5 ຄຸນລັກສະນະ​ທີ່​ເຮັດໃຫ້​ຄົນ​ເຮົາປະສົບ​ຄວາມ​ສຳເລັດ​

5 ຄຸນລັກສະນະ​ທີ່​ເຮັດໃຫ້​ຄົນ​ເຮົາປະສົບ​ຄວາມ​ສຳເລັດ​

·         ມີ​ຄວາມ​ຄິດ​ລິເລີ່ມ​ ຜູ້​ທີ່ປະ​ສົບ​ຄວາມ​ສຳເລັດ​ ມັກລິເລີ່ມ​ເຮັດ​ສິ່ງ​ຕ່າງ​ ໆ​ ດ້ວຍ​ຕົນເອງ​ ທ່ານ​ສາມາດ​ຄິດ​ແລະ​ເຮັດ​ໄດ້​ໂດຍ​ບໍ່​ຕ້ອງ​ລໍຖ້າ​ໃຜ​ບອກ​ໃຫ້​ເຮັດ​ ຫລື​ບອກ​ວ່າ​ທ່ານ​ຕ້ອງ​ເຮັດ​ຢ່າງໃດ​ ທັງ​ຍັງ​ຄວາມ​ເຕັມ​ໃຈ​ແລະ​ເຕັມ​ທີ່​ໃນ​ການ​ເຮັດ​ວຽກງານ​ ຊຶ່ງ​ເປັນ​ສິ່ງ​ທີ່​ເຮັດໃຫ້​ທ່ານ​ໄດ້ຮັບ​ຄຳ​ຊື່ນ​ຊົມ​ຈາກ​ເພື່ອນ​ຮ່ວມ​ງານ​ ທັງຫມົດ​ທັງ​ຜູ້​ບັງຄັບ​ບັນ​ຊາອີກ​ດ້ວຍ​
·         ສ້າງ​ແຮງ​ຈູງ​ໃຈ​ພາຍ​ໃນ​ ຜູ້​ທີ່​ເຊື່ອ​ໃນ​ສິ່ງ​ທີ່​ທ່ານ​ກຳ​ລັງ​ເຮັດ​ ມີ​ແຮງ​ບັນ​ດານ​ໃຈ​ພາຍ​ໃນ​ຕົນເອງ​ ຈະ​ມີ​ຄວາມ​ສຸກ​ກັບ​ການ​ເຮັດ​ວຽກງານ​ທີ່​ຕົນເອງ​ຮັກ​ ຫລາຍກວ່າ​ຈະ​ຄຳ​ນຶງ​ເຖິງ​ຄ່າ​ຈ້າງ​ ຫລື​ເງີນ​ເດືອນ​ ຊຶ່ງ​ເປັນ​ແຮງ​ຈູງ​ໃຈ​ພາຍນອກ​ ຄົນ​ເຫຼົ່າ​ນີ້​ຈະ​ເຮັດວຽກ​ຢ່າງ​ໜັກ​ ທັງ​ ໆ​ ທີ່​ບໍ່​ມີ​ໃຜ​ບັງຄັບ​ໃຫ້​ເຮັດ​ ແຕ່​ໄຟ​ໃນຕົວ​ທ່ານ​ເອງ​ທີ່​ເປັນ​ແຮງ​ຈູງ​ໃຈ​ໃນ​ການ​ເຮັດ​ວຽກງານ​ໃຫ້​ສຳເລັດ​
·         ບໍ່​ຢ້ານ​ຄວາມ​ລົ້ມ​ເຫລວ​ ອາເລັກ​ຊານ​ເດີ​ຣ໌​ ເກຣ​ແຮມ​ ເບນ​ລ໌​ ຜູ້​ປະດິດ​ໂທລະ​ສັບ​ເຄື່ອງ​ແຮກ​ຂອງ​ໂລກ​ກ່າວ​ໄວ້​ວ່າ​ ເມື່ອປະ​ຕູ​ບານ​ໜຶ່ງ​ປິດ​ ຈະ​ມີປະ​ຕູ​ອີກ​ບານ​ເປີດ​ ແຕ່​ເຮົາ​ກັບ​ມັວ​ແຕ່​ເສຍ​ໃຈ​ແລະ​ສົນ​ໃຈ​ສະເພາະ​ບານ​ທີ່​ປິດ​ ຈົນ​ເບິ່ງ​ບໍ່​ເຫັນປະຕູ​ອີກ​ບານ​ທີ່​ເປີດ​ລໍຖ້າເຮົາ​ຢູ່​ຄວາມ​ລົ້ມ​ເຫລວ​ແລະ​ຄວາມ​ຜິດ​ຫວັງ​ໃນ​ຊີວິດ​ເປັນ​ສິ່ງ​ທີ່​ຫຼີກ​ລ້ຽງ​ບໍ່​ໄດ້​ ຄົົນທີ່ປະສົບ​ຄວາມ​ສຳເລັດ​ໄດ້​ນັ້ນ​ລ້ວນ​ແລ້ວ​ແຕ່​ໄດ້ຮັບ​ບົດ​ຮຽນ​ຈາກ​ຄວາມ​ລົ້ມ​ເຫລວ​ແລະ​ຄວາມ​ ຜິດ​ຫວັງ​ມາ​ແລ້ວ​ທັງ​ສິ້ນ​ ບໍ່​ວ່າ​ຈະ​ລົ້ມ​ລົງ​ຈັກ​ເທື່ອ​ກໍ​ບໍ່​ຍອມ​ພ່າຍແພ້​ ແຕ່ກ​ລັບ​ພະຍາຍາມ​ທີ່​ຈະ​ລຸກ​ຂຶ້ນ​ຢືນ​ໃຫ້​ໄດ້​ ໂດຍ​ນຳ​ບົດ​ຮຽນ​ຈາກ​ຄວາມ​ຜິດ​ພາດ​ມາ​ແກ້​ໄຂ​ປັບ​ປຸງ​ ຮຽນ​ຮູ້​ ແລະ​ສ​ະນຸກສະໜານ​ໄປ​ກັບ​ສິ່ງ​ທີ່​ກຳ​ລັງ​ເຮັດ​ ທ່ານ​ບໍ່​ຍອມ​ປ່ອຍ​ໃຫ້​ຕົນເອງ​ຈົມ​ຢູ່​ກັບ​ຄວາມ​ຜິດ​ຫວັງ​ ທ່ານ​ຈຶ່ງ​ພົບ​ກັບ​ຄວາມ​ສຳເລັດ​ໃນ​ທີ່ສຸດ​
·         ໃຫ້​ຄວາມ​ເຄົາລົບ​ຜູ້​ອື່ນ​ ຄົນ​ເກັ່ງ​ທີ່​ມີ​ຄວາມ​ສະຫລາດ​ທາງ​ສະຕິປັນຍາ​ (IQ) ນັ້ນ​ອາດ​ບໍ່ປະສົບ​ຄວາມ​ສຳເລັດ​ສະເໝີ​ໄປ​ ຫາກ​ພວກ​ທ່ານ​ຂາດ​ຄວາມ​ສະຫລາດ​ທາງ​ອາລົມ​ (EQ) ຄົົນທີ່​ຈະປະສົບ​ຄວາມ​ສຳເລັດ​ ນອກ​ຈາກ​ຈະ​ເກັ່ງ​ແລ້ວ​ຍັງ​ຕ້ອງ​ມີ​ຄວາມ​ສຸ​ພາບ​ ແລະ​ປະຕິບັດ​ຕໍ່​ຜູ້​ອື່ນ​ດ້ວຍ​ຄວາມ​ເຄົາລົບ​ເທົ່າ​ ໆ​ ກັບ​ທີ່​ພວກ​ທ່ານ​ເຄົາລົບ​ຕົນເອງ​ເຊັ່ນ​ກັນ​
ບໍ່​ຈົ່ມ​ ບໍ່​ຕຳ​ໜິ​ຜູ້​ອື່ນ​ ຄຸນລັກສະນະ​ທີ່​ສຳຄັນ​ອີກປະການ​ໜຶ່ງ​ຂອງ​ຜູ້​ທີ່ປະ​ສົບ​ຄວາມ​ສຳເລັດ​ ຄື​ ພວກ​ທ່ານ​ບໍ່​ເຄີຍ​ຈົ່ມ​ ຕຳ​ໜິ​ຜູ້​ອື່ນ​ ເພາະ​ການ​ຈົ່ມ​ ການ​ຕຳ​ໜິ​ຜູ້​ອື່ນ​ ຈະ​ເຮັດໃຫ້​ຂາດ​ຄວາມ​ໜ້າ​ເຊື່ອ​ຖື​ ດັ່ງ​ນັ້ນ​ ແທນ​ທີ່​ຈະ​ຈົ່ມ​ ທ່ານ​ກັບ​ຄິດ​ຫາ​ທາງ​ແກ້​ໄຂ​ສະຖານນະການ​ດ້ວຍ​ວິທີ​ອື່ນ​ແທນ​ ຈຶ່ງ​ບໍ່​ໜ້າ​
ອ້າງອີງ

ความคิดเห็น

โพสต์ยอดนิยมจากบล็อกนี้

ການວິເຄາະ swot ຕົນເອງ

ຄວາມຫມາຍ​ຂອງ​ທິດສະດີ​​ຄອນສະຕັກຕີວິສ​​

ປັດຊະຍາ​ການສຶກສາ​