ການ​ວິ​ເຄາະ​ງົບ​ການ​ເງິນ​ (Financial Statement Analysis)

 ການ​ວິ​ເຄາະ​ງົບ​ການ​ເງິນ​ (Financial  Statement  Analysis)


ງົບ​ການ​ເງິນ​ (Financial Statement)   ເປັນ​ງົບ​ທີ່​ສະແດງ​ຖານະ​ທາງ​ການ​ເງິນ​ຂອງ​ກິດຈະການ​ ຜູ້​ທີ່​ມີ​ສ່ວນ​ ກ່ຽວ​ຂ້ອງ​ຄວນ​ຮູ້​ລາຍ​ລະອຽດ​ໂດຍ​ທັງຫມົດ​ຂອງ​ກິດຈະການ​ທັງ​ໃນ​ອາດີດ​ປະຈຸບັນ​ແລະ​ແນວ​ໂນ້ມ​ໃນ​ອະນາຄົດ​ເພື່ອ​ ນໍາໄປ​ໃຊ້​ປະໂຫຍດ​ຕໍ່ໄປ​  

2.1 ຜູ້​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ກິດຈະການ​ ມີ​ດັ່ງ​ນີ້​

1.     ຜູ້​ບໍລິຫານ​ການ​ເງິນ​ ເປັນ​ຜູ້​ທີ່​ຕ້ອງ​ຮັບ​ຮູ້​ຖານະ​ທາງ​ການ​ເງິນ​ທຸກ​ສ່ວນ​ຂອງ​ກິດຈະການ​ ເພື່ອນໍາໄປ​ ວາງ​ແຜນ​ແກ້​ບັນຫາ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ດ້ວຍ​ຍຸດທະວິທິ​ໃນ​ທາງ​ການ​ບໍລິຫານ​ຢ່າງ​ມີປະສິດ​ທິ​ພາບ​ 
2.   ກຸ່ມ​ຜູ້​ຖື​ຫຸ້ນ​ມີ​ຄວາມ​ຄາດ​ຫວັງ​ໃນ​ຜົນ​ຕອບ​ແທນ​ທີ່​ຈະ​ໄດ້ຮັບ​ສູງ​ກວ່າ​ຄວາມ​ຄາດ​ຫວັງ​ຕໍ່ຄວາມ​ ສ່ຽງ​ດັ່ງ​ນັ້ນ​ຖ້າ​ກິດຈະການ​ມີ​ຄວາມມັ່ງຄັ່ງ​ຈຶ່ງ​ເປັນ​ທີ່​ໄວ້​ວາງ​ໃຈ​ຂອງ​ນັກ​ລົງທຶນ​ໂດຍ​ທັ່ວ​ໄປ​ 
3.   ກຸ່ມ​ເຈົ້າ​ໜີ້​ໜີ້​ສິນ​ຂອງ​ທຸລະກິດ​ເປັນ​ໜີ້​ທີ່​ເກີດ​ຈາກ​ການ​ນໍາເງິນ​ມາລົງທຶນ​ດ້ວຍ​ວິທີ​ທີ່​ ນອກ​ເໜືອ​ຈາກ​ສ່ວນ​ຂອງ​ເຈົ້າ​ຂອງ​ ຜູ້​ທີ່​ກ່ຽວ​ຂ້ອງ​ດັ່ງ​ເຊັ່ນ​ເຈົ້າ​ໜີ້​ເຊິ່ງ​ຈະ​ຕ້ອງ​ນໍາໄປ​ວິ​ເຄາະ​ເພື່ອ​ການ​ ຕັດ​ສິນ​ໃຈ​ແລະ​ຜູ້ສົນ​ໃຈ​ທັ່ວ​ໄປ​

2.2 ການ​ວິ​ເຄາະ​ງົບ​ການ​ເງິນ​ ( Financial  Statement  Analysis )

         ເປັນ​ການ​ວິ​ເຄາະ​ຄວາມ​ສຳພັນ​ຂອງ​ລາຍ​ການ​ໃນ​ງົບ​ການ​ເງິນ​ເພື່ອນໍາໄປ​ໃຊ້​ດັ່ງ​ນີ້​
1.     ປຽບທຽບ​ກັບ​ທຸລະກິດ​ອື່ນ​ໃນ​ອຸດສາຫະກໍາ​ດຽວ​ກັນ​
2.   ປຽບທຽບ​ໃນ​ທຸລະກິດ​ຕາມ​ອະນຸກົມ​ເວລາ​
3.   ປຽບທຽບ​ກັບ​ເປົ້າ​ໝາຍ​ທີ່​ຕ້ອງ​ການ​ ວິທີ​ການ​ວິ​ເຄາະ​ງົບ​ການ​ເງິນ​

