ຈິດຕະວິທະຍາສຳລັບຄູ
ທິດສະດີຂອງ ອໍຊູເບນ
ປະຫວັດ
ອໍຊູເບນ
ເປັນນັກຈິດວິທະຍາແນວປັນຍານິຍົມທີ່ແຕກຕ່າງຈາກເພຍເຈຕ໌ແລະບຣູເນີຣ໌
ເພາະອໍຊູເບນບໍ່ໄດ້ມີວັດຖຸປະສົງທີ່ຈະສ້າງທິດສະດີທີ່ອະທິບາຍການຮຽນຮູ້ໄດ້ທຸກຊະນິດ
ທິດສະດີຂອງອໍຊູເບນເປັນທິດສະດີທີ່ຫາຫຼັກການອະທິບາຍການຮຽນຮູ້ທີ່ຮຽກວ່າ
"Meaningful Verbal Learning" ເທົ່ານັ້ນ ໂດຍສະເພາະການເຊື່ອມໂຢງຄວາມຮູ້ທີ່ປາກົດໃນຫນັງສືທີ່ໂຮງຮຽນໃຊ້ກັບຄວາມຮູ້ເດີມທີ່ຢູ່ໃນສະຫມອງຂອງຜູ້ຮຽນໃນໂຄງສ້າງສະຕິປັນຍາ(Cognitive Structure) ຫລືການສອນໂດຍວິທີການໃຫ້ຂໍ້ມູນຂ່າວສານ
ດ້ວຍຖ້ອຍຄຳ
ທິດສະດີຂອງອໍຊູເບນ
- ເນັ້ນຄວາມສຳຄັນຂອງການຮຽນຮູ້ຢ່າງມີຄວາມເຂົ້າໃຈແລະມີຄວາມຫມາຍ
- ການຮຽນຮູ້ຢ່າງມີຄວາມຫມາຍ
ນັ້ນຄື ຜູ້ຮຽນໄດ້ເຊື່ອມໂຢງ(Subsumme) ສິ່ງທີ່ຈະຕ້ອງຮຽນຮູ້ໃໝ່ ຫລື
ຂໍ້ມູນໃໝ່ ກັບຄວາມຮູ້ເດີມທີ່ມີມາກ່ອນ
ທິດສະດີການຮຽນຮູ້ຢ່າງມີຄວາມຫມາຍ
ອໍຊູເບນ ໄດ້ແບ່ງການຮຽນຮູ້ອອກເປັນ 4
ປຣະເພດດັ່ງຕໍ່ໄປນີ້
- ການຮຽນຮູ້ໂດຍການຮັບຢ່າງມີຄວາມຫມາຍ
- ການຮຽນຮູ້ໂດຍການຮັບແບບທ່ອງຈຳໂດຍບໍ່ຄິດຫລືແບບນົກແກ້ວນົກຂຸນທອງ
- ການຮຽນຮູ້ໂດຍການຄົ້ນພົບຢ່າງມີຄວາມຫມາຍ
- ການຮຽນຮູ້ໂດຍການຄົ້ນພົບແບບທ່ອງຈຳໂດຍບໍ່ຄິດ
ຫລືແບບນົກແກ້ວນົກຂຸນທອງ
ຄວາມຫມາຍການຮຽນຮູ້ຢ່າງມີຄວາມຫມາຍ
ເປັນການຮຽນທີ່ຜູ້ຮຽນໄດ້ຮັບມາຈາກການທີ່ຜູ້ດອົນ
ອະທິບາຍສິ່ງທີ່ຈະຕ້ອງຮຽນຮູ້ໃຫ້ຮູ້ແລະຜູ້ຮຽນຮັບຟັງດ້ວຍຄວາມເຂົ້າໃຈ
ການຮຽນຮູ້ຢ່າງມີຄວາມຫມາຍຂຶ້ນຢູ່ກັບຕັວແປ 3
ຢ່າງ ດັ່ງຕໍ່ໄປນີ້
- ສິ່ງ (Materials) ທີ່ຈະຕ້ອງຮຽນຮູ້ຈະຕ້ອງມີຄວາມຫມາຍ
- ຜູ້ຮຽນຈະຕ້ອງມີປະສົບການແລະມີຄວາມຄິດທີ່ຈະເຊື່ອມໂຢງ
- ຄວາມຕັ້ງໃຈຂອງຜູ້ຮຽນແລະການທີ່ຜູ້ຮຽນມີຄວາມຮູ້ ຄິດທີ່ຈະເຊື່ອມໂຢງສິ່ງທີ່ຮຽນຮູ້ໃໝ່ໃຫ້ມີຄວາມສຳພັນກັບໂຄງສ້າງພຸດທິປັນຍາ
