ​ໜີ້​ການ​ຄ້າ​                          108,000
ເງິນ​ກູ້ທະນາຄານ       ​59,000
ສິນ​ຄ້າ​                                  106,000 
ທຶນ​ຫຸ້ນສາມັນ​      200,000
ສິນ​ຊັບ​ຖາວອນ​ສຸດ​ທິ​                 226,600
ກໍາໄລ​ສະ​ສົມ​          99,400
ລວມທັງໝົດ                          463,600
ລວມທັງໝົດ        463,600

ความคิดเห็น

โพสต์ยอดนิยมจากบล็อกนี้

ການວິເຄາະ swot ຕົນເອງ

ຄວາມຫມາຍ​ຂອງ​ທິດສະດີ​​ຄອນສະຕັກຕີວິສ​​

ປັດຊະຍາ​ການສຶກສາ​