2.3 ງົບ​ການ​ເງິນ​ສາມາດ​ວິ​ເຄາະ​ໄດ້​ 4 ວິທີ​ຄື​

2.3.1 ການ​ວິ​ເຄາະ​ໂດຍ​ຫຍໍ້​ສ່ວນ​ (Common size Statement) 

ເປັນ​ການ​ປັບ​ລາຍ​ການ​ທຸກ​ລາຍ​ການ​ຂອງ​ງົບ​ການ​ເງິນ​ ເຊັ່ນ​  ງົບ​ດຸນ​ ແລະ​ງົບ​ກໍາໄລ​ຂາດທຶນ​ດັ່ງ​ນີ້​:

2.3.1.1 ຫຍໍ້​ສ່ວນ​ຈາກ​ງົບ​ດຸນ​

ປັບ​ສິນ​ຊັບ​ທັງຫມົດ​  ໜີ້​ສິນ​ແລະ​ສ່ວນ​ຂອງ​ເຈົ້າ​ຂອງ​ໃຫ້ເປັນ​ 100  ເປີເຊັນ​  ແລະ ​ທຽບ​ ລາຍ​ການ​ອື່ນ​ໆ​ ທຸກ​ລາຍ​ການ​ໃຫ້ເປັນ​ສັດ​ສ່ວນ​ເປີເຊັນ​ຂອງ​ສິນ​ຊັບ​ທັງຫມົດ​ໜີ້​ສິນ ​ແລະ ​ສ່ວນ​ຂອງ​ເຈົ້າ​ຂອງ​ 

2.3.1.2 ຫຍໍ້​ສ່ວນ​ຈາກ​ງົບ​ກໍາໄລ​ຂາດທຶນ​

ປັບ​ຍອດຂາຍ​ຫລື​ລາຍ​ໄດ້​ໃຫ້ເປັນ​ 100 ເປີເຊັນ​  ແລະ ​ລາຍ​ການ​ອື່ນ​ໆ​ທຸກ​ລາຍ​ການ​ໃຫ້ເປັນ​ ສັດ​ສ່ວນ​ເປີເຊັນ​ຂອງ​ຍອດຂາຍ​ຫລື​ລາຍ​ໄດ້ເພື່ອ​ສະ​ດວກ​ໃນ​ການສ້າງ​ແນວ​ໂນ້ມ​ຕໍ່ໄປ​

1.3.2 ການ​ວິ​ເຄາະ​ແນວ​ໂນ້ມ​ (Trend Analysis)  

ເປັນ​ການສ້າງ​ກຣາ​ຟ​  ໂດຍ​ເຮັດຂໍ້​ມູນ​ທີ່​ໄດ້​ຈາກ​ການ​ວິ​ເຄາະ​ອັດຕາ​ສ່ວນ​ທີ່​ຕ້ອງ​ການ​ຮູ້​ຂອງ​ ບໍລິສັດ​ຢ່າງ​ຕໍ່າ​  5  ປີ​ຢ້ອນ​ຫຼັງ​  ເພື່ອ​ປຽບທຽບ​ກັບ​ກຣາ​ຟ​ຂອງ​ຄ່າສະເລ່ຍ​ອຸດສາຫະກໍາ​ປະເພດ​ດຽວ​ກັນ​ ໃນ​ອາດີດ​ເຊິ່ງ​ຢູ່​ເທິງ​ແກນ​ດຽວ​ກັນ​  ເພື່ອ​ຫາ​ແນວ​ໂນ້ມ​ ຂອງ​ເຫດການ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​  ເພື່ອ​ຫາ​ທາງ​ ປ້ອງ​ກັນ​ແກ້​ໄຂ​ ແລະ​ວາງ​ແຜນ​ຄວບ​ຄຸມ​  ທາງ​ດ້ານ​ການ​ເງິນ​ຂອງ​ບໍລິສັດ​

1.3.3 ການ​ວິ​ເຄາະ​ແຫຼ່ງ​ທີ່​ມາ​ແລະ​ໃຊ້​ໄປ​ຂອງ​ເງິນທຶນ​ (Sources and uses of Fund Statement)