ປຣະເພດຂອງການຮຽນຮູ້ໂດຍການຮັບຢ່າງມີຄວາມຫມາຍ
1. Subordinate
learning ເປັນການຮຽນຮູ້ໂດຍການຮັບຢ່າງມີຄວາມຫມາຍ
ໂດຍມີວິທີການ 2
ປຣະເພດ ຄື
1.1 Deriveration Subsumption
1.2 Correlative subsumption
2. Superordinate
learning ເປັນການຮຽນຮູ້ໂດຍການອນຸມານ
3. Combinatorial
learning ເປັນການຮຽນຮູ້ຫຼັກການ
ກົດເກນຕ່າງໆເຊີງປະສົມ
Advance organizer
ເປັນເທກນິກທີ່ຊ່ວຍໃຫ້ຜູ້ຮຽນໄດ້ຮຽນຮູ້ຢ່າງມີຄວາມຫມາຍຈາກການສອນຫລືບັນລະຍາຍຂອງຄຣູ
ອໍຊູເບນຖືວ່າ Advance Organizer ມີຄວາມສຳຄັນຫລາຍເພາະເປັນວິທີການສ້າງການເຊື່ອມຊ່ອງວ່າງລະຫວ່າງຄວາມຮູ້ທີ່ຜູ້ຮຽນໄດ້ຮູ້ແລ້ວ(ຄວາມຮູ້ເດີມ)ກັບຄວາມຮູ້ໃໝ່ທີ່ໄດ້ຮັບ
ຫຼັກການທັ່ວໄປທີ່ນຳມາໃຊ້ ຄື
- ການຈັດຮຽບຮຽງຂໍ້ມູນຂ່າວສານທີ່ຕ້ອງການໃຫ້ຮຽນຮູ້ອອກເປັນໝວດໝູ່
- ນຳສະເໜີກອບ ຫຼັກການກວ້າງ ໆ
ກ່ອນທີ່ຈະໃຫ້ຮຽນຮູ້ໃນເລື່ອງໃໝ່
- ແບ່ງບົດຮຽນເປັນຫົວຂໍ້ສຳຄັນ ແລະບອກໃຫ້ຮູ້ກ່ຽວກັບຫົວຂໍ້ສຳຄັນທີ່ເປັນຄວາມຄິດ
ລວມຍອດໃໝ່ທີ່ຕ້ອງຮຽນ
ສະຫລຸບ
ອໍຊູເບນ ເປັນທິດສະດີກຸ່ມພຸດທະປັນຍາ
ເນັ້ນຄວາມສຳຄັນຂອງຜູ້ຮຽນ ອໍຊູເບນຈະສະໜັບສະໜູນທັງ Discovery ແລະ Expository technique ຊຶ່ງເປັນການສອນທີ່ກູຣູໃຫ້ຫຼັກເກນ
ແລະຜົນລັບທ໌ ອໍຊູເບນມີຄວາມເຫັນວ່າສຳລັບເດັກໃຫຍ່ (ອາຢຸເກີນ11ຫລື 12 ປີ)ນັ້ນ
ການຈັດການຮຽນການສອນແບບ Expository
technique ໜ້າຈະເໝາະສົມກວ່າເພາະເດັກໄວນີ້ສາມາດເຂົ້າໃຈເລື່ອງລາວ
ຄຳອະທິບາຍຕ່າງໆໄດ້
ອ້າງອີງ
http://asmini1122.blogspot.com/2012/09/blog-post_1402.html
ອ້າງອີງ
http://asmini1122.blogspot.com/2012/09/blog-post_1402.html
ความคิดเห็น
แสดงความคิดเห็น