ເປັນ​ການ​ວິ​ເຄາະ​ຈາກ​ງົບ​ເງິນທຶນ​ຂອງ​ກິດຈະການ​  ແລະ​ໄດ້ຮັບ​ຂໍ້​ມູນ​ກ່ຽວກັບ​ການ​ເຄື່ອນ​ໄຫວ​ ຂອງ​ເງິນທຶນ​ຂອງ​ທຸລະກິດ​ ແລະ​ນໍາໄປ​ໃຊ້​ໃນ​ການ​ຕັດ​ສິນ​ໃຈ​ທາງ​ດ້ານ​ການ​ບໍລິຫານ​ການ​ເງິນ​ຕໍ່ໄປ​

1.3.4 ການ​ວິ​ເຄາະ​ອັດຕາ​ສ່ວນ​ທາງ​ການ​ເງິນ​ (Financial Ratio Analysis)  

ອັດຕາ​ສ່ວນ​ທາງ​ການ​ເງິນ​ເປັນ​ເສດ​ສ່ວນ​ຂອງ​ລາຍ​ການ​ໃນ​ງົບ​ດຸນ​ແລະ​ງົບ​ກໍາໄລ​ຂາດທຶນ​ໃນ​ປີ​ ດຽວ​ກັນ​ໄດ້​ເປັນ​ອັດຕາ​ສ່ວນ​ຫລື​ຜົນໄດ້ຮັບ​ແລະ​ນໍາມາ​ວິ​ເຄາະ​ຜົນ​ການ​ດໍາ​ເນີນງານ​ຂອງ​ກິດຈະການ​ເພື່ອ​ ປະໂຫຍດ​ຂອງ​ຜູ້​ມີ​ສ່ວນ​ໄດ້​ສ່ວນ​ເສຍ​ຕໍ່ໄປ​ ປະເພດ​ຂອງ​ອັດຕາ​ສ່ວນ​ທາງ​ການ​ເງິນ​  ສາມາດ​ແບ່ງ​ໄດ້​ເປັນ​ 4  ປະເພດ​ ຄື​
1.     ອັດຕາ​ສ່ວນ​ສະແດງ​ສະພາບ​ຄ່ອງ​  (Liquidity  Ratio)
2.   ອັດຕາ​ສ່ວນ​ວັດ​ສະພາບ​ໜີ້​ສິນ​  (Debt  Ratio)
3.   ອັດຕາ​ສ່ວນ​ສະແດງປະ​ສິດ​ທິ​ພາບ​ໃນ​ການ​ດໍາ​ເນີນງານ​  (Activity Ratio)
4.   ອັດຕາ​ສ່ວນ​ວັດ​ຄວາມ​ສາມາດ​ໃນ​ການ​ເຮັດກໍາໄລ​ (Profitability   Ratio)

 1. ອັດຕາ​ສ່ວນ​ວັດ​ສະພາບ​ຄ່ອງ​ທາງ​ການ​ເງິນ​  (Liquidity Ratio )

ເປັນ​ອັດຕາ​ສ່ວນ​ລະຫວ່າງ​ສິນ​ຊັບ​ໝຸນ​ວຽນ​ກັບ​ໜີ້​ສິນ​ໝຸນ​ວຽນ​  ໃຊ້​ວັດ​ຄວາມ​ສາມາດ​ໃນ​ ການ​ຊໍາລະໜີ້​ສິນ​ໄລຍະ​ສັ້ນ​ຂອງ​ກິດຈະການ​ຄື​ໜີ້​ສິນ​ທີ່​ມີກໍານົດຊໍາລະຄືນ​ບໍ່​ເກີນ​  1  ປີ​  ແຫຼ່ງ​ທີ່​ຈະ​ໄດ້​ມາ​ກໍ​ ຕ້ອງ​ມາ​ຈາກ​ການ​ປ່ຽນ​ສິນ​ຊັບ​ໝຸນ​ວຽນ​ເປັນ​ເງິນ​ສົດ​ທີ່​ມີ​ໄລຍະ​ເວລາ​ບໍ່​ເກີນ​1ປີ​ເຊັ່ນ​ດຽວ​ກັນ​ດັ່ງ​ນັ້ນ​ຖ້າ​ ກິດຈະການ​ບໍ່​ສາມາດ​ປ່ຽນ​ສິນ​ຊັບ​ໝຸນ​ວຽນ​ເປັນ​ເງິນ​ສົດ​ແລະ​ນໍາມາດໍາ​ລະ​ໜີ້​ໄດ້​ພາຍ​ໃນ​ໄລຍະ​ເວລາ​ທີ່​ ກໍານົດ ຈຶ່ງ​ເປັນ​ເຫດ​ໃຫ້​ກິດຈະການ​ຕ້ອງປະ​ສົບ​ກັບ​ບັນຫາ​ການ​ຂາດ​ສະພາບ​ຄ່ອງ​ທາງ​ການ​ເງິນ​ອັດຕາ​ສ່ວນ​ວັດ​ສະພາບ​ຄ່ອງ​ແບ່ງ​ເປັນ​ 2 ປະເພດ​ຄື​:
ອັດຕາ​ເງິນທຶນ​ໝຸນ​ວຽນ​ (Current  Ratio) =            

ອັດຕາ​ເງິນທຶນ​ໝຸນ​ວຽນ​ໄວ​(Quick  Ratio)     

2 ອັດຕາ​ສ່ວນ​ການ​ວັດ​ສະພາບ​ໜີ້​ສິນ​  (Debt Ratio )

ເປັນ​ອັດຕາ​ສ່ວນ​ຂອງ​ຄວາມ​ສຳພັນ​ລະຫວ່າງ​ໜີ້​ສິນ​ທັງຫມົດ​ກັບ​ສິນ​ຊັບ​ທັງຫມົດ​ຂອງ​ທຸລະກິດ ເຊິ່ງ​ສະແດງ​ ສັດ​ສ່ວນ​ໜີ້​ສິນ​ທັງຫມົດ​ເປັນ​ສັດ​ສ່ວນ​ເທົ່າໃດ​ປຽບທຽບ​ກັບ​ສິນ​ຊັບ​ທັງຫມົດ​   ຄ່າ​ Debt Ratio ຕໍ່າ​ກິດຈະການ​ມີ​ ຄວາມ​ສາມາດ​ໃນ​ການ​ກໍ່​ໜີ້​ເພີ່ມ​ໄດ້​ສູງ​  ແລະ​ມີ​ຄວາມ​ສ່ຽງ​ທາງ​ການ​ເງິນ​ຕໍ່າ​  ຄ່າ​ Debt Ratio ສູງ​  ກິດຈະການ​ ສາມາດ​ກໍ່​ໜີ້​ເພີ່ມ​ໄດ້​ຕໍ່າ​   ເຊິ່ງ​ສົ່ງ​ຜົນ​ຕໍ່ກໍາໄລ​  ເພາະໜີ້​ສິນ​ຫລາຍ​ເຮັດໃຫ້​ກິດຈະການ​ຕ້ອງ​ຮັບ​ພາລະ​ດອກ​ເບ້ຍ​  ແຕ່​ສາມາດ​ນໍາໄປ​ເປັນ​ສ່ວນຫຼຸດ​ພາ​ສີ​ໄດ້​ເຊັ່ນ​ກັນ​   ອັດຕາ​ສ່ວນ​ການ​ວັດ​ສະພາບ​ໜີ້​ສິນ​ ສາມາດ​ແບ່ງ​ໄດ້​ ດັ່ງ​ນີ້​

ອັດຕາ​ສ່ວນ​ໜີ້​ສິນ​  (Debt  Ratio )   =  

ອັດຕາ​ສ່ວນ​ໜີ້​ສິນ​ໄລຍະ​ຍາວ​ຕໍ່​ສ່ວນ​ຂອງ​ເຈົ້າ​ຂອງ​(Long  Term  Debt  to  Net Worth Ratio )   =           

ຄວາມ​ສາມາດ​ໃນ​ການ​ຈ່າຍ​ດອກ​ເບ້ຍ (Interest  Coverage  Ratio )       =  
           ​

3 ອັດຕາ​ສ່ວນ​ສະແດງປະ​ສິດ​ທິ​ພາບ​ໃນ​ການ​ເຮັດງານ​  (Activity  Ratio ) 

ຄືອັດຕາ​ສ່ວນ​ທີ່​ໃຊ້​ວັດປະ​ສິດ​ທິ​ພາບ​ໃນ​ການ​ດໍາ​ເນີນງານ​ກ່ຽວກັບ​ການ​ບໍລິຫານ​ສິນ​ຊັບ​ ໂດຍ​ທັ່ວ​ໄປ​ຂອງ​ທຸລະກິດ​  ເຊັ່ນ​  ລູກ​ໜີ້​ການ​ຄ້າ​  ສິນ​ຄ້າຄົງ​ເຫຼືອ​  ສິນ​ຊັບ​ຖາວອນ​  ແລະປະ​ສິດ​ທິ​ພາບ​ໃນ​ການ​ ເຮັດງານ​ຂອງ​ເຄື່ອງ​ຈັກ​  ຫລື​ສິນ​ຊັບ​ຖາວອນ​ອື່ນ​ ໆ​  ຖ້າ​ອັດຕາ​ສ່ວນ​ສູງ​ສະແດງ​ເຖິງ​ການ​ດໍາ​ເນີນງານ​ ເປັນ​ໄປ​ ຢ່າງ​ມີປະສິດ​ທິ​ພາບ​  ປະກອບ​ດ້ວຍ​ ອັດຕາ​ສ່ວນ​ດັ່ງ​ນີ້​
 ອັດຕາ​ການ​ໝຸນ​ວຽນ​ຂອງ​ລູກ​ໜີ້​ການ​ຄ້າ​ (Account  Receivable  Turnover  Ratio)            =    
 ລູກ​ໜີ້​ການ​ຄ້າສະເລ່ຍ​               =  

ໄລຍະ​ເວລາສະເລ່ຍ​ໃນ​ການ​ເກັບ​ໜີ້​         =
ໄລຍະ​ເວລາສະເລ່ຍ​ໃນ​ການ​ເກັບ​ໜີ້​  (Average Collection  Period)     
        =             
ອັດຕາ​ການ​ໝຸນ​ວຽນ​ຂອງ​ສິນ​ຄ້າ(Inventory Turnover Ratio) =

ສິນ​ຄ້າຄົງເຫຼືອສະເລ່ຍ   =

ອາຍຸ​ສິນ​ຄ້າ​                 = ​       

ອັດຕາ​ການ​ໝຸນ​ວຽນ​ຂອງ​ສິນ​ຊັບ​ຖາວອນ​            =              

ອັດຕາ​ການ​ໝຸນ​ວຽນ​ຂອງ​ສິນ​ຊັບ​ທັງຫມົດ​   =            

4 ອັດຕາ​ສ່ວນ​ວັດ​ຄວາມ​ສາມາດ​ໃນ​ການ​ເຮັດກໍາໄລ​ (Profitability  Ratio)

ເປັນ​ອັດຕາ​ສ່ວນ​ທີ່​ເກີດ​ຈາກ​ ຄວາມ​ສຳພັນ​ຂອງ​ກໍາໄລ​ສຸດ​ທິເຊິ່ງ​ຄ່າ​ທີ່​ໄດ້​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ ມີປະສິດ​ທິ​ພາບ​ໃນ​ການ​ບໍລິຫານງານ​ໃນ​ທຸກ​ສ່ວນ​ຂອງ​ກິດຈະການ​  ຜົນໄດ້ຮັບ​ທີ່​ສະແດງ​ອັດຕາ​ສ່ວນ​ຄ່າ​ສູງ​ ມີ​ຄວາມ​ສາມາດ​ໃນ​ການ​ເຮັດກໍາໄລ​ແລະ​ດໍາ​ເນີນງານ​ຢ່າງ​ມີປະສິດ​ທິ​ພາບ​    ປະກອບ​ດ້ວຍ​ອັດຕາ​ສ່ວນ​ ດັ່ງ​ຕໍ່ໄປ​ນີ້​
ອັດຕາ​ກໍາໄລ​ສຸດ​ທິ​        =         

ອັດຕາ​ຜົນ​ແທນ​ຕໍ່​ສ່ວນ​ຂອງ​ເຈົ້າ​ຂອງ =     

ອັດຕາ​ຜົນ​ຕອບ​ແທນ​ຕໍ່​ການ​ລົງທຶນ =     
         

ความคิดเห็น

โพสต์ยอดนิยมจากบล็อกนี้

ການວິເຄາະ swot ຕົນເອງ

ຄວາມຫມາຍ​ຂອງ​ທິດສະດີ​​ຄອນສະຕັກຕີວິສ​​

ປັດຊະຍາ​ການສຶກສາ​